ທຳລາຍຊິ້ນໝູທີ່ນຳເຂົ້າບໍ່ຖືກຕ້ອງຈໍານວນ 9.724 ກິໂລ

46

ທ່ານ ກົງສັກດາ ອິນທະພູທອນ ຫົວໜ້າໜ່ວຍງານກວດກາ ສັດຕະວະແພດ ປະຈໍາດ່ານສາກົນແດນສະຫວັນໃຫ້ສໍາພາດຕໍ່ຜູ້ສື່ຂ່າວວ່າ:ໂດຍປະຕິບັດຕາມຄໍາສັ່ງຂອງກະຊວງກະສີກໍາ-ປ່າໄມ້ ເລກທີ0160/ກປ ລົງວັນທີ 19/1/22 ວ່າດ້ວຍການໂຈະ,ການອະນຸຍາດນໍາເຂົ້າ,ສົ່ງຜ່ານໝູມີຊິວິດ ແລະຜະລິດຕະພັນໝູ ຈາກ ປະເທດທີ່ມີການລະບາດຂອງເຊື້ອພະຍາດອະຫິວາໝູ ອາຟຮິກາ

ເຊິ່ງໃນຕອນເຊົ້າວັນທີ7ກໍລະກົດ 2022 ນີ້ ໄດ້ກວດຢືດ ຊີ້ນໝູແຊ່ແຂງ ທີ່ນໍາເຂົ້າຈາກປະເທດຫວຽດນາມ ເຊິ່ງຕົ້ນກໍາເນີດຂອງສິນຄ້າ ແມ່ນຈາກປະເທດ ເບຼຊິນ ໂດຍຢືດໄດ້ຈາກລົດ ໝາຍເລກ 74C.098.28(ລົດແກ່ຫີນກາວ) ເຊິ່ວມີເປົ້າໝາຍ ຈໍາໝ່າຍຢູ່ຕະຫລາດນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ທີ່ໄດ້ຊຸກເຊື່ອງໄວ້ໃນລົດດັ່ງກ່າວ ເປັນຊີ້ນໝູທີ່ບໍ່ໄດ້ມາດຕະຖານຈໍານວນ 442 ແກັດ ເທົ່າກັບ 9.724 ກິໂລ

ດັ່ງນັ້ນໃນວັນທີ 9 ກໍລະກົດ 2022 ນີ້,ຢູ່ບ້ານແດນສະຫວັນ ກໍ່ໄດ້ຈັດພິທີທໍາລາຍຊີ້ນສ່ວນສັດດັ່ງກ່າວ ດ້ວຍວິທີຂຸດຂຸມຝັງເລີກປະມານ 2 ແມັດ,ໂຮຍປູນຂາວ,ສີດຢາຂ້າເຊື້ອ, ຖົມດິນຢຽບໃຫ້ແໜ້ນ ໂດຍຊ້ອງໜ້າ ເຈົ້າໜ້າທີ່ກ່ຽວຂ້ອງ ເຊິ່ງມີ ຄະນະໜ່ວຍງານກວດກາສັດຕະວະແພດດ່ານສາກົນແດນສະຫວັນ,ຕໍາຫຼວດ,ພາສີ,ອາຫານແລະຢາ ພ້ອມຄະນະປົກຄອງບ້ານແດນສະຫວັນເຂົ້າຮ່ວມ

ທັງນີ້ກໍ່ເພື່ອເປັນການຕ້ານແລະສະກັດກັ້ນ ສິນຄ້າທີ່ຫວງຫ້າມ ແລະ ນໍາເຂົ້າບໍ່ຖືກຕ້ອງໃຫ້ຖືກຕາມລະບຽບກົດໝາຍ ແລະ ທັງເປັນການປົກປ້ອງຜູ້ຜະລິດພາຍໃນ ເຊິ່ງຕົວຈິງບັນດາຟາມລ້ຽງໝູພາຍໃນແຂວງ ກໍ່ເຫັນວ່າມີຄວາມສາມາດຕອບສະໜອງພາຍໃນໄດ້ ອີກດ້ານໜຶ່ງກໍ່ເປັນການສະກັດກັ້ນບໍ່ໃຫ້ມີການແຜ່ລະບາດ ຂອງເຊື້ອພະຍາດ ທີ່ອາດຈະເກີດຂຶ້ນ.

ຂໍ້ມູນ: ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ