ຄວາມເປັນມາຂອງບຸນ້ຂົ້າພັນສາ

84

ວັນບຸນເຂົ້າພັນສາ ເປັນວັນທີ່ສຳຄັນທາງພະພຸດທະສາສະໜາວັນບຸນເຂົ້າພັນສາ ເຊີ່ງປີ້ນີ້ 2022ວັນບຸນດັ່ງກ່າວກົງກັບວັນພຸດ ວັນທີ 13 ກໍລະກົດ 2022 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາຈະໄດ້ພ້ອມກັນນຳພາຄອບຄົວອອກໄປໃສ່ບາດ, ເຮັດທານ ຫຼື ເຮັດບຸນໃນມື້ດັ່ງກ່າວ ແລະ ຖືວ່າເປັນງານບຸນທີ່ໃຫຍ່ປີໜຶ່ງມີຄັ້ງດຽວ ເປັນວັນສຳຄັນຂອງຊາວພຸດ.

ເມື່ອເວົ້າເຖິງປະຫວັດຄວາມເປັນມາຂອງການເຂົ້າພັນສານັ້ນ ເປັນພຸດທະບັນຍັດ ຊຶ່ງພິກຂຸທຸກຮູບຕ້ອງປະຕິບັດຕາມ ໝາຍເຖິງການອະທິຖານວ່າພັກປະຈຳບ່ອນໃດບ່ອນໜຶ່ງໃນໄລຍະລະດູຝົນ ເປັນເວລາ 3 ເດືອນ ໂດຍບໍ່ໄດ້ຄ້າງແຮມຢູ່ບ່ອນອື່ນ ຫຼື ຕາມທີ່ເອີ້ນຕິດປາກກັນທົ່ວໄປວ່າ: ການຈຳພັນສາ.

ຕາມໄດ້ຍິນຜູ້ເຖົ້າຜູ້ແກ່ເລົ່າຂານກັນວ່າ: ເຂົ້າພັນສາ ແປວ່າ: ພັກຝົນ ໝາຍເຖິງວ່າ ພະພິກຂຸສົງຕ້ອງຢູ່ປະຈຳໃນວັດໃດໜຶ່ງລະຫວ່າງລະດູຝົນ ໂດຍເຫດທີ່ພະພິກຂຸ ໃນສະໄໝພຸດທະການ ມີໜ້າທີ່ຈະຕ້ອງຈາລຶກໂຜດສັດ ແລະ ເຜີຍແຜ່ພະທຳ, ຄຳສັ່ງສອນແກ່ປະຊາຊົນໃນສະຖານທີ່ຕ່າງໆ ບໍ່ຈຳເປັນຕ້ອງມີບ່ອນຢູ່ປະຈຳ ເຖິງແມ່ນວ່າຈະເປັນລະດູຝົນ ຊາວບ້ານຈຶ່ງຕຳນິວ່າ: ໄປຢຽມເຂົ້າກ້າ ແລະ ພືດພັນອື່ນໆຈົນເສຍຫາຍ.

ພະພຸດທະເຈົ້າຈຶ່ງຊົງວາງລະບຽບການຈຳພັນສາໃຫ້ພະພິກຂຸຢູ່ປະຈຳບ່ອນເກົ່າຕະຫຼອດ 3 ເດືອນ ໃນລະດູຝົນຄື: ເລີ່ມຕັ້ງແຕ່ມື້ແຮມ 1 ຄໍ່າ ເດືອນ 8 ຂອງທຸກປີ ເອີ້ນວ່າ: ປຸຣິມະພັນສາ. ຖ້າປີໃດມີເດືອນ 8 ສອງຄັ້ງ (ສອງຫົນ) ກໍເລື່ອນມາເປັນມື້ແຮມ 1 ຄໍ່າ ເດືອນ 8 ຫຼັງ ແລະ ອອກພັນສາໃນມື້ຂຶ້ນ 15 ຄໍ່າ ເດືອນ 11 ເອີ້ນວ່າ: ປັດສິມພັນສາ.

ແນວໃດກໍຕາມ ຫາກພະພິກຂຸສົງຮູບໃດມີກິດທຸລະ ຄື: ເມື່ອເດີນທາງໄປແລ້ວບໍ່ສາມາດຈະກັບໄດ້ໃນມື້ນັ້ນ ກໍຊົງອະນຸຍາດໃຫ້ໄປແຮມຄືນໄດ້ຄາວໜຶ່ງບໍ່ເກີນ 7 ຄືນ ເອີ້ນວ່າ: ສັດຕາຫະ ຫາກເກີນກຳນົດນີ້ຖືວ່າບໍ່ໄດ້ຮັບປະໂຫຍດແຫ່ງການຈຳພັນສາ ຈັດວ່າພັນສາຂາດ. ສຳລັບຂໍ້ຍົກເວັ້ນໃຫ້ພະພິກຂຸຈຳພັນສາຢູ່ບ່ອນອື່ນໄດ້ໂດຍບໍ່ຖືເປັນການຂາດພັນສາເວັ້ນແຕ່ເກີນ 7 ວັນ ໄດ້ແກ່: ການໄປຮັກສາພະຍາບານພິກຂຸ ຫຼື ບິດາ-ມານດາທີ່ເຈັບປ່ວຍ, ການໄປລະງັບພິກຂຸ-ສາມາເນນ ທີ່ຕ້ອງການຈະສິກບໍ່ໃຫ້ສິກໄດ້, ການໄປເພື່ອກິດທຸລະຂອງຄະນະສົງ ເຊັ່ນ: ການໄປຫາອຸປະກອນມາສ້ອມແປງກຸຕິທີ່ເປ່ເພ, ຫາກຍົກນິມົນໄປທຳບຸນ ກໍໄປສະຫຼອງສັດທາໃນການນຳເພັນກຸສົນຂອງເຂົາໄດ້.

ໂດຍປົກກະຕິແລ້ວ ເຄື່ອງໃຊ້ສອຍຂອງພະພິກຂຸສົງຕາມການອະນຸຍາດຂອງພະພຸດທະເຈົ້າໃຫ້ມີປະຈຳຕົວນັ້ນມີພຽງອັດຖະບໍລິຂານ ອັນໄດ້ແກ່ ຜ້າສະບົງຈີວອນ (ຜ້າຄຸມ), ສັງຄາຕິ (ຜ້າສັງຄາ), ເຂັມບາດ ສາຍປະຄົດ (ສາຍຮັດມັດແອວ), ໝໍ້ຕອງນ້ຳ ແລະ ມີດໂກນ. ນອກນັ້ນ, ກວ່າພະພິກຂຸສົງທ່ານຈະຫາບ່ອນພັກແຮມໄດ້ ບາງທີກໍຖືກຝົນຕົ້ນລະດູຮຳປຽກ ຊາວບ້ານທີ່ໃຈບຸນຈຶ່ງຖວາຍຜ້າອາບນ້ຳຝົນສຳຫຼັບໃຫ້ທ່ານໄດ້ຜັດປ່ຽນ ແລະ ຖວາຍຂອງຈຳເປັນແກ່ກິດປະຈຳວັນຂອງທ່ານເປັນພິເສດໃນວັນເຂົ້າພັນສາ ນັບເປັນເຫດໃຫ້ມີປະເພນີທຳບຸນເນື່ອງໃນວັນດັ່ງກ່າວສືບຕໍ່ກັນມາກາຍເປັນວັດທະນະທຳທາງສາສະໜາອັນລ້ຳຄ່າ.