ເລີ່ມທົດລອງໃຊ້ການເສຍຄ່າທຳນຽມ-ຄ່າບໍລິການຜ່ານລະບົບ Easy Pass ຢູ່ດ່ານສາກົນຂົວມິດຕະພາບ II

101

ພິທີເປີດທົດລອງການເສຍ ຄ່າທຳນຽມ ແລະຄ່າບໍລິການຢູ່ ດ່ານສາກົນຂົວມິດຕະພາບ II ແຂວງສະຫວັນນະເຂດ ລະບົບ Easy Pass ຜ່ານທະນາຄານ, ໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດ 2022 ຢູ່ທີ່ດ່ານສາກົນແຫ່ງດັ່ງ ກ່າວ, ໂດຍການເຂົ້າຮ່ວມຂອງ ທ່ານ ສົມບູນ ອິນຖະປັດຖາ ຫົວໜ້າຫ້ອງການກະຊວງການ ເງິນ, ທ່ານ ສິດທິສອນ ເທບພາສີ ປະທານສະພາບໍລິຫານທະນາ ຄານພັດທະນາລາວ ຈຳກັດ, ທ່ານ ນາງ ທິບພາພອນ ສີອັກສອນ ຮອງ ຫົວໜ້າຫ້ອງວ່າການປົກຄອງ ແຂວງສະຫວັນນະເຂດ,ທ່ານ ພັນໂທ ລຳພົງ ໄຊທອງ ຫົວໜ້າ ຄະນະຄຸ້ມຄອງດ່ານສາກົນຂົວ ມິດຕະພາບ II, ນອກນັ້ນ ກໍ່ມີບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງ, ຂະແໜງການຂອງດ່ານ ສາກົນຂົວມິດຕະພາບ II ເຂົ້າ ຮ່ວມ.

ທ່ານ ພົງວັນເພັງ ພູມສະ ຫວັນ ຮອງຫົວໜ້າກົມພາສີ ກະຊວງ ການເງິນ ໄດ້ມີຄຳເຫັນຕໍ່ພິທີຄັ້ງ ນີ້ວ່າ: ໂດຍປະຕິບັດຕາມທິດຊີ້ນຳ ຂອງລັດຖະບານ, ໃນການຈັດເກັບ ຄ່າທຳນຽມ ແລະຄ່າບໍລິການ ຂອງ ບັນດາຂະແໜງການຂອງລັດຢູ່ ດ່ານສາກົນ, ທັງເປັນການຈັດເກັບ ລາຍຮັບລວມສູນຢູ່ບ່ອນດຽວ, ຍົກ ລະດັບການບໍລິການຂອງພາກ ລັດ ແລະເປັນການອຳນວຍຄວາມ ສະດວກໃຫ້ແກ່ຜູ້ໃຊ້ບໍລິການ ເຂົ້າ-ອອກ ຜ່ານດ່ານສາກົນ ໂດຍ ຜ່ານຊ່ອງທາງເຄື່ອງມືທີ່ທັນສະ ໄໝ ຜ່ານລະບົບທະນາຄານ, ສະ ນັ້ນ ທາງກະຊວງການເງິນ ຈຶ່ງ ໄດ້ສົມທົບກັບທະນາຄານທີ່ມີ ຄວາມພ້ອມ ໂດຍສະເພາະລະບົບ ການຈັດເກັບລາຍຮັບຄ່າທຳນຽມ ແລະຄ່າບໍລິການ Easy Pass ເຊິ່ງເປັນລະບົບທີ່ວ່ອງໄວ, ໂປ່ງ ໃສ, ສາມາດກວດສອບຄືນໄດ້ ພ້ອມທັງຮັບປະກັນຄວາມປອດ ໄພດ້ານຂໍ້ມູນ ແລະການແລກປ່ຽນ ຂໍ້ມູນຂະແໜງການເງິນກັບຂະ ແໜງການອື່ນໃຫ້ມີຄວາມໝັ້ນຄົງ ມາທົດລອງໃຊ້ຢູ່ດ່ານສາກົນແຫ່ງ ນີ້.

ທ່ານ ຄຳສິງ ແສງແກ້ວມະ ຫາວົງ ຜູ້ອຳນວຍການຝ່າຍກວດ ກາ ທັງເປັນຜູ້ຊີ້ນຳ 4 ສາຂາ ພາກກາງທະນາຄານພັດທະນາ ລາວ ຈຳກັດ ໄດ້ໃຫ້ຮູ້ວ່າ: ທະນາ ຄານພັດທະນາລາວ ຈຳກັດ ເຊິ່ງ ເປັນທະນາຄານຂອງລັດ ພ້ອມຈະ ເຮັດໜ້າທີ່ໃນການຮ່ວມມື ໃນການ ຈັດເກັບລາຍຮັບຢູ່ດ່ານສາກົນ ຂົວມິດຕະພາບ II, ເຊິ່ງການ ໃຊ້ Easy Pass ຜ່ານລະບົບ ທະນາຄານໃນການຈ່າຍຄ່າທຳ ນຽມ ແລະຄ່າບໍລິການແມ່ນມີ ຄວາມສະດວກສະບາຍ, ໂດຍຜູ້ ໃຊ້ບໍລິການຢູ່ດ່ານສາກົນຈະໄດ້ ຈ່າຍເງິນຢູ່ຈຸດດຽວແລ້ວໃຊ້ໃບ ບິນຂອງທະນາຄານທີ່ມີຄີວອາ ໂຄດ ແຈ້ງເຈົ້າໜ້າທີ່ປະຈຳດ່ານ ເພື່ອສະແກນໃສ່ເຄື່ອງກໍ່ສາມາດ ຜ່ານເຂົ້າ-ອອກດ່ານໄດ້, ດັ່ງນັ້ນ ຈຶ່ງຮຽກຮ້ອງມາຍັງຜູ້ໃຊ້ບໍລິການ ທຸກທ່ານ ຈົ່ງເຊື່ອໝັ້ນໃນລະບົບ ແລະພ້ອມກັນຈັດຕັ້ງປະຕິບັດຕາມ ຂັ້ນຕອນກໍ່ຈະເຮັດໃຫ້ງົບປະມານ ຂອງລັດເຂົ້າລວມສູນຢູ່ຈຸດດຽວ. ເຊິ່ງຜ່ານການທົດລອງນຳໃຊ້ ເລີ່ມແຕ່ວັນທີ 1 ກໍລະກົດຜ່ານມານີ້ ກໍ່ເຫັນວ່າໄດ້ຮັບຜົນດີຢ່າງຫຼວງ ຫຼາຍ.

ຈາກນັ້ນ, ໃນພິທີ ກໍ່ໄດ້ມີການ ຕັດແຖບຜ້າເປີດການທົດລອງ ນຳໃຊ້ການເສຍຄ່າທຳນຽມ ແລະ ຄ່າບໍລິການຜ່ານລະບົບ Easy Pass ຢູ່ດ່ານສາ ກົນຂົວມິດ ຕະພາບ II ແຂວງສະຫວັນນະເຂດ ຢ່າງເປັນທາງການ. ໂອກາດນີ້, ທາງຄະນະປະທານ ພ້ອມດ້ວຍ ແຂກທີ່ເຂົ້າຮ່ວມ ກໍ່ໄດ້ໄປເບິ່ງການຈັດຕັ້ງປະຕິບັດຕົວຈິງຢູ່ຈຸດເຂົ້າ-ອອກຂອງດ່ານສາກົນຕື່ມອີກ.

ຂໍ້ມູນ: ສະຫວັນພັດທະນາຂ່າວ