ຊໍາຊຸງສະໜັບສະໜຸນງານແຂ່ງຂັນກິລາເທຄວັນໂດລາວ ເພື່ອສົ່ງເສີມໃຫ້ເມືອງປູຊານເປັນເຈົ້າພາບງານ World Expo 2030

72

ນະຄອນຫລວງວຽງຈັນ, ວັນທີ 9 ກໍລະກົດ 2022 – ບໍລິສັດ ລາວຊໍາຊຸງ ອີເລັກໂທຣນິກ ຈຳກັດຜູ້ດຽວ ໄດ້ສະໜັບສະໜູນການແຂ່ງຂັນເທຄວັນໂດຊິງຂັນເອກອັກຄະລັດຖະທູດສາທາລະນະລັດເກົາຫລີ ຄັ້ງທີ 7. ການແຂ່ງຂັນແມ່ນຈັດຂຶ້ນຊ່ວງວັນທີ 9-10 ກໍລະກົດ 2022 ທີ່ ສູນກິລາເທຄວັນໂດລາວ. ພ້ອມກັນນີ້ ບໍລິສັດ ລາວຊໍາຊຸງ ອີເລັກໂທຣນິກ ຈຳກັດຜູ້ດຽວ ມີຄວາມຮູ້ສຶກພູມໃຈຫຼາຍທີ່ຈະໄດ້ເລີ່ມເຮັດວຽກຮ່ວມກັບລັດຖະບານລາວເພື່ອສົ່ງເສີມໃຫ້ເກົາຫຼີເປັນເຈົ້າພາບໃນການຈັດການ World Expo ທີ່ເມືອງປູຊານໃນປີ 2030.

‘’ພວກເຮົາຮູ້ສຶກເປັນກຽດ ແລະ ຍິນດີທີ່ໄດ້ເປັນສ່ວນໜຶ່ງຂອງການແຂ່ງຂັນຄັ້ງນີ້ ແລະ ພວກເຮົາຮູ້ສຶກດີໃຈທີ່ວັດທະນະທຳເກົາຫລີທີ່ປະກອບດ້ວຍ ເພັງ, ຮູບເງົາ ແລະ ກິລາ ໄດ້ກາຍເປັນອີກໜຶ່ງກິດຈະກຳທີ່ສ້າງຄວາມສຸກ ແລະ ຄວາມບັນເທິງໃຫ້ກັບໄວໜຸ່ມລາວ ແລະ ພວກເຮົາຫວັງວ່າຈະມີໂອກາດນໍາສະເໜີກິດຈະກຳອື່ນໆສູ່ໄວໜຸ່ມລາວໃນອະນາຄົດ’’ຕາງໜ້າບໍລິສັດ ລາວຊໍາຊຸງ ອີເລັກໂທຣນິກ ຈຳກັດຜູ້ດຽວ ກ່າວ.

“ຂ້າພະເຈົ້າຮູ້ສຶກດີໃຈຫຼາຍທີ່ໄດ້ຈັດການແຂ່ງຂັນເທຄວັນໂດຊິງຂັນທ່ານເອກອັກຄະລັດຖະທູດ ສາທາລະນະລັດເກົາຫຼີ ຄັ້ງທີ 7 ຂຶ້ນ. ເທຄວັນໂດເປັນກິລາໜຶ່ງທີ່ເປັນທີ່ນິຍົມໃນລາວ ເຊິ່ງປັດຈຸບັນມີສະໂມສອນຝຶກຊ້ອມປະມານ 30 ສະໂມສອນທົ່ວປະເທດ ແລະ ມີນັກກິລາປະມານ 2,500 ຄົນ. ການແຂ່ງຂັນຄັ້ງນີ້ກໍເພື່ອເປັນເວທີໃຫ້ກັບນັກກິລາລາວໃນຫານຝຶກຝົນທັກສະເພື່ອກ້າວສູ່ເວທີສາກົນ ແລະ ເພື່ອສົ່ງເສີມຄວາມຮ່ວມມືທາງດ້ານການກິລາລະຫວ່າງ ສ.ເກົາຫຼີ ແລະ ສປປ ລາວ” ພະນະທ່ານ ອິມ ມູຮົງ, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳລາວ ກ່າວ.

ການສະໜັບສະໜູນງານຄັ້ງນີ້ແມ່ນເປັນສ່ວນໜຶ່ງຂອງການສະໜັບສະໜູນຂອງຊໍາຊຸງທົ່ວໂລກ ເພື່ອສະເໜີຊື່ໃຫ້ເມືອງປູຊານ ເປັນເຈົ້າພາບໃນການຈັດງານ World Expo 2030. ປະເທດເກົາຫລີ ໄດ້ຜ່ານການຈັດງານໃຫ່ຍລະດັບໂລກມາຫລາຍງານເຊັ່ນ: ກິລາໂອລິມປິກລະດູໜາວ, ເຕະບານໂລກ, ກິລາອາຊຽນ ແລະ ອື່ນໆ. ເມືອງປູຊານເປັນເມືອງທີ່ຮູ້ຈັກກັນດີໃນເລື່ອງຂອງການຈະເລີນເຕີບໂຕແບບວ່ອງໄວ ຈາກເມືອງນ້ອຍໆສູ່ຈຸດສູນກາງທາງດ້ານເສດຖະກິດ ແລະ ວັດທະນະທຳທີ່ສຳຄັນ. ປູຊານປະກອບມີເນື້ອທີ່ 770 km² ແລະ ປະຊາກອນທັງໝົດມີ 3.5 ລ້ານຄົນ ແລະ ນອກຈາກນີ້, ປູຊານຍັງຖືກສະເໜີຊື່ໂດຍອົງການ BIE ໃຫ້ເປັນເຈົ້າພາບຈັດງານ World Expo 2030 ອີກດ້ວຍ.

ທ່າເຮືອເໜືອຂອງປູຊານປະກອບມີເນື້ອທີ່ 3.44 ລ້ານ ຕາລາງແມັດ ເຊິ່ງຕັ້ງຢູ່ເຂດຕົວເມືອງປູຊານ, ສະຖານທີ່ດັ່ງກ່າວແມ່ນມີແຜນທີ່ຈະຖືກນຳໃຊ້ເປັນສະຖານທີ່ຈັດງານ World Expo in 2030 ພາຍໃຕ້ຫົວຂໍ້ງານ “Transforming Our World, Navigating toward a Better Future”. ພາຍໃນງານຈະປະກອບມີສິ່ງອຳນວຍຄວາມສະດວກເຊັ່ນ: ລະບົບຂົນສົ່ງ ແລະ ສັນຍາອິນເຕີເນັດ 6G ເພື່ອຮັບໃຊ້ແຂກໃນງານ World Expo 2030 ຕະຫລອດໄລຍະເວລາ 184 ມື້ ເຊິ່ງເລີ່ມຕັ້ງແຕ່ເດືອນ ພຶດສະພາ ຫາ ຕຸລາ 2030. ດ້ວຍປະສົບການອັນຫລາກຫລາຍຂອງ ເກົາຫລີ ໃນການຈັດງານລະດັບໂລກມາກ່ອນ ລວມທັງ ພູມສັນຖານຂອງເມືອງປູຊານ ທີ່ເຊື່ອວ່າຈະສາມາດເປັນເຈົ້າພາບໃນການຈັດງານຄັ້ງນີ້ໄດ້ຢ່າງປະສົບຜົນສຳເລັດ. ເນື່ອງໃນໂອກາດນີ້, ບໍລິສັດ ລາວຊໍາຊຸງອີເລັກໂທຣນິກ ຈຳກັດຜູ້ດຽວ ຍັງຂໍການສະໜັບສະໜູນຈາກປະຊາຊົນລາວໃຫ້ກັບ ເກົາຫລີ ໃນການສະເໜີຊື່ເປັນເຈົ້າພາບຈັດງານ World Expo 2030 ທີ່ ປູຊານ.

ການສະໜັບສະໜູນຂອງ ບໍລິສັດ ລາວຊໍາຊຸງອີເລັກໂທຣນິກ ຈຳກັດຜູ້ດຽວ ບໍ່ໄດ້ເປັນພຽງການສົ່ງເສີມໃຫ້ ປູຊານ ໄດ້ເປັນເຈົ້າພາບຈັດງານ World Expo 2030 ເທົ່ານັ້ນ ແຕ່ນີ້ຍັງເປັນອີກໜຶ່ງບາດກ້າວຂອງ ບໍລິສັດ ລາວຊໍາຊຸງອີເລັກໂທຣນິກ ຈຳກັດຜູ້ດຽວ ໃນການສະໜັບສະໜູນ ແລະ ສົ່ງເສີມທັກສະຂອງນັກກິລາເທຄວັນໂດລາວ ໃຫ້ກ້າວສູ່ລະດັບສາກົນ. ບໍລິສັດ ລາວຊໍາຊຸງອີເລັກໂທຣນິກ ຈຳກັດຜູ້ດຽວ ຫວັງວ່າໃນອະນາຄົດຈະສາມາດສືບຕໍ່ຊ່ວຍເຫຼືອກິດຈະກຳເຫຼົ່ານີ້ເພື່ອເພີ່ມພູນສາຍສຳພັນຂອງສອງປະເທດ.