ຜູ້ນຳລາວ ໂທລະເລກສະແດງຄວາມເສົ້າສະຫລົດໃຈຕໍ່ການສູນເສຍທ່ານ ຊິນໂຊ ອາເບະນັກການເມືອງຄົນສຳຄັນ

187

ວັນທີ 8 ກໍລະກົດ 2022 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫລົດໃຈເຖິງ ສົມເດັດ ນາຣຸຮິໂຕະ ເຈົ້າຈັກກະພັດແຫ່ງ ປະເທດຍີ່ປຸ່ນ ຕໍ່ເຫດ ການເສຍຊີວິດຂອງ ທ່ານ ອາເບະ ຊິນໂຊ ອະດີດນາຍົກລັດຖະມົນຕີ ແຫ່ງປະເທດຍີ່ປຸ່ນ.


ເນື້ອໃນໂທລະເລກ ໄດ້ລະບຸວ່າ: ຂ້າພະເຈົ້າຮູ້ສຶກຕົກໃຈຢ່າງແຮງ ແລະ ມີຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ທີ່ໄດ້ຮັບຂ່າວການຈາກໄປຢ່າງກະທັນຫັນຂອງ ທ່ານ ອາເບະ ຊິນໂຊ ອະດີດນາຍົກລັດຖະມົນຕີ ແຫ່ງປະເທດຍີ່ປຸ່ນ ໃນວັນທີ 8 ກໍລະກົດ 2022.
ຂ້າພະເຈົ້າ ຍັງມີຄວາມຊົງຈໍາອັນດີ ທີ່ໄດ້ຮ່ວມເຮັດວຽກຢ່າງໃກ້ຊິດ ຮ່ວມກັບ ທ່ານ ອາເບະ ຊິນໂຊ ໃນອະດີດຜ່ານມາ ໃນການສົ່ງເສີມ ແລະ ຮັດແໜ້ນການພົວພັນ ແລະ ການຮ່ວມມືຂອງສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ, ອັນພົ້ນເດັ່ນ ແມ່ນການຍົກລະດັບສາຍພົວພັນ ຂອງ ສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ມາເປັນຄູ່ຮ່ວມຍຸດທະສາດ ກໍຄື ການຊ່ວຍເຫລືອໃນການສ້າງສາພັດທະນາ ສປປ ລາວ ຂອງພວກຂ້າພະເຈົ້າ ໃນໄລຍະຜ່ານມາ.


ຂ້າພະເຈົ້າ ຈະຈາລຶກຜົນງານ ແລະ ການປະກອບສ່ວນອັນສໍາຄັນຂອງ ທ່ານ ອາເບະ ຊິນໂຊ ແລະ ຂໍຕາງໜ້າໃຫ້ປະຊາຊົນລາວທຸກຖ້ວນໜ້າ ກໍຄື ໃນນາມສ່ວນຕົວ ຂໍສົ່ງຄວາມໄວ້ອາໄລຢ່າງສຸດຊຶ້ງ ແລະ ແບ່ງປັນຄວາມໂສກເສົ້າມາຍັງ ສົມເດັດ ແລະ ຜ່ານສົມເດັດໄປຍັງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໂດຍສະເພາະ ຄອບຄົວຂອງ ທ່ານ ອາເບະ ຊິນໂຊ ໃນໂອກາດນີ້ດ້ວຍ. ຂໍໃຫ້ດວງວິນຍານຂອງ ທ່ານ ອາເບະ ຊິນໂຊຈົ່ງໄປສູ່ສຸກຂະຕິເທີ້ນ.


ໃນວັນດຽວກັນ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫລົດໃຈ ເຖິງ ທ່ານ ກິຊິດະ ຟູມິໂອະ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ໂດຍໄດ້ລະບຸວ່າ: ຂ້າພະເຈົ້າ ຮູ້ສຶກຕົກໃຈຢ່າງແຮງ ແລະ ມີຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ທີ່ໄດ້ຮັບຂ່າວການຈາກໄປຢ່າງກະທັນຫັນຂອງ ທ່ານ ອາເບະ ຊິນໂຊ ອະດີດນາຍົກລັດຖະມົນ ຕີ ແຫ່ງປະເທດຍີ່ປຸ່ນ ທີ່ໄດ້ຖືກລອບຍິງໃນຂະນະທີ່ ທ່ານກໍາລັງກ່າວປາໄສຫາສຽງຊ່ວຍສະມາຊິກພັກເສລີປະຊາທິປະໄຕຍີ່ປຸ່ນ ທີ່ເມືອງນາຣະ ໃນວັນທີ 8 ກໍລະກົດ 2022.


ທ່ານ ອາເບະ ຊິນໂຊ ເປັນຜູ້ນໍາຄົນສໍາຄັນ ແລະ ປະກອບສ່ວນຢ່າງໃຫຍ່ຫລວງ ໃນການຊີ້ນໍາ-ນໍາພາ ປະເທດຍີ່ປຸ່ນ ກໍຄື ການສົ່ງເສີມການພົວພັນ ແລະ ການຮ່ວມມືໃນເວທີພາກພື້ນ ແລະ ສາກົນ, ລວມທັງການປະກອບສ່ວນອັນສໍາຄັນ ໃນການສົ່ງເສີມ ແລະ ເພີ່ມທະວີຮັດແໜ້ນການພົວພັນ ແລະ ການຮ່ວມມືທີ່ດີມີມາແຕ່ດົນນານ ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ໃຫ້ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ກ້າວໄປເຖິງການຍົກລະດັບເປັນຄູ່ຮ່ວມຍຸດທະສາດຂອງສອງປະເທດ ຍີ່ປຸ່ນ ແລະ ສປປ ລາວ ໃນປີ 2015 ຜ່ານມາ.


ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມໄວ້ອາໄລຢ່າງສຸດຊຶ້ງ ແລະ ແບ່ງປັນຄວາມໂສກເສົ້າມາຍັງ ທ່ານ ແລະ ຜ່ານທ່ານໄປຍັງລັດຖະບານ ແລະປະຊາຊົນຍີ່ປຸ່ນ ໂດຍສະເພາະ ຄອບຄົວຂອງທ່ານ ອາເບະ ຊິນໂຊ ໃນໂອກາດນີ້ດ້ວຍ.


ໂອກາດດຽວກັນ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ ສົ່ງໂທລະເລກສະແດງຄວາມເສົ້າສະຫລົດໃຈເຖິງ ທ່ານ ຮາຢາຊິ ໂຢຊິມະສະລັດ ຖະມົນຕີກະຊວງການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ ຕໍ່ເຫດການເສຍຊີວິດຂອງ ທ່ານ ອາເບະ ຊິນໂຊ ອະດີດນາຍົກລັດຖະມົນຕີ ແຫ່ງປະເທດຍີ່ປຸ່ນ ເຊັ່ນດຽວກັນ.