ພາວ ມິຣາໂຄ ຈັບມືກັບ ບິກບລູ ນໍາເອົາຜະລິດຕະພັນອາຫານເສີມສະໝຸນໄພ (ຜັກຄາວທອງ) ຂະຫຍາຍຕະຫຼາດສູ່ ສປປ ລາວ

95

ໃນວັນທີ 8 ກໍລະກົດ 2022 ບໍລິສັດ ພາວ ມິລາໂຄ(Pow Miracle.,LTD) ເຊັນສັນຍາຮ່ວມມືກັບບໍລິສັດ ຟ້າໃຫຍ່ມີເດຍຈໍາກັດ (BigBlue Agency Lao) ເພື່ອນຳເອົາຜະລິດຕະພັນສະໝຸນໄພຜັກຄາວທອງ ສູ່ຕະຫລາດ ສປປ ລາວ ມີທັງນ້ຳສະໝຸນໄພຜັກຄາວທອງ, ພາວເດີລ່າ (ຜົງຜັກຄາວທອງແບບຊອງ), ພາວ ເຮີເບີ ແຄັບຊຸນ (ແບບເມັດ) ແລະ ສະເປພົ່ນປາກ.

ພິທີເຊັນສັນຍາຮ່ວມມືມີຂຶ້ນທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ສັນທາລັກ ຈ່າສານ ປະທານ ບໍລິສັດ ຟ້າໃຫຍ່ມີເດຍຈໍາກັດ (BigBlue Agency Lao) ກັບ ທ່ານ ອະທິຊາດ ຊຸມນານົນ ຜູ້ກໍ່ຕັ້ງແບະເປັນປະທານບໍລິສັດ ພາວ ມິລາໂຄ(Pow Miracle.,LTD) ໂດຍມີພາກສ່ວນທີ່ກ່ຽວທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

ທ່ານ ອະທິຊາດ ຊຸມນານົນ ຜູ້ກໍ່ຕັ້ງ ແລະ ເປັນປະທານບໍລິສັດ ລາວ ມິຣາໂຄ ຈຳກັດ (Pow Miracle co.,LTD) ກ່າວວ່າ: ບໍລິສັດໄດ້ເຊັນສັນຍາຕົກລົງຮ່ວມກັບ ບໍລິສັດ ຟ້າໃຫຍ່ມີເດຍ ຈຳກັດ (Bigblue Agency Laos) ໃນການຂະຫຍາຍຖານທຸລະກິດສະໝຸນໄພຜັກຄາວທອງ ເພື່ອມຸ່ງໜ້າບຸກຕະຫລາດເພື່ອນບ້ານເຊັ່ນ ສປປລາວ ໂດຍການເປັນພັນທະມິດດ້ານການເຮັດການຕະຫລາດ ຜ່ານສື່ໂຄສະນາປະຊາສຳພັນຂອງ ບໍລິສັດ ຟ້າໃຫຍ່ມີເດຍ ຫລື BigblueAgency Laos ເຊິ່ງເປັນຜູ້ນໍາໃນດ້ານທຸລະກິດການໃຫ້ບໍລິການສື່ໂຄສະນາອັນດັບຕົ້ນໆໃນ ສປປລາວ ໂດຍໃນການຮ່ວມມືກັນໃນຄັ້ງນີ້ ພາວມິຣາໂຄ ໄດ້ນຳຜະລິດຕະພັນສະໝຸນໄພຜັກຄາວທອງສະກັດແບບເຂັ້ມຂຸ້ນ ທັງ ພາວເດີລ່າ (ຜົ້ງຜັກຄາວທອງແບບຊອງ), ພາວ ເຮີເຊ່ິ ແຄັບຊຸນ (ແບບເມັດ) ແລະ ສະເປສີດປາກທີ່ມີສ່ວນປະສົມຂອງສະໝຸນໄພຜັກຄາວທອງ ໂພພໍລີ ເປັບເປີ້ຟື້ນ ແລະ ສະເປຟື້ນ ມີຕົວຊິນ ຊ່ວຍຕ້ານເຊື້ອໄວຣັດ ຫລຸດບັນຫາໃນກິ່ນປາກ ເຮັດໃຫ້ ,ລົມຫາຍໃຈສົດຊື່ນ ມາວາງຈຳໜ່າຍໃຫ້ກຸ່ມລູກຄ້າໃນເຂດພື້ນທີ່ ສປປລາວ ໄດ້ມີທາງເລືອກໃນການນຳຜະລິດຕະພັນສະໝຸນໄພຄຸນນະພາບທີ່ດີມາໃຊ້ເພື່ອສຸຂະພາບ ໂດຍຈະເຮັດໃຫ້ການໂຄສະນາປະຊາສຳພັນຜະລິດຕະພັນເພື່ອສ້າງການຮັບຮູ້ ແລະເນັ້ນຢໍ້າເຖິງປະໂຫຍດຕ່າງໆສອງສະໝຸນໄພຜັກຄາວທອງຜ່ານສື່ໂຄສະນາປະຊາສຳພັນຂອງ ບໍລິສັດ ຟ້າໃຫຍ່ມີເດຍ ຫລື (Bigblue Agency Laos )ທີ່ມີຄວບຄຸມທຸກພື້ນທີ່ໃນ ສປປ ລາວ.

ສໍາລັບ ການຮ່ວມມືກັບ ບໍລິສັດ ຟ້າໃຫຍ່ມີເດຍ ຫລື Bigblue Agency Laos ໃນຄັ້ງນີ້ໝັ້ນໃຈວ່າຊ່ອງທາງການປະຊາສຳພັນໃນສື່ຕ່າງໆ ນອກຈາກຈະຄວບຄຸມພື້ນທີ່ ແລະ ສ້າງການຮັບຮູ້ໄປສູ່ກຸ່ມເປົ້າໝາຍແລ້ວຍັງເຊື່ອວ່າຈະສາມາດກະຈາຍການຮັບຮູ້ກ່ຽວກັບຜະລິດຕະພັນຂອງເຮົາໄດ້ເປັນຢ່າງດີ ທັງໃນດ້ານຂອງການວິໄຈ ແລະ ພັດທະນາຜະລິດຕະພັນ.

ທ່ານ ສັນທະລັກ ຈ່າສານ ປະທານບໍລິສັດ ຟ້າໃຫຍ່ມີເດຍ ຈໍາກັດ (BigBlue Agency Laos) ເປີດເຜີຍວ່າ:ບໍລິສັດດໍາເນີນທຸລະກິດເປັນຜູ້ໃຫ້ບໍລິການສື່ໂຄສະນາ ແລະ ປະຊາສໍາພັນ ອັນດັບຕົ້ນໆໃນ ສປປ ລາວ ແລະ ມີສື່ອອນລາຍເປັນຂອງຕົວເອງເຊັ່ນ: InsideLaos ປັດຈຸບັນມີຜູ້ຕິດຕາມຈໍານວນ 2 ແສນກວ່າຄົນ ສໍາລັບສື່ໂຄສະນາກາງແຈ້ງຂອງບໍລິສັດກໍ່ຕັ້ງຢູ່ໃນພື້ນທີ່ສໍາຄັນ ແລະ ເປັນພື້ນທີ່ຍຸດທະສາດຄວບຄຸມໃນນະຄອນຫລວງວຽງຈັນ ເຊັ່ນ: ໜ້າຕະຫລາດເຊົ້າຊັອບປິງມໍ, ສີ່ແຍກໄຟແດງ ICBC, ໜ້າທາງເຂົ້າສະຖານີລົດໄຟຄວາມໄວສູງ ລາວ-ຈີນ ນອກຈາກນີ້ຍັງມີຢູ່ທີ່ແຂວງສະຫວັນນະເຂດ ຈຸດວົງວຽນໄດໂນເສົາ, ແຂວງຫລວງພະບາງ ແລະ ແຂວງຄໍາມ່ວນ.