ກອງປະຊຸມສະພາແຫ່ງຊາດປິດລົງແລ້ວ ຫຼັງດຳເນີນມາເປັນເວລາ 20 ວັນ

465

ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ອັດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 8 ກໍລະກົດ 2022 ຢູ່ຫໍສະພາແຫ່ງຊາດ ພາຍຫຼັງດຳເນີນມາເປັນເວລາ 20 ວັນ (13 ມິຖຸນາ-8 ກໍລະກົດ 2022) ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາການນຳພັກ-ລັດ ແລະ ສະມາຊິກສະພາແຫ່ງຊາດ (ສສຊ) ແຕ່ລະເຂດເລືອກຕັ້ງເຂົ້າຮ່ວມ.


ທ່ານ ໄຊສົມພອນ ພົມວິຫານ ກ່າວສູນທອນພົດປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ໄດ້ພິຈາລະນາ ແລະ ຮັບຮອງເອົາເອກະສານສຳຄັນຄື ຮັບຮອງເອົາບົດລາຍງານລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ ແຜນເງິນຕາ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022 ເຊິ່ງໄດ້ຕີລາຄາສູງຕໍ່ຄວາມພະຍາມຍາມຂອງລັດຖະບານ ໃນການສູ້ຊົນເຮັດໃຫ້ອັດຕາການເຕີບໂຕທາງດ້ານເສດຖະກິດສາມາດບັນລຸໄດ້ 4,3% ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບໂດຍພື້ນຖານ ສາມາດປະຄັບປະຄອງເສດຖະກິດບໍ່ໃຫ້ເຂົ້າສູ່ວິກິດການທີ່ໜັກໜ່ວງໄປກວ່ານີ້ ໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບເພື່ອແກ້ໄຂບັນການເໜັງຕີງແຮງຂອງລາຄາສິນຄ້າ ອັດຕາແລກປ່ຽນ ຄວາມຫຍຸ້ງຍາກທາງດ້ານນໍ້າມັນເຊື້ອໄຟ ພ້ອມນັ້ນ ໄດ້ມີການໂຄສະນາເຜີຍແຜ່ ປຸກລະດົມໃຫ້ປະຊາຊົນລາວບັນດາເຜົ່າ ເພີ່ມທະວີນໍ້າໃຈປະຢັດມັດທະຍັດ ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ພ້ອມກັນແກ້ໄຂບັນຫາໃນເວລາທີ່ປະເທດຊາດປະສົບກັບຄວາມຫຍຸ້ງຍາກ.

ກອງປະຊຸມມອບໃຫ້ລັດຖະບານ ນຳເອົາຄວາມຄິດເຫັນຂອງກອງປະຊຸມ ໄປພິຈາລະນາເພື່ອສືບຕໍ່ປັບປຸງ ແກ້ໄຂບັນດາບັນຫາທີ່ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ກັບສູ່ສະພາບປົກກະຕິໂດຍໄວ, ກອງປະຊຸມໄດ້ຟັງການລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ຕະຫຼອດໄລຍະເກືອບ 1 ປີທີ່ຜ່ານມາ ຄຽງຄູ່ກັນນັ້ນ ກອງປະຊຸມສະເໜີໃຫ້ລັດຖະບານເພີ່ມທະວີການໂຄສະນາເຜີຍແຜ່ ປຸກລະດົມໃຫ້ພໍ່ແມ່ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້ເຂົ້າໃຈ ແລະ ເຫັນໄດ້ຄວາມຈໍາເປັນຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ມີການເຂົ້າຮ່ວມຢ່າງຕັ້ງໜ້າ ສູ້ຊົນຜ່ານຜ່າເຮັດໃຫ້ປະເທດຊາດ ຫຼຸດພົ້ນອອກຈາກສະພາຫວະຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ກໍຄືບັນຫາຢາເສບຕິດໃຫ້ຫຼຸດໜ້ອຍຖອຍລົງເລື້ອຍໆ ມອບໃຫ້ລັດຖະບານ ຮີບຮ້ອນສືບຕໍ່ຊີ້ນຳບັນດາກະຊວງ ອົງການ ແລະ ອົງການປົກຄອງທ້ອງຖິ່ນຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນຕັ້ງໜ້າເຂົ້າຮ່ວມໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃຫ້ມີປະສິດທິພາບ ປະສິດທິຜົນ ແລະ ເປັນຮູບປະທຳຕົວຈິງ.


ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ ຄື: ກົດໝາຍວ່າດ້ວຍທີ່ດິນ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ,ກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ ເຊິ່ງເປັນຄັ້ງທຳອິດທີ່ໄດ້ມີການປະເມີນການຈັດຕັ້ງປະຕິບັດກົດໝາຍ ແລະ ນຳເຂົ້າມາພິຈາລະນາໃນກອງປະຊຸມ ສພຊ ນັບແຕ່ໄດ້ປະກາດໃຊ້ລັດຖະທຳມະນູນ ແລະ ກົດໝາຍ ເປັນຕົ້ນມາ ກອງປະຊຸມສະແດງຄວາມເປັນຫວ່ງ ຕໍ່ການປະຕິບັດ 4 ກົດໝາຍດັ່ງກ່າວ ເປັນຕົ້ນ ການຄຸ້ມຄອງ ການໃຫ້ເຊົ່າ ການສຳປະທານທີ່ດິນ ການຈັບຈອງ ແລະ ຊື້-ຂາຍສິດນຳໃຊ້ທີ່ດິນ ການຫັນທີ່ດິນເປັນກຳມະສິດອື່ນທີ່ບໍ່ສອດຄ່ອງກັບກົດໝາຍມີທ່າອ່ຽງນັບມື້ເພີ່ມຂຶ້ນ ການຫັນແຜນແມ່ບົດພັດທະນາທີ່ດິນແຫ່ງຊາດ ເປັນແຜນຈັດສັນທີ່ດິນຂັ້ນທ້ອງຖິ່ນ ການຂຶ້ນທະບຽນ-ອອກໃບຕາດິນ ແລະ ການວາງແຜນຍຸດທະສາດພັດທະນາທີ່ດິນຕາມຂະແໜງການຍັງຊັກຊ້າ ແລະ ເຮັດໄດ້ໜ້ອຍ ສະເໜີເພີ່ມທະວີການຄຸ້ມຄອງບັນດາໂຄງການລົງທຶນດ້ານແຮ່ທາດໃຫ້ເຂັ້ມງວດ ແກ້ໄຂຢ່າງທັນການຕໍ່ບັນດາໂຄງການ ແລະ ກິດຈະການລົງທຶນແຮ່ທາດ ທີ່ບໍ່ມີປະສິດທິພາບບໍ່ມີມືອາຊີບ ຫຼື ບໍ່ປະຕິບັດຕາມກົດໝາຍ ບໍ່ປະຕິບັດຕາມສັນຍາ ມີຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ແລະ ສັງຄົມ.

ໃຫ້ເອົາໃຈໃສ່ຄຸ້ມຄອງໂຄງການລົງທຶນໃຫ້ປະຕິບັດຕາມກົດໝາຍ ແລະ ສັນຍາ ການແບ່ງຂັ້ນຄຸ້ມຄອງການສົ່ງເສີມການລົງທຶນລະຫວ່າງຂະແໜງການສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມລະອຽດ ຈະແຈ້ງຕື່ມ; ສະເໜີໃຫ້ມີກົນໄກການພິຈາລະນາອະນຸມັດການລົງທຶນ ໃຫ້ໄປຕາມກຳນົດເວລາຂອງກົດໝາຍ ແລະ ມີທິດທາງຫັນເປັນດີຈີຕອນໃນການຄຸ້ມຄອງ ແລະ ສ້າງຄວາມສະດວກໃຫ້ແກ່ການລົງທຶນ ທັງຕອບສະໜອງຂໍ້ມູນທີ່ຈຳເປັນໃຫ້ແກ່ນັກລົງທຶນ ເອົາໃຈໃສ່ກວດກາ ແລະ ຄຸ້ມຄອງບັນດາໂຄງການສໍາຫຼວດ ຂຸດຄົ້ນແຮ່ທາດໃຫ້ຖືກຕ້ອງຕາມກົດ ໝາຍ ເດັດດ່ຽວແກ້ໄຂໂຄງການທີ່ບໍ່ມີປະສິດທິພາບທີ່ລະເມີດກົດໝາຍ ແລະ ສັນຍາ ເພີ່ມທະວີການຄຸ້ມຄອງຊັບສິນຂອງລັດໃຫ້ຮັດກຸມ ຈະແຈ້ງ ແລະ ຄົບຖ້ວນ.


ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຂອງລັດຖະບານ ກ່ຽວກັບທິດທາງການປະຕິຮູບລັດວິສາຫະກິດ ລວມທັງການປັບປຸງໂຄງສ້າງຂອງທະນາຄານທຸລະກິດລັດ ເຊິ່ງກອງປະຊຸມເຫັນວ່າລັດຖະບານໄດ້ມີຄວາມພະຍາມຍາມ ປັບປຸງການເຄື່ອນໄຫວຂອງລັດວິສາຫະກິດ ໃຫ້ມີປະສິດທິຜົນ, ບໍ່ສ້າງໜີ້ສິນເພີ່ມແກ່ລັດຖະບານ. ກອງປະຊຸມໄດ້ສະເໜີໃຫ້ລັດຖະບານ ມີການຄົ້ນຄວ້າກຳນົດກົນໄກ, ຂັ້ນເລິກເຊິ່ງ ເພື່ອຮັບປະກັນຜົນປະໂຫຍດ ລວມຂອງປະເທດຊາດ ກໍຕອນ ການພິຈາລະນາຕົກລົງຢ່າງລະອຽດ,ຄືປະຊາຊົນລາວບັນດາເຜົ່າ .

ກອງປະຊຸມໄດ້ພິຈາລະນາ ແລະຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ແລະ ການເປີດປະເທດ ຕິດພັນກັບການປ້ອງກັນ ແລະ ຮັບມືການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສະເໜີໃຫ້ລັດຖະບານ ມີມາດຕະການແກ້ໄຂ ໃນການພັດທະນາໂຄງລ່າງພຶ້ນຖານ ການໂຄສະນາ ການຄຸ້ມຄອງ ແລະ ສ້າງຄວາມເຂັ້ມແຂງບຸກຄະລາກອນ ການເອື້ອອຳນວຍການທ່ອງທ່ຽວ ເພື່ອໃຫ້ການທ່ອງທ່ຽວສີຂຽວສາມາດ ປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດຂອງຊາດ ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດສຶກສາທິການ ແລະ ກິລາ ໂດຍສະເພາະ ການປັບປຸງຄຸນນະພາບລະບົບການຮຽນ-ການສອນທຸກຊັ້ນທຸກສາຍ ໃນໄລຍະໃໝ່ ແລະ ການຄຸ້ມຄອງວຽກງານກິລາ-ກາຍະກຳ.


ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາກົດໝາຍໃໝ່ ແລະ ປັບປຸງທັງໝົດ 9 ສະບັບ ໃນນັ້ນ ກົດໝາຍສ້າງໃໝ່ 3 ສະບັບ ຄື: ກົດໝາຍວ່າດ້ວຍວິຈິດສິນ ກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ;ກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ແລະ ກົດໝາຍປັບປຸງ 6 ສະບັບ ຄື: ກົດໝາຍວ່າດ້ວຍຊັບສິນຂອງລັດ ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ກົດໝາຍວ່າດ້ວຍການສົ່ງເສີມຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ກົດໝາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍສານປະຊາຊົນ ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ແລະ ກົດໝາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ.

ກອງປະຊຸມຍັງໄດ້ຮັບຟັງການລາຍງານຂອງຄະນະປະຈຳ ສພຊ ກ່ຽວກັບການຍົກຍ້າຍ ແຕ່ງຕັ້ງຮອງປະທານກຳມາທິການຈຳນວນໜຶ່ງຂອງສະພາແຫ່ງຊາດ ແລະ ການເລືອກຕັ້ງແທນສະມາຊິກສະພາແຫ່ງຊາດທີ່ວ່າງລົງ ໄດ້ຄົ້ນຄວ້າພິຈາລະນາ ແລະ ເລືອກຕັ້ງເອົາທ່ານ ວຽງທະວີສອນ ເທບພະຈັນ ເປັນປະທານອົງການກວດສອບແຫ່ງລັດຄົນໃໝ່ ຕາມຄຳສະເໜີຂອງທ່ານປະທານປະເທດ ພິຈາລະນາຮັບຮອງເອົາການແຕ່ງຕັ້ງຮອງນາຍົກລັດຖະມົນຕີຄື: ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ເປັນຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ທ່ານ ສະເຫຼີມໄຊ ກົມມະສິດ ເປັນຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄປຮັບໜ້າທີ່ໃໝ່ເປັນລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄປຮັບໜ້າທີ່ໃໝ່ເປັນລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແຕ່ງຕັ້ງທ່ານ ມະໄລທອງ ກົມມະສິດ ເປັນລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຍົກຍ້າຍແລະ ແຕ່ງຕັ້ງ ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ ໄປຮັບໜ້າທີ່ໃໝ່ເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ ຕາມຄຳສະເໜີຂອງທ່ານນາຍົກລັດຖະມົນຕີ.

ກອງປະຊຸມໄດ້ຮັບຟັງການຊີ້ແຈງ ຕໍ່ຄຳຊັກຖາມທີ່ ສສຊ ກໍຄືປະຊາຊົນບັນດາເຜົ່າທີ່ມີຄວາມສົນໃຈ ຈາກທ່ານນາຍົກລັດຖະມົນຕີ ບັນດາຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລັດຖະມົນຕີກະຊວງການເງິນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລັດຖະມົນຕີກະຊວງພາຍໃນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ລັດຖະມົນຕີກະຊວງຍຸຕິທຳ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຮອງລັດຖະມົນຕີກະຊວງສາທາລະນະສຸກຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ.


ທ່ານ ໄຊສົມພອນ ພົມວິຫານ ກ່າວຕື່ມວ່າ: ຜົນສຳເລັດຂອງກອງປະຊຸມຄັ້ງນີ້ ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຕົວຈິງ ແມ່ນໝາກຜົນແຫ່ງສະຕິປັນຍາ ການຍົກສູງຄວາມຮັບຜິດຊອບການເມືອງຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ຄວາມຕັດສິນໃຈ ຂອງລັດຖະບານ ກະຊວງ ອົງການທີ່ກ່ຽວຂ້ອງ ທີ່ຈະສືບຕໍ່ພັດທະນາປະເທດຊາດ ໃນສະພາບມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ນຳເອົາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນ.