ເມືອງວິລະບູລີ ສໍາເລັດການກໍ່ສ້າງຂົວເບຕົງ 2 ແຫ່ງ ຕໍ່ໄປກໍ່ສະດວກສະບາຍໃນການສັນຈອນ

49

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ບັນດາພື້ນຖານໂຄງລ່າງດ້ານຕ່າງໆ ຢູ່ພາຍໃນເມືອງວິລະບູລີ ໂດຍສະເພາະກໍ່ແມ່ນການກໍ່ສ້າງຂົວເບຕົງຈໍານວນ 2 ແຫ່ງ ໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກທີ່ອອກແບບໄວ້ ແລະ ຮັບປະກັນໄດ້ ດ້ານຄຸນນະພາບໃຫ້ມີຄວາມຍືນຍົງ.

ດັ່ງນັ້ນ, ມາໃນວັນທີ 7 ກໍລະກົດ 2022 ນີ້ ທາງຄະນະກໍາມະການຕິດຕາມ, ກວດກາ ແລະປະເມີນຜົນ ການນໍາໃຊ້ງົບປະມານກອງທຶນພັດທະນາທ້ອງຖິ່ນເມືອງວິລະບູລີ ໄດ້ຮ່ວມກັນລົງຕິດຕາມກວດກາເບິ່ງ ຜົນສໍາເລັດຂອງໂຄງການກໍ່ສ້າງຂົວຈໍານວນ 2 ແຫ່ງຄື : ຂົວດາໂລ ຂ້າມຮ່ອງລະບາຍນໍ້າຝາຍຫ້ວຍກົງ ແລະ ຂົວນ້ໍາລົ້ນຂ້າມຫ້ວຍນໍ້າຄຽງ, ເຊິ່ງນໍາໂດຍທ່ານ ແສງເພັດ ຄໍາສຸວັນ ຮອງເລຂາພັກເມືອງ ປະທານກວດກາພັກ – ລັດເມືອງ ທັງເປັນປະທານຄະນະກໍາມະການຕິດຕາມ, ກວດກາ ແລະປະເມີນຜົນ ການນໍາໃຊ້ງົບປະມານກອງທຶນພັດທະນາທ້ອງຖິ່ນຂັ້ນເມືອງ, ມີທ່ານ ພອນສະຫວັດ ກຸນລະວົງ ຫົວໜ້າສາຍງານແກ້ໄຂບັນຫາຊຸມຊົນ ແລະ ມໍລະດົກວັດທະນະທໍາ ບໍລິສັດລ້ານຊ້າງ ມີເນໂຣນລິມິເຕັດ, ມີບັນດາທ່ານໃນຄະນະກໍາມະການກວດກາໂຄງການ, ກອງເລຂາ, ຕາງໜ້າເຈົ້າຂອງໂຄງການ, ຫ້ອງວ່າການເມືອງ, ພ້ອມດ້ວຍບໍລິສັດຜູ້ຮັບເໝົາເຂົ້າຮ່ວມ.

ສໍາລັບໂຄງການກໍ່ສ້າງຂົວດາໂລ ຂ້າມຮ່ອງລະບາຍນໍ້າຝາຍຫ້ວຍກົງ ແມ່ນຕັ້ງຢູ່ໃນເສັ້ນທາງລົດຖີບອ້ອມຝາຍຫ້ວກົງ ບ້ານໜອງກະແດ້ງ ເມືອງວິລະບູລີ ຂົວດັ່ງກ່າວເປັນຂົວເບຕົງເສີມເຫຼັກ, ເສົາຂົວທັງສອງສົ້ນມີລັກສະນະເປັນແບບໂຄ້ງ, ຂົວມີຄວາມຍາວທັງໝົດ 11 ແມັດ ກວ້າງ 4 ແມັດ, ມີມູນຄ່າໃນການກໍ່ສ້າງທັງໝົດ 38 ພັນກວ່າໂດລາສະຫະລັດ ເຊິ່ງແມ່ນນໍາໃຊ້ງົບປະມານຈາກກອງທຶນພັດທະນາທ້ອງຖິ່ນເມືອງວິລະບູລີ ຂອງບໍລິສັດລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ປະຈໍາປີ 2022 ແລະ ແມ່ນບໍລິສັດ ມີຊັບກໍ່ສ້າງ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ; ສ່ວນວ່າຂົວນໍ້າລົ້ນຂ້າມຫ້ວຍນໍ້າຄຽງ ຕັ້ງຢູ່ໃນເສັ້ນທາງລະຫວ່າງບ້ານບຸ່ງຄໍາ ຫາບ້ານ ນໍ້າປະເຄນ

ຂົວດັ່ງກ່າວສ້າງດ້ວຍເບຕົງເສີມເຫຼັກ ວາງທໍ່ໃສ່ໃຫ້ນໍ້າໄຫຼລອດພື້ນຂົວຈໍານວນ 4 ຈຸດ, ມີຂະໜາດຄວາມຍາວທັງໝົດ 26 ແມັດ, ກວ້າງ 6 ແມັດ ສູງ 2,50 ແມັດ, ມີມູນຄ່າໃນການກໍ່ສ້າງລວມທັງໝົດ 83 ກວ່າໂດລາສະຫະລັດ ໃນນັ້ນ, ເປັນງົບປະມານ ຂອງກອງທຶນພັດທະນາທ້ອງຖິ່ນເມືອງວິລະບູລີ ປະຈໍາປີ 2022 ຂອງບໍລິສັດລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ມີຈໍານວນ 53 ພັນກວ່າໂດລາສະຫະລັດ ແລະງົບປະມານຈາກການປະກອບສ່ວນຂອງ 3 ບໍລິສັດ ຈໍານວນ 30 ພັນໂດລາສະຫະລັດ ແລະ ຮັບເໝົາກໍ່ສ້າງໂດຍບໍລິສັດ ຈະເລີນກໍ່ສ້າງສ້ອມແປງຂົວທາງ ແລະ ຊົນລະປະທານຈໍາກັດຜູ້ດຽວ.

ຜົນສໍາເລັດໂຄງການກໍ່ສ້າງຂົວທັງ 2 ແຫ່ງດັ່ງກ່າວນີ້ ແມ່ນເປັນສິ່ງສໍາຄັນຫຼາຍ ເນື່ອງຈາກມັນໄດ້ເປັນການກອບສ່ວນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງວິລະບູລີ ໂດຍສະເພາະກໍ່ແມ່ນເຮັດໃຫ້ການສັນຈອນໄປມາຫາສູ່ກັນ, ການແລກປ່ຽນຊື້-ຂາຍ ລະຫວ່າງບ້ານຫາບ້ານ, ບ້ານຫາເມືອງ ໄດ້ມີຄວາມສະດວກສະບາຍຫຼາຍຂຶ້ນກວ່າເກົ່າ.
ຈາກ: ວິທະຍຸກະຈາຍສຽງ ແຂວງ ສະຫວັນນະເຂດ