ຈາກຄໍາວ່າຝັນກາຍເປັນຈິງ ໄດ້ແທນນາມວ່ານັກຂ່າວ ແລະ ພິທີກອນ ໜຸ່ມ ສີສຸວົງ ໂພທິສານ

157

ພາມາແນະນໍາໃຫ້ຮູ້ຈັກກັບພິທີກອນໜ້າໃໝ່ ໜຸ່ມດິນ ສີສຸວົງ ໂພທິສານ ຜູ້ທີ່ເຄີຍມີ ຄວາມຝັນຢາກຈະເປັນນັກຂ່າວ, ເປັນພິທີກອນ ມາແຕ່ນ້ອຍໆ ແຕ່ເສັ້ນທາງທີ່ຕົນວາດຝັນໄວ້ກໍບໍ່ແມ່ນເລື່ອງງ່າຍ ທີ່ຈະໄດ້ແທນນາມໃຫ້ຕົນເອງວ່ານັກຂ່າວ ຕາມທີ່ຝັນໄວ້ ແລະ ມື້ນີ້ເຮົາມາຮູ້ຈັກກັບໜຸ່ມຄົນນີ້ ເພື່ອໃຫ້ຂໍ້ຄິດກັບໃຜຫຼາຍຄົນ ໂດຍສະເພາະຜູ້ທີ່ມີຄວາມຝັນຢາກຈະເຮັດໃນສິ່ງທີ່ຕົນເອງມັກນັ້ນເອງ.

ສໍາລັບໜຸ່ມດິນ ສີສຸວົງ ໂພທິສານ ປັດຈຸບັນອາຍຸ 24 ປີ ຮຽນຈົບການບໍລິຫານໂຮງແຮມ ທີ່ມະຫາວິທະຍາໄລແຫ່ງຊາດ ເຊິ່ງປັດຈຸບັນເປັນນັກຂ່າວ, ພິທີກອນຢູ່ບໍລິສັດແອັກຊັນໂປຣ ໂດຍໜຸ່ມດິນໄດ້ໃຫ້ສຳພາດວ່າ: ຕົນເອງມັກສາຍນັກຂ່າວມາແຕ່ນ້ອຍ ແລະ ຄິດຢາກຈະຮຽນສາຍສື່ສານມວນຊົນ ແຕ່ດ້ວຍຈຳນວນຕົວເລກບັນຈຸທີ່ໜ້ອຍ ແລະ ຄິດຢ້ານເສັງບໍ່ຕິດ ມຊ ເລີຍຕັດສິນໃຈຮຽນສາຍອື່ນ ແຕ່ກໍສະແຫວງຫາຄວາມຮູ້ຕ່າງໆກ່ຽວກັບສາຍຂ່າວມາໂດຍຕະຫຼອດ.

ໃນສະໄໝຮຽນແມ່ນເປັນເດັກກິດຈະກຳ ຊ່ວຍເຫຼືອສັງຄົມ ແລະ ເປັນອາສາສະໝັກໃນໂຄງການຕ່າງໆສະເໝີ ທີ່ກ່ຽວກັບສາຍທີ່ຕົນເອງມັກ ເປັນຕົ້ນການແຂ່ງຂັນເວົ້າ, ແຂ່ງພິທີກອນ ແລະ ອື່ນໆ ແລະ ຈົນກ້າວມາສູ່ຕອນຈົບຮຽນໃໝ່ໆໃນປີ 2020 ຕົນເອງເລີ່ມຄິດຈະພາຕົນເອງເຂົ້າສູ່ວົງການສາຍນັກຂ່າວ ແຕ່ຄຳວ່າໂອກາດບໍ່ໄດ້ມາງ່າຍໆ ສະແຫວງຫາເທົ່າທີ່ຕົນເອງຈະເຮັດໄດ້ ຈົນສຸດທ້າຍກໍບໍ່ເປັນໄປຕາມນັ້ນ ຈຶ່ງຕັດສິນໃຈເຂົ້າເຮັດວຽກເປັນເຊວຂາຍເຄື່ອງທີ່ບໍລິສັດແຫ່ງໜຶ່ງ ແຕ່ກໍດ້ວຍຄວາມມັກໃນສາຍນັກຂ່າວກໍໄດ້ພະຍາຍາມຊອກຫາ ແລະ ໃນທີ່ສຸດກໍໄດ້ໃສ່ນາມວ່ານັກຂ່າວ ເຊິ່ງມີ ຄວາມສຸກຫຼາຍ ແລະ ເຂົ້າໃຈກັບຄຳວ່ານີ້ເລີຍ ມັນເປັນ ຄວາມຮູ້ສຶກທີ່ດີທີ່ສຸດທີ່ໄດ້ເຮັດໃນສິ່ງທີ່ຕົນເອງມັກ.

ຫຼັງຈາກທີ່ເຂົ້າມາເປັນນັກຂ່າວ ກໍຕ້ອງໄດ້ມີຄວາມພະຍາຍາມກວ່າຄົນອື່ນຫຼາຍ ເນື່ອງຈາກຕົນເອງບໍ່ມີປະສົບການໃນສາຍນີ້ ຫຼື ບໍ່ໄດ້ຈົບສາຍນີ້ມາໂດຍກົງ ແຕ່ດ້ວຍໃຈມັກ ຄິດວ່າເຮົາຢູ່ກັບມັນທຸກມື້, ເປັນວຽກທີ່ມັກ ບວກກັບຕື່ມຫົວໃຈໃສ່ໄປຢ່າງເຕັມທີ່ ບໍ່ມີສິ່ງໃດທີ່ເຮັດບໍ່ໄດ້ຢ່າງແນ່ນອນ. ແຕ່ຂໍ້ດີຄືເປັນຄົນທີ່ບໍ່ອາຍ ກ້າເວົ້າກ້າວ່າ ເຊິ່ງເປັນຈຸດແຂງທີ່ສາມາດນຳມາໃຊ້ໃນເສັ້ນທາງນີ້ໄດ້ເປັນຢ່າງດີ.

ປັດຈຸບັນມີຄວາມສຸກກັບສິ່ງທີ່ເຮັດ ບໍ່ວ່າຈະເປັນການຂຽນຂ່າວ, ອ່ານຂ່າວ, ພາກສຽງ ລວມໄປເຖິງເຄີຍມີຜູ້   ໃຫຍ່ໃຫ້ໂອກາດເປັນພິທີກອນ ເຊິ່ງເປັນຄັ້ງທຳອິດໃນຊີວິດທີ່ຮັບງານພິທີກອນໃນການແຂ່ງຂັນເດີນແບບ Centerstage Laos ທີ່ຜ່ານມາ ນີ້ເປັນຄວາມສຸກທາງໃຈທີ່ເມື່ອເຮົາເວົ້າ ແລະ ມີຄົນຟັງຢ່າງຫຼວງຫຼາຍ.

ສຸດທ້າຍນີ້ທີມຂ່າວບັນເທີງ ກໍຂໍຝາກທຸກຄົນຕິດຕາມ ແລະ ເປັນກໍາລັງໃຫ້ໜຸ່ມຄົນນີ້ດ້ວຍ ໂດຍຈະມີຜົນງານໃນການເປັນພິທີກອນໃຫ້ໄດ້ຕິດຕາມຢ່າງເລື້ອຍໆເລີຍ ສໍາລັບຊ່ອງທາງໃນການຕິດຕາມແມ່ນສາມາດຕິດຕາມກັນໄດ້ທີ ເຟສ ບຸ໊ກ ທ້າວ ສີສຸວົງ ໂພທິສານນັ້ນເອງ.