ວິກິດພະລັງງານ ກະທົບໜັກຕໍ່ເສດຖະກິດ ດຶງອັດຕາເງິນເຟີ້ສູງຂຶ້ນທຸກມູມໂລກ

54

ວິກິດພະລັງງານ ໄດ້ກາຍເປັນພາຍຸຮ້າຍພັດຊໍ້າຕື່ມເສດຖະກິດໂລກທີ່ຜະເຊີນຜົນກະທົບຢ່າງໜັກ ຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການຄາດຄະເນການເຕີບໂຕຂອງເສດຖະກິດໂລກ ໃນປີ2022 ຈາກຫຼາຍໆອົງການປັບຫຼຸດລົງ ທ່າມກາງພາວະເງິນເຟີ້ທີ່ສູງຂຶ້ນ ທະນາຄານກາງຫຼາຍປະເທດ ຕ້ອງປັບຂຶ້ນອັບຕາດອກເບ້ຍນະໂຍບາຍ ເພື່ອປະຄອງຄ່າເງິນບໍ່ໃຫ້ອ່ອນຄ່າຫຼາຍເກີນໄປ.

ການເພີ່ມຂຶ້ນຂອງລາຄາພະລັງງານໄດ້ສ້າງຜົນກະທົບໄປທົ່ວໂລກບໍ່ເວັ້ນແມ່ນແຕ່ປະເທດທີ່ພັດທະນາແລ້ວ ເຊິ່ງການເພີ່ມຂຶ້ນຂອງລາຄາພະລັງງານໄດ້ຍູ້ໃຫ້ອັດຕາເງິນເຟີ້ໃນບັບນດາປະເທດຕ່າງໆທົ່ວເພີ່ມຂຶ້ນສູງໃນຮອບຫຼາຍສິບປີ. ໂດຍສຳນັກຂ່າວເອພີ ລາຍງານໃນວັນທີ 31 ພຶດສະພາຜ່ານມາວ່າ ອັດຕາເງິນເຟີ້ໃນບັນດາປະເທດທີ່ໃຊ້ສະກຸນເງິນເອີໂຣ ຫຼື ເອີໂຣໂຊນ ເພີ່ມຂຶ້ນ 8,1% ໃນເດືອນພຶດສະພາ 2022, ຈາກລະດັບ 7,4% ໃນເດືອນເມສາ ເຊິ່ງເປັນຕົວເລກສູງສຸດເປັນສະຖິຕິໃໝ່ ທ່າມກາງການເພີ່ມຂຶ້ນຂອງລາຄາພະລັງງານ ດຶງຄ່າຄອງຊີບເພີ່ມຂຶ້ນຢ່າງຫຼີກລຽງບໍ່ໄດ້.

ລາຍງານລະບຸວ່າ ລາຄາພະລັງງານເພີ່ມຂຶ້ນ 39,2%, ຂະນະທີ່ລາຄາອາຫານກໍເພີ່ມຂຶ້ນ 7,5%, ຂະນະທີ່ລາຄາສິນຄ້າປະເພດອື່ນໆ ເປັນຕົ້ນແມ່ນ ເສື້ອຜ້າ, ເຄື່ອງໃຊ້ໄຟຟ້າ, ລົດ ແລະ ສິນຄ້າອື່ນໆກໍເພີ່ມຂຶ້ນ 4,2%, ສ່ວນລາຄາການບໍລິການເພີ່ມຂຶ້ນ 3,5%.

ຂະນະທີ່ ທ່ານ ນາງ ເຈເນັດ ເຢລເລັນ ລັດຖະມົນຕີກະຊວງການເງິນ ສະຫະລັດອາເມຣິກາໃຫ້ສຳພາດຕໍ່ສະຖານີໂທລະພາບ ABC ເມື່ອວັນທີ 19 ມິຖຸນາ 2022 ວ່າ: ປະທານາທິບໍດີ ໂຈ ໄບເດັນ ກຳລັງເຮັດທຸກວິທີທາງເພື່ອຊ່ວຍເຫຼືອປະຊາຊົນທີ່ກຳລັງປະເຊີນກັບຄ່າຄອງຊີບທີ່ສູງຂຶ້ນ ຕາມອັດຕາເງິນເຟີ້, ຂະນະດຽວກັນກໍຍອມຮັບວ່າ ລາຄານ້ຳມັນເພີ່ມສູງຂຶ້ນໄດ້ເພີ່ມພາລະໃຫ້ແກ່ພາກຄົວເຮືອນຢ່າງຫຼີກລ່ຽງບໍ່ໄດ້. ທັງນີ້, ລາຄານ້ຳມັນໃນສະຫະລັດ ເພີ່ມຂຶ້ນເປັນ 5 ໂດລາຕໍ່ກາລອນ ( ໜຶ່ງກາລອນມີ 3 ລິດ ) ໃນຂະນະນີ້ເພີ່ມຂຶ້ນສູງເຖິງ 48% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ

ດ້ານສຳນັກງານສະຖິຕິແຫ່ງຊາດຂອງອັງກິດ ເປີດເຜີຍວ່າ ດັດຊະນີລາຄາຜູ້ບໍລິໂພກ ( CPI ) ໃນເດືອນເມສາ 2022 ເພີ່ມຂຶ້ນ 9% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ ແລະ ເພີ່ມຂຶ້ນຈາກເດືອນມີນາ ທີ່ຢູ່ໃນລະດັບ 7% ຖືວ່າສູງສຸດໃນຮອບ 40 ປີ ຫຼື ນັບແຕ່ປີ 1982 ເປັນຕົ້ນມາ.
ຂະນະທີ່ຄ່າເງິນເອີໂຣ ອ່ອນຄ່າລົງຕ່ຳສຸດ ເກືອບເທົ່າເງິນໂດລາສະຫະລັດ ຖືວ່າເປັນການອ່ອນຄ່າລົງຫຼາຍທີ່ສຸດນັບແຕ່ປີ 2002 ເປັນຕົ້ນມາ ໂດຍເມື່ອວັນທີ 5 ກໍລະກົດຜ່ານມາ ຢູ່ທີ່ລະດັບ 1,03 ເອີໂຣ ຕໍ່ 1 ໂດລາສະຫະລັດ. ໂດຍສາເຫດຫຼັກທີ່ເຮັດໃຫ້ເງິນເອີໂຣອ່ອນຄ່າລົງຫຼາຍຂະໜາດນີ້ ເນື່ອງຈາກເອີໂຣໂຊນ ກຳລັງຜະເຊີນກັບສະພາວະເສດຖະກິດທົດຖອຍ ທີ່ມີສາເຫດຈາກອັດຕາເງິນເຟີ້ເພີ່ມສູງຂຶ້ນ.

ໃນຂະນະດຽວກັນດັດສະນີລາຄາຜູ້ຈັດການຝ່າຍຊື້ (PMI) ເຊິ່ງເປັນຕົວຊີ້ວັດຄວາມເຊື່ອໝັ້ນຂອງສະຫະພາບເອີຣົບຫຼຸດລົງຈາກ 54,8 ໃນເດືອນພຶດສະພາ ລົງມາຢູ່ທີ່ລະດັບ 52,0 ໃນເດືອນມິຖຸນາ ເຊິ່ງເປັນຄ່າສະເລ່ຍຕ່ຳທີ່ສຸດໃນຮອບ 16 ເດືອນຜ່ານມາ ເຊິ່ງຊີ້ໃຫ້ເຫັນວ່າ ເສດຖະກິດສະຫະພາບເອີຣົບໃນໄຕມາດທີ 2 ຂອງປີນີ້ ສະລໍຕົວລົງ ແລະ ມີໂອກາດທີ່ກິດຈະກຳດ້ານເສດຖະກິດຈະຫົດຕົວລົງໃນອີກຫຼາຍເດືອນຕໍ່ໜ້ານີ້.

ບົດລາຍງານການຕິດຕາມເສດຖະກິດຂອງໄທເຊິ່ງເຜີຍແຜ່ໂດຍທະນາຄານໂລກ ຄາດການວ່າ: ເສດຖະກິດຂອງໄທ ຈະຂະຫຍາຍຕົວ 2,9% ໃນປີນີ້ ໂດຍໄດ້ແຮງຍູ້ຈາກການບໍລິການພາກເອກະຊົນ ແລະ ການຟື້ນຕົວຂອງການທ່ອງທ່ຽວ.. ຂະນະທີ່ອັດຕາເງິນເຟີ້ທົ່ວໄປປີນີ້ ( headline inflation ) ຈະເພີ່ມຂຶ້ນ 5,2%.ອັດຕາເງິນເຟີ້ຂອງໄທ ໃນເດືອນພຶດສະພາເພີ່ມຂຶ້ນ 7,1% ເມື່ອທຽບໃສ່ປີຕໍ່ປີ ຖືວ່າເປັນລະດັບສູງສຸດ ນັບຕັ້ງແຕ່ເດືອນກໍລະກົດ 2008 ເປັນຕົ້ນມາ ເນື່ອງຈາກລາຄາພະລັງງານ ແລະ ອາຫານ ເພີ່ມສູງຂຶ້ນ. ຂະນະທີ່ເງິນບາດຂອງໄທໄດ້ດ່ອອນຄ່າຈຸລະດັບ 36ບາດຕໍ່1 ໂດລາສະຫະລັດເມື່ອວັນທີ 6 ກໍລະກົດ.

ຫວນຄືນໃນເດືອນເມສາ ທະນາຄານໂລກ ເປີດເຜີຍບົດລາຍງານໃນ“ການຜ່ານຜ່າລົມພາຍຸ” ລະບຸວ່າ: ຜົນກະທົບໃຫຍ່ຫຼວງຈາກ ຄວາມຂັດແຍ່ງໃນຢູໂຣບ ແລະ ມາດຕະການລົງໂທດຕໍ່ຣັດເຊຍນັ້ນ ໄດ້ລົບກວນການສະໜອງສິນຄ້າ, ເພີ່ມຂໍ້ຫຍຸ້ງຍາກໃຫ້ລະບົບການເງິນທີ່ບອບບາງຢູ່ແລ້ວ ແລະ ຖ່ວງດຶງການເຕີບໂຕດ້ານເສຖະກິດໃນໂລກໃຫ້ທົດຖອຍລົງໄປຕື່ມ. ບັນດາປະເທດໃນພາກພື້ນທີ່ເປັນປະເທດນຳເຂົ້ານ້ຳມັນເຊື້ອໄຟລາຍໃຫຍ່ເຊັ່ນ: ມົງໂກລີ, ໄທ ແລະ ປະເທດນຳເຂົ້າອາຫານລາຍໃຫຍ່ເຊັ່ນ: ເກາະປາຊີຟິກ ປະກົດໃຫ້ເຫັນວ່າ ລາຍໄດ້ຕົວຈິງໄດ້ຫຼຸດລົງ. ບັນດາປະເທດທີ່ມີໜີ້ສິນຫຼວງຫຼາຍ ແລະ ປະເທດເອື່ອຍອີງໃສ່ການສົ່ງອອກໃນລະດັບສູງ ແມ່ນມີຄວາມບອບບາງຈາກຜົນກະທົບດ້ານການເງິນໂລກ ແລະ ຜົນກະທົບຕໍ່ການເຕີບໂຕຂອງເສດຖະກິດໂລກ.
ສຳລັບສປປ ລາວການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟ ໄດ້ກະທົບຢ່າງໜັກຕໍ່ດຸນບັນຊີ ເຊິ່ງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ກ່າວຕໍ່ກອງປະຊຸມສະພາແຫ່ງຊາດວ່າ: ໃນປີ 2021 ສປປ ລາວ ໃຊ້ເງິນຕາຕ່າງປະເທດນຳເຂົ້ານໍ້າມັນເຊື້ອໄຟ ບໍ່ເກີນ 50 ລ້ານໂດລາສະຫະລັດຕໍ່ເດືອນ, ແຕ່ປີ 2022 ໃຊ້ເງິນຕານໍາເຂົ້ານໍ້າມັນເຊື້ອໄຟ 100 ລ້ານໂດລາສະຫະລັດຕໍ່ເດືອນ.

ອີງຕາມບົດລາຍງານສະພາບອັດຕາເງິນເຟີ້ ປະຈຳເດືອນພຶດສະພາ 2022 ຂອງສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ອັດຕາເງິນເຟີ້ລວມ ເດືອນພຶດສະພາ 2022 ທຽບກັບເດືອນດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 12,8% (ເດືອນເມສາ 9,9%) ແລະ ສະເລ່ຍໄລຍະ 5 ເດືອນຕົ້ນປີ ເພີ່ມຂຶ້ນຢູ່ລະດັບ 9,0% ເປັນການເພີ່ມຂຶ້ນທີ່ສູງຕໍ່ເນື່ອງ ແລະ ສູງທີ່ສຸດໃນຮອບ 15 ປີ.
ຕໍ່ສະພາບດັ່ງກ່າວ ໄດ້ເລັ່ງທວງໃຫ້ພວກເຮົາໝົດທຸກຄົນ ຈົ່ງມີສະຕິ, ປະຢັດມັດທະຍັດໃຊ້ຈ່າຍໃນສິ່ງທີ່ຈໍາເປັນ ໂດຍສະເພາະແມ່ນການຊົມໃຊ້ຍານພາຫະນະ, ສຸມໃສ່ການຜະລິດສິນຄ້າເພື່ອຊົມໃຊ້ພາຍໃນຫຼາຍຂຶ້ນ ຫຼຸດການນຳເຂົ້າສິນຄ້າທີ່ບໍ່ຈຳເປັນລົງ ເພື່ອພ້ອມກັນຜ່ານຜ່າວິກິດທີ່ຫຍຸ້ງຍາກຄັ້ງນີ້.