ສປປລາວ ບໍ່ອະນຸຍາດໃຫ້ຜະລິດ, ປຸງແຕ່ງ,ຊື້-ຂາຍ ກະທ່ອມ

204

ວິນາທີນີ້ຕ້ອງຮູ້ກະທ່ອມ ເພື່ອບໍ່ໃຫ້ກະທຳຜິດຕໍ່ລະບຽບກົດໝາຍບ້ານເມືອງ ຍ້ອນເຫັນໄດ້ວ່າມີຫຼາຍກຸ່ມຄົນມີການຊື້ຂາຍກັນຢ່າງຫຼວງຫຼາຍໃນໂລກອອນລາຍ ແຕ່ຮູ້ບໍ່ວ່າການທີ່ເຮັດເຊັ່ນນັ້ນ ແມ່ນຜິດຕໍ່ລະບຽບກົດໝາຍຂອງລາວເຮົາ
ໂດຍ ພືດກະທ່ອມ (ໃບສົດ), ເປັນພືດທີ່ກົດຫມາຍຂອງ ສປປ ລາວ ເກືອດຫ້າມ ບໍ່ອະນຸຍາດໃຫ້ປູກ, ປຸງແຕ່ງ, ຜະລິດ, ຊື້-ຂາຍ, ຈໍາຫນ່າຍ, ຄອບຄອງ, ເກັບຮັກສາ, ນໍາເຂົ້າ, ສົ່ງອອກ, ຂົນສົ່ງ ແລະ ສົ່ງຜ່ານ ສປປ ລາວ.

ຫຼ້າສຸດນີ້ທາງ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກໄດ້ແຈ້ງການເຖິງ ທ່ານ ອັກຄະຣາດຊະທູດໄທທີ່ປຶກສາ (ຝ່າຍການຄ້າ) ປະຈໍານະຄອນຫຼວງວຽງຈັນ ກ່ຽວກັບການນໍາພືດກະທ່ອມ (ໃບສົດ), ເຄື່ອງດື່ມ ແລະ ຜະລິດຕະພັນອາຫານທີ່ມີການປຸງແຕ່ງຈາກພືດກະທ່ອມເຂົ້າມາຈໍາຫນ່າຍໃນ ສປປ ລາວ 6871/2022.ກອປ ລົງວັນທີ 14 ມິຖຸນາ 2022

ໂດຍອີງຕາມ ກົດຫມາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ) ສະບັບເລກທີ 07/ສພຊ, ລົງວັນທີ 21 ທັນວາ 2011, ຂໍ້ຕົກລົງຂອງກະຊວງສາທາລະນະສຸກ ວ່າດ້ວຍການຄຸ້ມຄອງຢາ ຫຼື ສານເສບຕິດ, ອອກລິດຕໍ່ຈິດປະສາດ ແລະ ສານເຄມີຕົ້ນ ເລກທີ 456/ກຊສ, ລົງວັນທີ 19 ເມສາ 2006, ຂໍ້ຕົກລົງຂອງກະຊວງສາທາລະນະສຸກ ວ່າດ້ວຍບັນຊີປະເພດຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ເລກທີ 08/ກຊສ, ລົງວັນທີ 04 ມັງກອນ 2005 ແລະ ຫນັງສືສະເຫນີຈາກສໍານັກງານສົ່ງເສີມການຄ້າໃນຕ່າງປະເທດ, ສະຖານເອກອັກຄະຣາຊະທູດໄທ ປະຈໍາ ນະຄອນຫຼວງວຽງຈັນ, ລົງວັນທີ 6 ມິຖຸນາ 2022.

ດັ່ງນັ້ນ, ທາງກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ໄດ້ຄົ້ນຄວ້າ ແລະ ຂໍແຈ້ງມາຍັງທ່ານໄດ້ຮັບຊາບວ່າ: ການນໍາພືດກະທ່ອມ (ໃບສົດ), ເຄື່ອງດື່ມ ແລະ ຜະລິດຕະພັນອາຫານທີ່ມີການປຸງແຕ່ງຈາກພືດກະທ່ອມເຂົ້າ ມາຈໍາຫນ່າຍໃນ ສປປ ລາວ ແມ່ນຍັງບໍ່ສອດຄ່ອງກັບກົດຫມາຍທີ່ໄດ້ກໍານົດອອກ, ເນື່ອງຈາກວ່າຜະລິດຕະພັນທີ່ ໄດ້ມາຈາກການປຸງແຕ່ງ ແລະ ມີສ່ວນປະສົມຈາກພືດດັ່ງກ່າວ ຍັງເປັນພືດທີ່ກົດຫມາຍຂອງ ສປປ ລາວ ເກືອດຫ້າມ ບໍ່ອະນຸຍາດໃຫ້ປູກ, ປຸງແຕ່ງ, ຜະລິດ, ຊື້-ຂາຍ, ຈໍາຫນ່າຍ, ຄອບຄອງ, ເກັບຮັກສາ, ນໍາເຂົ້າ, ສົ່ງອອກ, ຂົນສົ່ງ ແລະ ສົ່ງຜ່ານ ສປປ ລາວ.