ເງິນເອີໂຣ ອ່ອນຄ່າລົງຕ່ຳສຸດໃນຮອບ 20 ປີ ກັງວົນເສດຖະກິດທົດຖອຍ

155

ຄ່າເງິນເອີໂຣ ອ່ອນຄ່າລົງຕ່ຳສຸດ ເກືອບເທົ່າເງິນໂດລາສະຫະລັດ ຖືວ່າເປັນການອ່ອນຄ່າລົງຫຼາຍທີ່ສຸດ ນັບແຕ່ປີ 2002 ເປັນຕົ້ນມາ ໂດຍເມື່ອວັນທີ 5 ກໍລະກົດຜ່ານມາ ຢູ່ທີ່ລະດັບ 1,03 ເອີໂຣ ຕໍ່ 1 ໂດລາສະຫະລັດ ໂດຍສາເຫດຫຼັກທີ່ເຮັດໃຫ້ເງິນເອີໂຣອ່ອນຄ່າລົງຫຼາຍຂະໜາດນີ້ ເນື່ອງຈາກເອີໂຣໂຊນ ກຳລັງປະເຊີນກັບສະພາວະເສດຖະກິດທົດຖອຍ ທີ່ມີສາເຫດຈາກອັດຕາເງິນເຟີ້ເພີ່ມສູງຂຶ້ນ.

May be an image of money

ໃນຂະນະດຽວກັນ ນັກລົງທຶນກຳລັງຕິດຕາມຢ່າງໃກ້ຊິດຈາກມາດຕະການປັບຂຶ້ນອັດຕາດອກເບ້ຍຂອງທະນາຄານກາງສະຫະລັດອາເມຣິກາ    ( ເຟດ ) ເພື່ອຮັບມືກັບອັດຕາເງິນເຟີ້, ຂະນະທີ່ທະນາຄານກາງສະຫະພາບເອີຣົບ ( ECB ) ໄດ້ໃຊ້ນະໂຍບາຍກົງກັນຂ້າມ ແລະ ມີແຜນທີ່ຈະປັບຂຶ້ນອັດຕາດອກເບ້ຍ ແຕ່ບໍ່ໄດ້ມຸ່ງເນັ້ນໄປເພື່ອຄວບຄຸມອັດຕາເງິນເຟີ້ ( ປັບຂຶ້ນອັດຕາດອກເບ້ຍເທື່ອລະໜ້ອຍ ).

May be an image of money and text that says '50 EURO URO 2CB EZB EKT EK 500 EURO NO 200 200EUR EUR'

ໃນຂະນະດຽວກັນດັດສະນີລາຄາຜູ້ຈັດການຝ່າຍຊື້ ( PMI ) ເຊິ່ງເປັນຕົວຊີ້ວັດ ຄວາມເຊື່ອໝັ້ນຂອງສະຫະພາບເອີຣົບ ຫຼຸດລົງຈາກ 54,8 ໃນເດືອນພຶດສະພາ ລົງມາຢູ່ທີ່ລະດັບ 52,0 ໃນເດືອນມິຖຸນາ ເຊິ່ງເປັນຄ່າສະເລ່ຍຕ່ຳທີ່ສຸດໃນຮອບ 16 ເດືອນຜ່ານມາ ເຊິ່ງຊີ້ໃຫ້ເຫັນວ່າ ເສດຖະກິດສະຫະພາບເອີຣົບ ໃນໄຕມາດທີ 2 ຂອງປີນີ້ ຊະລໍຕົວລົງ ແລະ ມີໂອກາດທີ່ກິດຈະກຳດ້ານເສດຖະກິດຈະຫົດຕົວລົງໃນອີກຫຼາຍເດືອນຕໍ່ໜ້ານີ້.

ນັກວິເຄາະຄາດການວ່າ ນັກລົງທຶນມີຄວາມວິຕົກກັງວົນເພີ່ມຂຶ້ນ ຫຼັງແນມເຫັນເສດຖະກິດຂອງເອີໂຣໂຊນສ່ຽງທົດຖອຍ ຈຶ່ງສົ່ງຜົນກະທົບຕໍ່ຄ່າເງິນເອີໂຣ, ໃນຂະນະທີ່ເງິນໂດລາແຂງຄ່າຂຶ້ນ ເພາະເຟດຈະປັບຂຶ້ນອັດຕາດອກເບ້ຍຢ່າງຕໍ່ເນື່ອງ ເພື່ອສະກັດເງິນເຟີ້.