ຄວາມຮູ້ສຶກຂອງ ນໍ້າສົ້ມ ສາວໄວໃສຫຼາກຫຼາຍຄວາມສາມາດ ກັບການປະກວດ Miss Teen Laos 2022

176

ເວທີ Miss Teen Laos 2022 ຈະກັບມາເປັ່ງປະກາຍໃຫ້ກັບດວງດາວແຫ່ງຍຸກສະໄໝອີກຄັ້ງ ພາຍຫຼັງທີ່ໄດ້ໂຈະການແຂ່ງຂັນໄປ ເນື່ອງຈາກໃນຕອນນັ້ນມີສະຖານະການຂອງການແຜ່ລະບາດພະຍາດໂຄວິດ – 19 ເປັນວົງກວ້າງນັ້ນເອງ ກັບມາຄັ້ງນີ້ຍັງຄົງຄອນເຊັບເກົ່າ ໂດຍມີນ້ອງໆຜູ້ເຂົ້າຮ່ວມການປະກວດ ເພື່ອຊີງມົງກຸດຈາກເວທີທັງໝົດ 12 ຄົນ.

ສະນັ້ນ, ທີມຂ່າວບັນເທີງຂອງພວກເຮົາກໍບໍ່ລໍຊ້າ ໄດ້ສໍາພາດເຖິງຄວາມຮູ້ສຶກຂອງນ້ອງຄົນນີ້ ທີ່ເປັນຕົວເກງຂອງເວທີເລີຍກໍວ່າໄດ້ ແລະ ບອກໄດ້ເລີຍວ່າຄວາມສາມາດແມ່ນຮອບດ້ານນັ້ນ ກໍຄື ນໍ້າສົ້ມ ສົມສຸດາ ເທບສຸວັນ MTL03 ໂດຍນ້ອງບອກວ່າ: ນ້ອງເອງຮູ້ສຶກດີໃຈທີ່ສຸດເລີຍ ເພາະນ້ອງກໍລໍຄອຍການກັບມາຂອງກອງປະກວດເຊັ່ນກັນ, ຕື່ນເຕັ້ນທີ່ຈະໄດ້ເຮັດກິດຈະກຳຕ່າງໆ ແລະ ນ້ອງຍັງຈະເຕັມທີ່ພະຍາຍາມເຮັດໃຫ້ສຸດຄວາມສາມາດ.

ສໍາລັບການກຽມຕົວເພື່ອເຂົ້າຮ່ວມປະກວດໃນຄັ້ງນີ້ ນ້ອງເອງກໍໄດ້ຝຶກຊ້ອມໃນການເດີນແບບ, ຝຶກຊ້ອມຕອບຄຳຖາມ, ແຕ່ງໜ້າເຮັດຜົມເອງ ແລະ ຝຶກໃນເລື່ອງຂອງພາສາອີກດ້ວຍ…

ສິ່ງທ້າທາຍຂອງການກັບມາຄັ້ງນີ້ ເຮັດໃຫ້ນ້ອງສູ້ຫຼາຍກວ່າເກົ່າ ກຽມພ້ອມໃນການເຂົ້າກອງ ບໍ່ວ່າຈະເປັນການຕອບຄຳຖາມ, ທັດສະນະຄະຕິທີ່ຕ້ອງຕອບໂຈດ , ຕ້ອງມີຄວາມກ້າຫານກ້າສະແດງອອກ ເພື່ອທີ່ຈະໃຫ້ເໝາະສົມໃນການເຂົ້າໃກ້ມົງກຸດທີ່ສຸດ ແລະ ນີ້ກໍຄືສິ່ງໜຶ່ງທີ່ເປັນຄວາມທ້າທາຍສຳລັບນ້ອງເລີຍ.

ການກັບມາຂອງເວທີປະກວດໃນຄັ້ງນີ້ ສໍາລັບສິ່ງທີ່ໃຫ້ທຸກຄົນໄດ້ເຫັນແມ່ນນ້ອງຢາກສະແດງການເປົ່າແຄນ ເພາະຢາກໃຫ້ເຫັນເຖິງວັດທະນະທຳດົນຕີລາວ ທີ່ໄດ້ຂຶ້ນເປັນມໍລະດົກໂລກ ແລະ ສະແດງໃຫ້ເຫັນເຖິງຄວາມສາມາດຂອງໄວໜຸ່ມລາວນັ້ນເອງ.

ນໍ້າສົ້ມເປັນໄວໜຸ່ມຍິງຄົນໜຶ່ງທີ່ມີຄວາມຫຼົງໄຫຼໃນວັດທະນະທຳລາວ ແລະ ດົນຕີລາວ ໂດຍນ້ອງໄດ້ເອົາໃຈໃສ່ ແລະ ມີຄວາມສາມາດດ້ານດົນຕີຫຼາກຫຼາຍປະເພດເລີຍ ບໍ່ວ່າຈະເປັນດົນຕີພື້ນເມືອງ ເຊັ່ນ: ເປົ່າແຄນ, ເປົ່າໂຫວດ, ຕີຂິມ, ຕີລະນາດ, ຕີກອງ ແລະ ຍັງສາມາດຫຼິ້ນດົນຕີພື້ນບ້ານ ເຊັ່ນ: ໂປງລາງ ພ້ອມນີ້ຍັງມີຄວາມສາມາດໃນການຟ້ອນ, ຮ້ອງເພງ, ເຕັ້ນ ແລະ ຫຼິ້ນເປຍໂນໄດ້ນໍາອີກ.

ການປະກວດໃນເວທີນາງງາມ Miss Teen Laos ແມ່ນເປັນເວທີທໍາອິດຂອງນ້ອງນໍ້າສົ້ມ ແຕ່ຜ່ານການສໍາພາດໃນຫຼາຍຄັ້ງ ເຫັນວ່ານ້ອງຄົນນີ້ແມ່ນມີຄວາມມຸ່ງໝັ້ນ ແລະ ຕັ້ງໃຈເປັນຢ່າງດີ ແລະ ສໍາລັບເວທີຜ່ານມາສ່ວນໃຫຍ່ຂອງນ້ອງຄົນນີ້ ແມ່ນເຄີຍປະກວດເປົ່າແຄນ, ຟ້ອນ ແລະ ພິທີກອນດີເດັ່ນ ໂດຍຜ່ານມາແລ້ວຫຼາກຫຼາຍເວທີ ກິດຈະກຳຍາມວ່າງທີ່ມັກເຮັດ ແມ່ນຮ້ອງເພງ – ຟັງເພງ, ເບິ່ງປະກວດນາງງາມ ແລະ ຫຼິ້ນດົນຕີ ການແຕ່ງຕົວແມ່ນມັກແຕ່ງຕົວແບບສາຍລຽບໆ ແຕ່ມີສະຕາຍ ຫຼື ແບບເສື້ອຍືດ, ໂສ້ງຍີນ.

ສຸດທ້າຍນີ້ ຝາກເຊຍ MTL03 ນ້ຳສົ້ມ ສົມສຸດາ ເທບສຸວັນ ແດ່ເດີ ທຸກກຳລັງໃຈມີຜົນຕໍ່ນໍ້າສົ້ມຫຼາຍ ສາມາດເຂົ້າໄປເຊຍໄດ້ທີ່ page:Miss Teen Laos ສາມາດຕິດຕາມຜົນງານໄດ້ FB:Namsom thepsouvan.