ຕະຫຼາດຫຼັກຊັບລາວ ຢ້ຽມຢາມ ແລະ ແລກປ່ຽນຄວາມຮູ້ກັບຕະຫຼາດຫຼັກຊັບໄທ

264

ເພື່ອເສີມຂະຫຍາຍຄວາມຫຼາກຫຼາຍດ້ານບົດຮຽນ, ຄວາມຮູ້ ແລະວິຊາການທາງດ້ານຕະຫຼາດທຶນ ເມື່ອບໍ່ດົນມານີ້ ຄະນະຂອງຕະຫຼາດຫຼັກຊັບລາວ ນຳໂດຍທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວໄດ້ເດີນທາງໄປແລກປ່ຽນຖອດຖອນບົດຮຽນກັບຕະຫຼາດຫຼັກຊັບຂອງລາຊະອານາຈັກໄທ.

ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ (LSX) ພ້ອມຄະນະ ໄດ້ເດີນທາງຢ້ຽມຢາມຕະຫຼາດຫຼັກຊັບໄທ (SET) ໂດຍມີ ດຣ ພາກອນ ປິຕະວັດໄຊ ກຳມະການ ແລະ ຜູ້ຈັດການຕະຫຼາດຫຼັກຊັບແຫ່ງປະເທດໄທ (SET) ພ້ອມຄະນະໃຫ້ການຕ້ອນຮັບ.

ພ້ອມນີ້ຍັງມີ ທ່ານ ສົມພົບ ສັກພັນພະນົມ ປະທານກຳມະການ ບໍລິສັດ ແອສເຊັດໂປຣ ແມເນຈເມັ້ນ ຈຳກັດ (APM) ທັງເປັນຜູ້ອຳນວຍການໃຫຍ່ ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ (APMLAO) ພ້ອມທີມງານເຂົ້າຮ່ວມ.

ຈຸດປະສົງຂອງການຢ້ຽມຢາມແມ່ນເພື່ອເປັນການແລກປ່ຽນຄວາມຄິດເຫັນ ພ້ອມທັງປຶກສາຫາລື ຄວາມຄືບໜ້າຂອງວຽກງານຕະຫຼາດທຶນຂອງທັງສອງປະເທດໃຫ້ກັນຮັບຊາບ.

ເຊິ່ງການພົບປະແມ່ນມີຂື້ນໃນວັນທີ 30 ມິຖຸນາ 2022 ຜ່ານມາ.