ບໍ່ແກ້ວສັ່ງປິດຮ້ານອາຫານ ຫຼື ຮ້ານບັນເທີງໃນຂອບເຂດຂອງການສອບເສັງ ມ4 ແລະ ມ7

77

ໃກ້ເຂົ້າມາແລ້ວສຳລັບນ້ອງໆນັກຮຽນຊັ້ນ ມ4 ແລະ ມ7 ທີ່ຈະເຂົ້າສູ່ການສອບເສັງຈົບຊັ້ນຊັ້ນ ໂດຍປີນີ້ເຂັ້ມງວດຂຶ້ນຕື່ມ ໂດຍສະເພາະທີ່ແຂວງບໍ່ແກ້ວ ຫ້ອງວ່າການແຂວງໄດ້ອອກແຈ້ງການເລກທີ 764/ຫວຂ.ບກ ລົງວັນທີ 6 ກໍລະກົດ 2022 ເລື່ອງ ໃຫ້ປິດບໍລິການຊົ່ວຄາວ ບັນດາຮ້ານກິນດື່ມ, ຮ້ານບັນເທີງ ແລະ ຮ້ານຄາລາໂອເກະໃນຊ່ວງໄລຍະທີມີການສອບເສັງຈົບຊັ້ນ ມ4 ແລະ ມ7 ໃນທົ່ວແຂວງ.

ທັງນີ້ກໍ່ຈະໄດ້ມີການຊີ້ນຳພາກສ່ວນທີ່ກ່ຽວຂ້ອງ ໃນການລົງຕິດຕາມ ກວດກາ ແລະ ແຈ້ງປິດຊົ່ວຄາວ ບັນດາຮ້ານກິນດື່ມ, ຮ້ານຄາລາໂອເກາະ ແລະ ຮ້ານບັນເທີງ ໃນຂອບເຂດການຮັບຜິດຊອບຂອງແຂວງ ແລະ ພາຍໃນເມືອງຂອງຕົນ ແມ່ນໃຫ້ປິດບໍລິການຊົ່ວຄາວ ໃນວັນທີ 8 ກໍລະກົດ 2022 ແລະ ວັນທີ 16 ກໍລະກົດ 2022 ທັງນີ້ກໍ່ເພື່ອຫຼີດລ່ຽງບໍ່ໃຫ້ນັກຮຽນ ມ4 ແລະ ມ7 ທີ່ຈະສອບເສັງຈົບຊັ້ນສົຮຽນ 2021-2022 ຄັ້ງວັນທີ 6-8 ກໍລະກົດ 2022( ຊັ້ນ ມ4ຝ ແລະ ວັນທີ 14-16 ກໍລະກົດ 2022 (ຊັ້ນມ7). ຕັ້ງກຸ່ມກັນເຂົ້າຮ້ານກິນດື່ມ, ຊຸມແຊວຊະຊາຍ ພ້ອມທັງຕິດຕາມສະພາບການ ຢ່າງໃກ້ຊິດເພື່ອປ້ອງກັນບັນຫາທີ່ອາດຈະເກີດຂຶ້ນ ເປັນຕົ້ນ: ອຸປັດຕິເຫດ, ການທະເລາະວິວາດ, ຕີກັນ ແລະ ເກີດປະກົດການຫຍໍ້ທໍ້ຕ່າງໆ.

ຖ້າຫາກວ່າບັນດາຮ້ານກິນດື່ມ, ຮ້ານຄາລາໂອເກາະ ແລະ ຮ້ານບັນເທີງ ບໍ່ປະຕິບັດຕາມແຈ້ງການ ຫຼື ພາກສ່ວນທີ່ກ່ຽວຂ້ອງລົງແນະນຳ ແມ່ນໃຫ້ປະຕິບັດຕາມລະບຽບຫຼັກການຢ່າງເຂັ້ມງວດ.

ພາບປະກອບ