ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນແຂວງຮ່າຕິ້ງ

45

ໃນຕອນເຊົ້າ ວັນທີ 5 ກໍລະກົດ 2022 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະ ມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຄະ ນະຜູ້ແທນແຂວງຮ່າຕິ້ງ ສສ ຫວຽດນາມ ເຊິ່ງນຳໂດຍທ່ານ ຫວໍ ຈ້ອງ ຫ້າຍ ປະທານຄະນະກຳມະການປະຊາຊົນ ແຂວງຮ່າຕິ້ງ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກກັບແຂວງບໍລິຄຳໄຊ ໃນລະ ຫວ່າງວັນທີ 4-8 ກໍລະກົດ 2022 ນີ້.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ຄະນະຜູ້ແທນແຂວງຮ່າຕິ້ງ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ກໍ່ຄື ຢູ່ແຂວງບໍລິຄຳໄຊ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນ ຈັດຕັ້ງປະຕິບັດກິດຈະກຳ ສະເຫຼີມສະຫຼອງສອງວັນປະຫວັດສາດ ຂອງສອງຊາດ ລາວ-ຫວຽດນາມ ຄື ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນ ທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ໃຫ້ມີເນື້ອໃນເລິກເຊິ່ງຮອບດ້ານ ແລະ ເປັນຂະບວນການຟົດຟື້ນ; ໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອ ແລະ ສະໜັບ ສະໜູນ ອັນສະເໝີຕົ້ນສະເໝີປາຍ ຂອງແຂວງ ຮ່າຕິ້້ງ ສສ ຫວຽດນາມ ຕໍ່ບັນດາແຂວງຂອງ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ

ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ນຳສະເໜີ ກ່ຽວກັບສະພາບການພັດທະ ນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນ ຂອງ ສປປ ລາວ, ລວມທັງ ການພັດ ທະນາໂຄງລ່າງພື້ນຖານການຄົມມະນາຄົມຂົນສົ່ງ, ການແກ້ໄຂປະກົດການຫຍໍ້ທໍ້ ຢູ່ເຂດຊາຍແດນ ແລະ ເຂດຈຸດສຸມພັດ ທະນາຈຳນວນໜຶ່ງ ທີ່ໄດ້ຮັບຜົນດີ ແລະ ກາຍເປັນບົດຮຽນ ທີ່ຄວນເສີມຂະ ຫຍາຍ. ອັນສຳຄັນ, ທ່ານນາຍົກລັດ ຖະມົນຕີ ໄດ້ມີຄຳເຫັນເນັ້ນໜັກ ສະເໜີໃຫ້ແຂວງຮ່າຕິ້ງ ສືບຕໍ່ເອົາໃຈໃສ່ວຽກງານການພົວພັນຮ່ວມມື ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແຂວງຮ່າຕິ້ງ ກັບແຂວງ ຂອງ ສປປ ລາວ ຈຳນວນໜຶ່ງ ຕື່ມບາງດ້ານ ເປັນຕົ້ນ ການພັດທະນາຊັບ ພະຍາກອນມະນຸດ ແມ່ນໃຫ້ຢຶດໝັ້ນຕາມມາດຕະຖານລະບົບການສຶກສາ ຂອງຫວຽດນາມ ເປັນຕົ້ນຕໍ ໂດຍສະເພາະ ຕໍ່ນັກສຶກສາລາວ ທີ່ໄປຮຽນຢູ່ແຂວງຮ່າຕິ້ງ; ສຳລັບສາຂາວິຊາຮຽນ ແມ່ນໃຫ້ມີຄວາມຫຼາກຫຼາຍ ຈົບແລ້ວສາມາດປະກອບອາຊີບນຳພາກລັດ ແລະ ເອກະຊົນໄດ້; ຂົງເຂດເສດຖະ ກິດ ແມ່ນສະເໜີຕໍ່ການນໍາຂອງແຂວງຮ່າຕິ້ງ ໃຫ້ຊີ້ນຳບັນດານັກທຸລະກິດ ຂອງຫວຽດນາມ ແລະ ລາວ ຮ່ວມມືກັນດ້ວຍຄວາມຈິງໃຈ ແລະ ມີແຜນການຮ່ວມມື ທີ່ເປັນລະບົບ ແລະ ລະອຽດ; ສືບຕໍ່ຮ່ວມມືກັນພັດທະນາ ທ່າເຮືອຫວຸງອ່າງ ຕາມທິດທີ່ການນຳຂັ້ນສູງ ຂອງລາວ ແລະ ຫວຽດນາມ ໄດ້ຕົກລົງກັນ ໃຫ້ມີຄວາມຄືບໜ້າ ເປັນກ້າວໆ ພ້ອມທັງ ສຸມໃສ່ແກ້ໄຂບັນດາຂອດທີ່ຍັງຄົງຄ້າງ ໃຫ້ສາມາດຕົກລົງເປັນເອກະພາບກັນ.

ໃນໂອກາດດຽວກັນ, ທ່ານ ຫວໍ ຈ້ອງ ຫ້າຍ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ນາຍົກລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ຕີລາຄາສູງ ຕໍ່ສາຍພົວພັນ ແລະ ການຮ່ວມມື ທີ່ເປັນມູນເຊື້ອອັນດີງາມ ລະ ຫວ່າງ ສສ ຫວຽດນາມ ແລະ ສປປ ລາວ; ໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບພັດ ທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນ ຂອງ ແຂວງຮ່າຕິ້ງ, ລວມທັງ ທ່າແຮງ ໃນການພັດທະນາແຂວງ ແລະ ສະພາບການພົວພັນຮ່ວມມື ກັບບັນດາແຂວງຈຳນວນໜຶ່ງ ຂອງ ສປປ ລາວ; ໄດ້ແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງ, ແຜນການ ເຄື່ອນ ໄຫວຢ້ຽມຢາມ ແລະ ເຮັດວຽກຮ່ວມກັບແຂວງບໍລິຄຳໄຊ ກໍ່ຄືພາກສ່ວນກ່ຽວຂ້ອງ ຢູ່ ສປປ ລາວ ໃນຄັ້ງນີ້; ໄດ້ຮັບເອົາຄຳເຫັນຊີ້ນຳ ຂອງທ່ານ ນາຍົກລັດຖະມົນຕີ ໄປຄົ້ນຄວ້າຜັນຂະຫຍາຍ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ການຕົກລົງ ຂອງການນຳຂັ້ນສູງ ຂອງສອງປະເທດ ໄດ້ຮັບຜົນດີ.

ຈາກ: Lao National Radio