ລາຄາອາຫານໃນສີລັງກາເພີ່ມຂຶ້ນ 80%

69

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ກໍລະກົດ 2022 ວ່າ ສຳນັກງານສະຖິຕິແຫ່ງຊາດສີລັງກາເປີດເຜີຍວ່າ ລາຄາສະບຽງອາຫານຢູ່ສີລັງກາໃນເດືອນມິຖຸນາຜ່ານມາ ເພີ່ມຂຶ້ນ 80,1% ເມື່ອທຽບກັບຊ່ວງດຽວກັນຂອງປີຜ່ານມາ, ຂະນະທີ່ຕົ້ນທຶນຂອງການຂົນສົ່ງສິນຄ້າເພີ່ມຂຶ້ນ 128% ໃນຊ່ວງເວລາດຽວກັນນີ້.

ທາງດ້ານອົງການອຸຍນີເຊັບ ເປີດເຜີຍວ່າ ລາຄາອາຫານ ແລະ ຄ່າຄອງຊີບທີ່ເພີ່ມຂຶ້ນ ເຮັດໃຫ້ພາກຄົວເຮືອນຂອງສີລັງກາປະມານ 70% ຕ້ອງຫຼຸດປະລິມານການບໍລິໂພກອາຫານລົງ ເນື່ອງຈາກດັດສະນີລາຄາເພີ່ມຂຶ້ນທຸກປະເພດສິນຄ້າ ໂດຍລາຄາພືດຜັກເພີ່ມຂຶ້ນເກືອບ 2 ເທົ່າ, ຂະນະທີ່ລາຄາເຂົ້າສານເພີ່ມຂຶ້ນຈາກກິໂລລະ145 ຣູປີ ເປັນ 230 ຣູປີຕໍ່ກິໂລກຣາມ ໃນປັດຈຸບັນ.
ປັດຈຸບັນ ສີລັງກາກຳລັງເຈລະຈາກັບ IMF ເພື່ອຂໍການຊ່ວຍເຫຼືອດ້ານການເງິນງວດໃໝ່ ມູນຄ່າປະມານ 3.000 ລ້ານໂດລາສະຫະລັດ ເພື່ອບັນເທົາວິກິດເສດຖະກິດຂອງປະເທດ.


ທັງນີ້ ສີລັງກາປະເຊີນກັບວິກິດເສດຖະກິດຢ່າງຮຸນແຮງທີ່ສຸດໃນປະຫວັດສາດ ນັບແຕ່ປະກາດເອກະລາດໃນປີ 1948 ເປັນຕົ້ນມາ, ເຮັດໃຫ້ທາງການຕ້ອງສັ່ງປິດໂຮງຮຽນ ແລະ ໜ່ວຍງານຂອງລັດເກືອບທຸກຂະແໜງການເປັນເວລາ 2 ອາທິດ ໂດຍເລີ່ມແຕ່ວັນທີ 20 ມິຖຸນາເປັນຕົ້ນມາ.

ກ່ອນໜ້ານີ້ ລັດຖະບານສີລັງກາໄດ້ປະກາດໃຫ້ພະນັກງານຂອງລັດມາເຮັດວຽກ 4 ວັນຕໍ່ອາທິດ ເປັນເວລາ 3 ເດືອນ ເພື່ອຫຼຸດການຊົມໃຊ້ນ້ຳມັນເຊື້ອໄຟ ພ້ອມທັງຮຽກຮ້ອງໃຫ້ປະຊາຊົນເຮັດການຜະລິດກະສິກຳ ເພື່ອບັນເທົາການຂາດແຄນອາຫານ.