ສອງລັດຖະມົນຕີກະຊວງການຕ່າງປະເທດລາວ-ຈີນພົບປະກັນທີ່ ມຽນມາ

215

ລາວ-ຈີນ ເປັນປະເທດຄູ່ຮ່ວມມືຍຸດທະສາດຮອບດ້ານ ຍິ່ງປະຈຸບັນມີເສັ້ນທາງລົດໄຟເຊື່ອມຕໍ່ເຂົ້າຫາກັນຍິ່ງເປັນໂອກາດອັນໃໝ່ໃຫ້ສອງພັກ-ສອງລັດ ແລະປະຊາຊົນສອງຊາດເສີມຂະຫຍາຍການຮ່ວມມືທີ່ດີໃຫ້ແໜ້ນແຟນຍິ່ງຂຶ້ນ ອັນສຳຄັນແມ່ນ ສປປ ລາວພວກເຮົາ ນີ້ເປັນໂອກາດແຫ່ງການເຂົ້າເຖິງຕະຫຼາດໃຫຍ່ ແລະເປັນສັກກະລາດໃໝ່ທີ່ລາວໄດ້ພັດທະນາຈາກປະເທດບໍ່ມີເສັ້ນທາງອອກສູ່ທະເລໃຫ້ກາຍເປັນປະເທດທາງຜ່ານຂອງບັນດາປະເທດໃນພາກພື້ນສຳເລັດໂດຍພື້ນຖານ.

ວັນທີ3ກໍລະກົດນີ້,ທ່ານ ວາງຢີ້ ທີ່ປຶກສາແຫ່ງລັດ,ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງການຕ່າງປະເທດລາວໃນໄລຍະເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ກ່ຽວກັບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ7ຢູ່ນະຄອນບາການຂອງມຽນມາ.

ທ່ານວາງຢີ້ກ່າວວ່າ: ພາຍໃຕ້ການນຳພາດ້ານຍຸດທະສາດຂອງປະມຸກລັດສອງປະເທດ,ການສ້າງສາປະຊາຄົມຮ່ວມຊາຕາກຳຈີນ-ລາວໄດ້ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ. ການຄ້າສອງຝ່າຍໄດ້ເພີ່ມຂຶ້ນໃນທ່າມກາງສະພາບຄວາມຫຍຸ້ງຍາກ,ທາງລົດໄຟຈີນ-ລາວເລີ່ມນຳໃຊ້ບໍລິການຢ່າງມີປະສິດທິພາບສູງ,ເຊິ່ງໄດ້ສ້າງພະລັງແຮງໃໝ່ໃຫ້ແກ່ການຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”ແລະການເຊື່ອມຕໍ່ກັນໃນພາກພື້ນ,ໄດ້ປະກອບສ່ວນໃໝ່ເຂົ້າໃນການພັດທະນາແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.

ເມື່ອຜະເຊີນກັບສະຖານະການສາກົນທີ່ສັບສົນໃນປັດຈຸບັນ,ຈີນແລະລາວໃນນາມເປັນສະຫາຍອ້າຍນ້ອງຂອງສັງຄົມນິຍົມ, ຕ້ອງເພີ່ມທະວີການແລກປ່ຽນດ້ານຍຸດທະສາດຕື່ມອີກ,ລົງເລິກການຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ,ຮ່ວມກັນຮັບມືກັບສິ່ງທ້າທາຍ,ປ້ອງກັນຄວາມຍຸຕິທຳແລະຄວາມເປັນທຳສາກົນ,ຊຸກຍູ້ໃຫ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວໄດ້ຮັບການຂະຫຍາຍຕົວໃຫຍ່ກວ່າເກົ່າ.


ທ່ານສະເຫຼີມໄຊ ກົມມະສິດກ່າວວ່າ: ການພົວພັນລາວ-ຈີນໃນປັດຈຸບັນມີທ່ວງທ່າເຂັ້ມແຂງ, ໂດຍສະເພາະແມ່ນທາງລົດໄຟລາວຈີນໄດ້ສ້າງສຳເລັດຕາມເວລາກຳນົດແລະບໍລິການນຳໃຊ້ຢ່າງສຳເລັດຜົນ,ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄຸນຄ່າສຳຄັນແລະຜົນງານອັນໃຫຍ່ຫຼວງຂອງການຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”. ທາງລົດໄຟສາຍນີ້ບໍ່ພຽງແຕ່ໄດ້ຊ່ວຍເຫຼືອລາວຈາກປະເທດບໍ່ມີທາງອອກສູ່ທະເລກາຍເປັນປະເທດທີ່ເຊື່ອມໂຍງເຊື່ອມຈອດກັບຕ່າງປະເທດໄດ້, ໄດ້ສ້າງຄວາມສຸກໃຫ້ແກ່ປະຊາຊົນ,ທັງໄດ້ເພີ່ມພະລັງແຮງໃຫ້ແກ່ການຮ່ວມມືພາກພື້ນຕື່ມອີກ,ລາວຮູ້ສຶກພູມໃຈຫຼາຍຕໍ່ກັບເລື່ອງນີ້.

ລັດຖະບານແລະປະຊາຊົນລາວສຳຜັດໄດ້ຢ່າງເລິກເຊິ່ງເຖິງການໃຫ້ຄວາມສຳຄັນໃນລະດັບສູງຂອງຈີນຕໍ່ການພົວພັນສອງປະເທດ,ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອໂດຍບໍ່ເຫັນແກ່ຜົນປະໂຫຍດສ່ວນຕົວຂອງຈີນຢ່າງສຸດໃຈ,ທັງມີຄວາມຄອງຄອຍຢ່າງເຕັມປ່ຽມຕໍ່ອະນາຄົດຂອງປະຊາຄົມຮ່ວມຊາຕາກຳລາວຈີນ,ຫວັງວ່າຈະສາມາດພັດທະນາການເຊື່ອມຈອດດ້ານຍຸດທະສາດກັບຈີນຢ່າງແໜ້ນແກ່ນ,ຊຸກຍູ້ໃຫ້ແຜນການຮ່ວມມືອັນໃໝ່ຫຼາຍຢ່າງລະຫວ່າງສອງຝ່າຍໄດ້ຮັບການຈັດຕັ້ງປະຕິບັດໃນໄວໆນີ້.