ທັງຄົນທັງສັດ ບຸກລຸກເຂດສະຫງວນທາງລົດໄຟເລື່ອງນີ້ຕ້ອງແກ້ໄຂ

91

ນັບແຕ່ປະເທດເຮົາມີເສັ້ນທາງລົດໄຟ ຫຼາຍສື່ກໍ່ເຮັດໜ້າທີ່ຂອງຕົນລາຍງານຂ່າວໃຫ້ປະຊາຊົນດ້ວຍຫຼາຍຮູບການ ແລະມີບັນຫາປິ່ນອ້ອມຕ່າງໆທີ່ລ້ວນເປັນປະໂຫຍດ ແຕ່ຂໍ້ມູນສື່ສານເຫຼົ່ານັ້ນອາດໄປບໍ່ເຖິງທຸກກຸ່ມຄົນໂດຍສະເພາະຜູ້ຢູ່ຕາມແລວທາງລົດໄຟ ເຊິ່ງຕ້ອງໄດ້ແຈ້ງໃຫ້ກັນຮູ້ບໍ່ໃຫ້ບຸກຄົນ ແລະສັດລ້ຽງເຂົ້າບຸກລຸກເຂດສະຫງວນທາງທີ່ຈະເປັນອັນຕະລາຍຕໍ່ທັ້ງທາງລົດໄຟ ແລະຊີວິດຂອງຕົວຜູ້ບຸກລຸກເອງ.

ສຳລັບເສັ້ນທາງລົດໄຟການປ່ອຍສັດ, ລ້ຽງສັດ ແລະ ການມ້າງຮົ້ວ, ທຳລາຍ ຫຼື ໄຂຮົ້ວກັ້ນແລວທາງລົດໄຟ ເປັນສິ່ງທີ່ຜິດຕໍ່ລະບຽບກົດໝາຍວ່າດ້ວຍການລົດໄຟ ໃນກົດໝາຍວ່າດ້ວຍການລົດໄຟມາດຕາທີ 137 ຂໍ້ທີ 11 ໄດ້ລະບຸໄວ້ຢ່າງຊັດເຈນວ່າ “ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໄປລ້ຽງ, ປ່ອຍ ແລະ ເຄື່ອນຍ້າຍສັດລ້ຽງ ຕາມທາງລົດໄຟຢ່າງເດັດຂາດ” ແລະ ກົດໝາຍມາດຕາທີ 137 ຂໍ້ທີ 4 ໄດ້ລະບຸວ່າ “ຫ້າມບຸກຄົນມ້າງເພ, ທຳລາຍໂຄງປະກອບ ແລະ ສິ່ງປະກອບທາງລົດໄຟຢ່າງເດັດຂາດ”.

ພ້ອມນັ້ນ, ຫາກປະຊາຊົນຍັງບໍ່ເຄົາລົບຕໍ່ລະບຽບກົດໝາຍ, ອັນຕະລາຍທີ່ຈະເກີດຂຶ້ນ ບໍ່ພຽງແຕ່ການສູນເສຍຊີວິດຂອງສັດລ້ຽງຈຳນວນຫນຶ່ງ, ແຕ່ຍັງເປັນອັນຕະລາຍຕໍ່ຜູ້ໂດຍສານອີກຫຼາຍຮ້ອຍຊີວິດທີ່ຢູ່ໃນຂະບວນລົດໄຟ ແລະ ຍັງເຮັດໃຫ້ເປັນອັນຕະລາຍ ແລະ ເກີດຜົນເສຍຫາຍຕໍ່ຊັບສິນຂອງຊາດ. ນອກນັ້ນ, ຍັງຈະເປັນອັນຕະລາຍ ແກ່ຊິວິດຂອງປະຊາຊົນ ແລະ ສັດລ້ຽງເອງ ເນື່ອງຈາກວ່າໃນຂອບເຂດຮົ້ວປ້ອງກັນຄວາມປອດໄພແລວທາງລົດໄຟບາງຈຸດອາດຈະມີອຸປະກອນຕິດຕັ້ງທີ່ມີໄຟຟ້າແຮງສູງ

ຮູ້ບໍ່ວ່າການຢຸດກະທັນຫັນຂອງຂະບວນລົດໄຟແມ່ນຕ້ອງໃຊ້ໄລຍະທາງ ແລະ ໄລຍະເວລາຈຳນວນໜຶ່ງ, ເຊິ່ງບໍ່ສາມາດຢຸດທັນທີໄດ້, ໃນກໍລະນີຂະບວນລົດໄຟຕຳກັບສັດໃຫຍ່ແລ້ວ ກໍມີຄວາມສ່ຽງທີ່ຂະບວນລົດໄຟຈະຕົກລາງ, ເຊິ່ງຈະນຳຄວາມສູນເສຍອັນມະຫາສານມາສູ່ຊີວິດ ແລະ ຊັບສິນຂອງຜູ້ໂດຍສານທຸກຄົນ, ເຊິ່ງເຫດການລັກສະນະແບບນີ້ກໍເຄີຍເກີດຂຶ້ນຢູ່ຕ່າງປະເທດມາແລ້ວຫຼາຍຄັ້ງ.

ແນວໃດກໍ່ຕາມ ເພື່ອຄວາມປອດໄພທາງລົດໄຟ ນອກຈາກການປະກາດລົງໃນສື່, ການເຂົ້າຫາບັນດາເມືອງທີ່ລຽບຕາມທາງລົດໄຟແລ້ວ ບໍລິສັດທາງລົດໄຟຖ້າມີໜ່ວຍງານຊຸມຊົນເຂົ້າຫາບ້ານຕ່າງໆຕະຫຼອດແລວທາງລົດໄຟ ເພື່ອພົບປະແຈ້ງເຕືອນປະຊາຊົນຈະເປັນການດີທີ່ສຸດ.

ຂໍ້ມູນ: Laos – China Railway Company Limited