ຄາດເສດຖະກິດໄທ ຈະຂະຫຍາຍຕົວ 2,9% ໃນປີນີ້

87

ບົດລາຍງານການຕິດຕາມເສດຖະກິດຂອງໄທ ( Thailand Economic Monitor ) ເຊິ່ງເຜີຍແຜ່ໂດຍທະນາຄານໂລກ ຄາດການວ່າ: ເສດຖະກິດຂອງໄທ ຈະຂະຫຍາຍຕົວ 2,9% ໃນປີນີ້ ໂດຍໄດ້ແຮງຍູ້ຈາກການບໍລິການພາກເອກະຊົນ ແລະ ການຟື້ນຕົວຂອງການທ່ອງທ່ຽວ.

ໄທ ເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ ອັນດັບ 2 ຂອງອາຊີຕາເວັນອອກສ່ຽງໃຕ້ ( ອາຊຽນ ) ມີທ່າອ່ຽງປັບຕົວດີຂຶ້ນໃນໄລຍະເຄິ່ງຫຼັງຂອງປີນີ້ ແລະ ຄາດວ່າເສດຖະກິດຂອງໄທ ຈະຂະຫຍາຍຕົວ 4,3% ໃນປີ 2023.

ຂະນະທີ່ອັດຕາເງິນເຟີ້ທົ່ວໄປປີນີ້ ( headline inflation ) ຈະເພີ່ມຂຶ້ນ 5,2% ເມື່ອທຽບໃສ່ປີຕໍ່ປີ ແລະ ອັດຕາເງິນເຟີ້ພື້ນຖານ ( core inflation ) ເຊິ່ງບໍ່ນັບລວມລາຄາອາຫານ ແລະ ພະລັງງານຈະເພີ່ມຂຶ້ນລະດັບ 2,3%.

ອັດຕາເງິນເຟີ້ຂອງໄທ ໃນເດືອນພຶດສະພາ ເພີ່ມຂຶ້ນ 7,1% ເມື່ອທຽບໃສ່ປີຕໍ່ປີ ຖືວ່າເປັນລະດັບສູງສຸດ ນັບຕັ້ງແຕ່ເດືອນກໍລະກົດ 2008 ເປັນຕົ້ນມາ ເນື່ອງຈາກລາຄາພະລັງງານ ແລະ ອາຫານ ເພີ່ມສູງຂຶ້ນ.

ນອກນີ້, ຍັງຄາດການວ່າຈຳນວນນັກທ່ອງທ່ຽວເດີນທາງເຂົ້າມາໄທ ຈະເພີ່ມຂຶ້ນ 6 ລ້ານເທື່ອຄົນໃນປີນີ້ ເພີ່ມຂຶ້ນຈາກປະມານ 400.000 ເທື່ອຄົນ ໃນປີ 2021 ແລະ ເພີ່ມຂຶ້ນເປັນ 24 ລ້ານເທື່ອຄົນໃນປີ 2024.