ບໍ່ແກ້ວພົບເຫັນປ້ຳນ້ຳມັນ ຂາຍນໍ້າມັນເກີນລາຄາທີ່ລັດກໍານົດ

42

ບັນຫານ້ຳມັນທຸກວັນນີ້ ເຖິງວ່າປະເທດເຮົາເລີ່ມມີນ້ຳມັນໃຊ້ບໍ່ຂາດແລ້ວ ແຕ່ປະຊາຊົນກໍ່ຍັງໃຫ້ຄວາມສົນໃຈ ແລະ ຕິດຕາມຢູ່ເພາະລາຄາສູງຫຼາຍ ໝາຍເຖິງເງິນໃນຖົງທີ່ຕ້ອງຈ່າຍຫຼາຍຂຶ້ນ ການຕິດຕາມຕົວເລກຂຶ້ນໜ້າຈໍຕາມປ້ຳເວລາໄປໃສ່ຈາກຜ່ານມາທີ່ເບິ່ງຢູ່ແລ້ວຕອນນີ້ຍິ່ງຕ້ອງເບິ່ງໃຫ້ດີກວ່າເກົ່າເພື່ອໃຫ້ໄດ້ນ້ຳມັນເຕັມເມັດເຕັມໜ່ວຍ ນັ້ນໄດ້ກາຍເປັນທີ່ມາຂອງການນຳໄປສູ່ການປັບໃໝໃສ່ໂທດຜູ້ຂາຍນ້ຳມັນເກີນລາຄາຢູ່ແຂວງບໍ່ແກ້ວ.

ໃນຕອນເຊົ້າ ຂອງວັນທີ 3 ກໍລະກົດ 2022 ເຈົ້າໜ້າທີ່ກວດກາການຄ້າ ໄດ້ລົງຕິດຕາມ, ກວດກາການຈໍາໜ່າຍນໍ້າມັນເຊື້ອໄຟ ຂອດບໍລິການຂາຍຍ່ອຍ ພາຍໃນເທດສະບານແຂວງບໍ່ແກ້ວ ຜ່ານການກວດຫາພົບເຫັນ 2ຫົວໜ່ວຍ ທີ່ມີການຈໍາໜ່າຍ ຫຼື ຂາຍນໍ້າມັນເກີນລາຄາທີ່ລັດກໍານົດ ແລະ ຂາຍນໍ້າມັນເປັນສະກຸນເງິນຕາຕ່າງປະເທດ (ເງິນບາດ) ສະນັ້ນ, ທາງເຈົ້າໜ້າທີ່ກວດກາຈຶ່ງໄດ້ສ້າງບົດບັນທຶກໃສ່ກະແຈ, ລ໋ອກຫົວຈ່າຍນໍ້າມັນ ເພື່ອໃຫ້ຜູ້ກ່ຽວປິດການບໍລິການຊົ່ວຄາວ ຈົນກວ່າຈະດໍາເນີນການແກ້ໄຂໃຫ້ສອດຄ່ອງຕາມຂັ້ນຕອນຂອງລະບຽບກົດໝາຍສໍາເລັດ.

ຕໍ່ກັບສິນຄ້າປະເພດນ້ຳມັນເຊື້ອໄຟ ເປັນສິນຄ້າທີ່ນອນໃນບັນຊີຄວບຄຸມ ແລະ ທັງເປັນສິນຄ້າຍຸດທະສາດ ທີ່ລັດຄຸ້ມຄອງໂດຍກົງ ກ່ອນຈະປັບລາຄາຂື້ນ ຫຼື ລົງແຕ່ລະຄັ້ງ ຕ້ອງໄດ້ປະຕິບັດຕາມໂຄງສ້າງລາຄານໍ້າມັນທີ່ກະຊວງອຸດສາຫະກໍາ ແລະ ການຄ້າກໍານົດໃນແຕ່ລະໄລຍະ.

ຂໍ້ມູນຈາກ: ພະແນກອຸດສາຫະກໍາ ແລະ ການຄ້າແຂວງບໍ່ແກ້ວ