ໄປໄກບ້ານຈົ່ງສານຝັນໃຫ້ສຳເລັດ ສົ່ງຜູ້ທີ່ຖືກຄັດເລືອກໄປເຮັດວຽກຢູ່ປະເທດຍີ່ປຸ່ນ

46

ການສົ່ງແຮງງານລາວໄປເຮັດວຽກທີ່ຕ່າງປະເທດ ຫຼື ການລົງຊື່ສະໝັກໄປເຮັດວຽກຢູ່ຕ່າງປະເທດໃນປັດຈຸບັນນີ້ ຫຼາຍຄົນກໍ່ໃຫ້ຄວາມສົນໃຈ ແລະເຫັນວ່າປະເທດທີ່ມີເສດຖະກິດດີກໍ່ກຳລັງມີຄວາມຕ້ອງການເພີ່ມຂຶ້ນຕໍ່ເນື່ອງ ແລະຫຼ້າສຸດນີ້ກໍ່ໄດ້ສົ່ງແຮງງານຈຳນວນໜຶ່ງທີ່ຖືກຄັດເລືອກເພື່ອໄປເຮັດວຽກຢູ່ປະເທດຍີ່ປຸ່ນທີ່ໂຮງງານ Kurasushi.

ຕ້ອງຍິນດີນຳທຸກຄົນ ທີ່ຖືກຄັດເລືອກ ແລະ ຜ່ານການຝຶກຝົນເປັນຢ່າງດີ ແລະ ທີ່ສຳຄັນຕ້ອງຕັ້ງໃຈເຮັດວຽກ ໜ້າທີ່ຂອງຕົນໃຫ້ດີ ເພື່ອທີ່ຈະເຮັດໃຫ້ຄອບຄົວຜູ້ຢູ່ເບື້ອງຫຼັງມີຊີວິດທີ່ດີຂຶ້ນໄດ້ ແລະ ເພື່ອສົ່ງຕໍ່ແກ່ຜູ້ສົນໃຈທີ່ຈະກ້າວໄປໃນເສັ້ນທາງສາຍດຽວກັນ ເພື່ອຄົນລາວຈະມີໂອກາດໄດ້ໄປເຮັດວຽກຫຼາຍຂຶ້ນ.

ສຳລັບ ການສົ່ງແຮງງານໄປປະເທດເກົາຫຼີ ຍັງຢູ່ໃນລະຫວ່າງການດຳເນີນງານ ຜູ້ສະຫມັກຕ້ອງໄດ້ລໍຖ້າ ເພາະທາງເກົາຫຼີເປັນຝ່າຍເລືອກ ແລະ ກຳນົດສົ່ງ. ແຕ່ປັດຈຸບັນ ທາງຜູ້ປະກອບການຍີ່ປຸ່ນມີຄວາມສົນໃຈ ແລະ ຮັບເອົາແຮງງານລາວຫຼາຍຂຶ້ນ, ຫາກໃຜສົນໃຈສະຫມັກໄປເຮັດວຽກຢູ່ປະເທດຍີ່ປຸ່ນ ສາມາດໄປສະຫມັກຢູ່ ບໍລິສັດ ໄອຈອບ ຈຳກັດ ຕັ້ງຢູ່ບ້ານຄຳຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຕໍ່ຫນ້າ ມຊ.