ເປີດປະຫວັດສາດໜ້າໃໝ່! ເຊື່ອມໂຍງລະບົບລາງລົດໄຟ ຈຸດຄ່ຽນຖ່າຍສິນຄ້າທີ່ທ່ານາແລ້ງ

268

ພິທີເປີດການເຊື່ອມໂຍງລະບົບລາງມາດຕະຖານທາງລົດໄຟ ແລະ ລາງໜຶ່ງແມັດ ຈຸດຄ່ຽນຖ່າຍສິນຄ້າ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 1 ກໍລະກົດ 2022 ທີ່ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ຕັ້ງຢູ່ບ້ານດົງໂພສີ, ເມືອງຫາດຊາຍຟອງ ໃຫ້ກຽດເຂົ້າຮ່ວມເປັນປະທານເປີດພິທີ, ລັ່ນຄ້ອງ 9 ບາດ ແລະ ປ່ອຍຂະບວນລົດຂົນໄຟສົ່ງສິນຄ້າ ລາວ-ຈີນ ແລະ ລາວ-ໄທ ໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ພ້ອມດ້ວຍບັນດາທ່ານລັດຖະມົນຕີກະຊວງກ່ຽວຂ້ອງ, ທ່ານ Jiang Zaidong ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ, ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະລັດຖະທູດ ແຫ່ງຣາດຊະອານາຈັກໄທ ປະຈຳລາວ, ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນໂລຊິດສະຕິກພາກ ຈຳກັດ ພ້ອມຄະນະ, ບັນດາທູດຕານຸທູດ, ແຂກຖືກເຊີນ, ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ການເປີດຈຸເຊື່ອມຕໍ່ລາງລົດໄຟຂົນສົ່ງສິນຄ້າ ລາວ-ຈີນ, ລາວ-ໄທ ຢູ່ຈຸດຄ່ຽງຖ່າຍສິນຄ້າວຽງຈັນໃຕ້ໃນຄັ້ງນີ້ ຖືເປັນເຫດການປະຫວັດສາດ ທີ່ບໍ່ເຄີຍມີມາກ່ອນໃນ ສປປ ລາວ, ສະແດງຄວາມຍິນດີ ແລະ ຊົມເຊີຍ ຢ່າງສຸດອົກສຸດໃຈຕໍ່ຜົນສຳເລັດຂອງການຮ່ວມມືລະຫວ່າງບໍລິສັດທາງລົດໄຟລາວ-ຈີນ ແລະ ບໍລິສັດ ທ່າບົກທ່ານາແລ້ງ ທີ່ໄດ້ຕາງໜ້າປະຕິບັດໂຄງການເຊື່ອມຕໍ່ລາງລົດໄຟ ຈາກສະຖານີວຽງຈັນໃຕ້ ແລະ ທ່າບົກທ່ານາແລ້ງ ສຳເລັດຕາມກຳນົດ ແລະ ພັດທະນາເຂດນີ້ຈົນປະສົບຜົນສຳເລັດ.

ທ່ານ ຈັນທອນ ສິດທິໄຊ ກ່າວວ່າ: ການເປີດເຊື່ອມໂຍງລະບົບລາງມາດຕະຖານ ແລະ ລາງໜຶ່ງແມັດ ຢູ່ຈຸດຄຽນຖ່າຍສິນຄ້ານີ້ເປັນເຫດການໜຶ່ງທີ່ມີຄວາມໝາຍປະຫວັດສາດຂອງຊາດລາວ ກໍຄືໝາກຜົນຂອງການຮ່ວມມື ລາວ-ຈີນ ໂດຍສະເພາະລະຫວ່າງ ບໍລິສັດ ທ່າບົກທ່ານາແລ້ງ ກັບ ບໍລິສັດ ລົດໄຟ ລາວ-ຈີນ. ພາຍໃຕ້ການນໍາພາຂອງພັກ-ລັດ ດ້ວຍຄວາມມຸ່ງໝັ້ນໃນການປະຕິບັດ ຍຸດທະສາດດ້ານການພັດທະນາເສດຖະກິດ-ສັງຄົມ ໃນການຫັນປະເທດລາວ ທີ່ບໍ່ມີທາງອອກສູ່ທະເລໃນເມື່ອກ່ອນ ມາເປັນປະເທດທີ່ເຊື່ອມໂຍງ ເຊື່ອມຈອດ (Land linked).

ບໍລິສັດ ມີຄວາມພາກພູມໃຈທີ່ໄດ້ປະກອບສ່ວນສ້າງໜ້າປະຫວັດສາດທີ່ສຸດມີຄວາມໝາຍນີ້ ໂດຍເລີ່ມຈາກວິໄສທັດທີ່ແນໃສ່ການໃຊ້ປະໂຫຍດຈາກຂະບວນລົດໄຟທີ່ເຊື່ອມໂຍງປະເທດໃກ້ຄຽງ ເພື່ອໃຫ້ ສປປ ລາວ ເປັນສູນກາງການຂົນສົ່ງທາງລາງ ແລະ ເປັນສູນກາງໃນການເຊື່ອມໂຍງເຊື່ອມຈອດລະບົບລາງຂອງພາກພື້ນ ກໍຄືດັ່ງທີ່ເຫັນການເຊື່ອມຈອດກັນລະຫວ່າງ ລາງ 1 ເເມັດ ຂອງລົດໄຟລາວ-ໄທ ແລະ ລາງ 1,435 ແມັດຂອງລົດໄຟ ລາວ-ຈີນ ຢູ່ຈຸດຄ່ຽນຖ່າຍສິນຄ້າທ່າບົກທ່ານາແລ້ງແຫ່ງນີ້.

ການເຊື່ອມໂຍງຂອງລະບົບລາງຄັ້ງນີ້ ແມ່ນຈະສ້າງປະກົດການໃໝ່ຂອງການຂົນສົ່ງຄ່ຽນຖ່າຍສິນຄ້າລະຫວ່າງ ອາຊຽນກັບຈີນ ໂດຍຈະເຮັດໃຫ້ລະບົບການຂົນສົ່ງມີຄວາມຄ່ອງຕົວຂຶ້ນ ແລະ ປະຢັດຕົ້ນທຶນ ແລະ ເວລາລົງ, ເປັນຜົນດີໃຫ້ທັງຜູ້ປະກອບການຂອງລາວ, ຈີນ ແລະ ໄທ ກໍຄືຜູ້ປະກອບການໃນພາກພື້ນນີ້.

ທ່ານ ຈັນທອນ ສິດທິໄຊ ຕີລາຄາວ່າ: ໝາກຜົນຂອງຄວາມສຳເລັດໃນການເຊື່ອມໂຍງຂອງລະບົບບລາງໃນຄັ້ງນີ້ ແມ່ນມາຈາກການເສຍສະຫຼະຂອງບໍລິສັດລົດໄຟ ລາວ-ຈີນ ກໍຄືລັດຖະບານຈີນ ທີ່ໄດ້ຕັດສິນໃຈຢ່າງຕັ້ງໜ້າສ້າງເສັ້ນທາງລົດໄຟ 2,8 ກິໂລແມັດ ມາເຊື່ອມຈອດກັນໃນຄັ້ງນີ້ ແລະ ເພື່ອໃຫ້ການເຊື່ອມໂຍງເກີດດອກອອກຜົນ, ພ້ອມນີ້ ປະທານບໍລິສັດ ວຽງຈັນໂລຊິດສະຕິກພາກ ຈຳກັດ ຍັງໄດ້ໃຫ້ຄຳໝັ້ນສັນຍາຕໍ່ການນຳພັກລັດ, ຕໍ່ບໍລິສັດລົດໄຟລາວ-ຈີນ ວ່າ ບໍລິສັດຂອງຕົນຈະເຮັດທຸກສິ່ງທຸກຢ່າງເພື່ອອຳນວຍຄວາມສະດວກ ແລະ ປັບປຸງແກ້ໄຂຂອດບໍລິການ ລະຫວ່າງ ທ່າບົກ ກັບ ລົດໄຟ ລາວ-ຈີນ ໃຫ້ມີປະສິດທິພາບ ສ້າງປະສິດທິຜົນ ປະຢັດທັງຕົ້ນທຶນ ແລະ ເວລາ ແລະ ຮ່ວມເຮັດວຽກກັນ ເພື່ອສ້າງໃຫ້ທາງລົດໄຟເສັ້ນນີ້ ໃຫ້ມີບົດບາດທີ່ສຸດໃນການບັນລຸວິໄສທັດ ໜຶ່ງແລວໜຶ່ງເສັ້ນທາງ ຂອງລັດຖະບານຈີນ.

ທ່ານ ຢວນ ມິງຫາວ ຜູ້ອຳນວຍການ ບໍລິສັດທາງລົດໄຟລາວ-ຈີນໄດ້ຕາງໜ້າກຸ່ມລັດວິສາຫະກິດລົດໄຟແຫ່ງຊາດຈີນ ແລະ ລັດວິສາຫະກິດລົດໄຟຈີນສາກົນ ຈຳກັດ ກ່າວສະແດງຄວາມຊົມເຊີຍ ຕໍ່ການເປີດນຳໃຊ້ຈຸດເຊື່ອມຕໍ່ຄ່ຽນຖ່າຍສິນຄ້າລົດໄຟໃນຄັ້ງນີ້ ແລະ ໄດ້ເປັນການເຊື່ອມທາງດ້ານໂຄງລ່າງທາງລົດໄຟ ລາວ-ຈີນ ແລະ ທາງລົດໄຟ ລາວ-ໄທ, ເປັນຜົນສຳເລັດອັນສຳຄັນຂອງຍຸດທະສາດຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ເປັນປະເທດເຊື່ອມໂຍງເຊື່ອມຈອດ.

ຈາກນີ້ຂະບວນລົດໄຟສິນຄ້າຂ້າມແດນຂອງລົດໄຟ ລາວ-ຈີນ ທາງທິດເໜືອ ຈະຂົນສົ່ງໄປຮອດເມືອງຊົງຊີງ, ເສີນຕູ່, ອູ່ຮັນ, ຊີອານ ແລະ ເຂດໂລຈິສຕິກອື່ນໆຂອງຈີນ ແລະ ຍັງຈະເຊື່ອມຈອດເຄືອຂ່າຍເສັ້ນທາງລົດໄຟ ຈີນ-ເອີຣົບ. ສ່ວນທິດໃຕ້ ແມ່ນສາມາດຂົນສົ່ງໄປຮອດທ່າເຮືອແຫຼມສະບັງ ປະເທດໄທ ໄປ ທ່າເຮືອສິງກະໂປ ແລະ ທ່າເຮືອອື່ນໆ ຄ່ອຍໆເຊື່ອມໂຍງເຊື່ອມຈອດການຄົມມະນາຄົມຂົນສົ່ງ ທາງບົກ, ທາງທະເລໃໝ່ ຈະຍົກລະດັບສະຖານະທາງລົດໄຟ ລາວ-ຈີນ ໃນແຫຼມອິນດູຈີນ, ເພີ່ມປະສິດທິຜົນ ແລະ ຫຼຸດຕົ້ນທຶນການຂົນສົ່ງຂ້າມຊາຍແດນລົງເທື່ອລະກ້າວ.