ເສດຖະກິດຫວຽດນາມ ຂະຫຍາຍຕົວລະດັບ 7,7%

116

ສູນສະຖິຕິແຫ່ງຊາດຫວຽດນາມ ລາຍງານໃນວັນທີ 29 ມິຖຸນາ 2022 ວ່າ: ໃນໄຕມາດທີ 2 ຂອງປີນີ້ ເສດຖະກິດຫວຽດນາມຂະຫຍາຍຕົວລະດັບ 7,72% ເຊິ່ງເປັນການຂະຫຍາຍຕົວສູງທີ່ສຸດໃນຮອບເກືອບ 10 ປີ ເນື່ອງຈາກໄດ້ຮັບແຮງຍູ້ຈາກການສົ່ງອອກ ແລະ ການຜະລິດ ຊ່ວຍຊົດເຊີຍຜົນກະທົບຈາກການລະບາດຂອງໂຄວິດ – 19 ແລະ ການເພີ່ມຂຶ້ນຂອງລາຄານ້ຳມັນ.

ຂະນະທີ່ ຈີດີພີ ໃນໄຕມາດທຳອິດປີນີ້ ຂະຫຍາຍຕົວລະດັບ 6,42% ສູງກວ່ານັກວິເຄາະ ຄາດການໄວ້ 5,5% ແລະ ໃກ້ຄຽງກັບເປົ້າໝາຍການຂະຫຍາຍຕົວໝົດປີ ທີ່ລັດຖະບານຫວຽດນາມ ກຳນົດໄວ້ທີ່ 6% – 6,5%. ສ່ວນເສດຖະກິດຫວຽດນາມ ໃນ 6 ເດືອນຕົ້ນປີນີ້ ຟື້ນຕົວເກືອບທຸກຂະແໜງການ ໂດຍສະເພາະຂະແໜງການຜະລິດ, ການສົ່ງອອກ, ການຄ້າຂາຍຍ່ອຍ, ທະນາຄານ ແລະ ປະກັນໄພ.

ລັດຖະບານຫວຽດນາມ ໄດ້ຕິດຕາມຢ່າງໃກ້ຊິດ ກ່ຽວກັບລາຄາສິນຄ້າທີ່ຈຳເປັນ ໂດຍສະເພາະລາຄານ້ຳມັນເຊື້ອໄຟໃນໄລຍະເຄິ່ງປີຫຼັງ ເພື່ອປະເມີນສະຖານະການເງິນເຟີ້ພາຍໃນປະເທດ.

ນອກຈາກນີ້, ດັດຊະນີລາຄາຜູ້ບໍລິໂພກເດືອນມິຖຸນາ ເພີ່ມຂຶ້ນ 3,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຂະນະທີ່ລັດຖະບານຫວຽດນາມ ກຳນົດເປົ້າໝາຍສະເລ່ຍຂອງອັດຕາເງິນເຟີ້ ໃນປີນີ້ໄວ້ທີ່ 4%, ສ່ວນຍອດການສົ່ງອອກ ເພີ່ມຂຶ້ນ 20% ແລະ ຍອດການນຳເຂົ້າ ເພີ່ມຂຶ້ນ 16,3% ເປັນຕົ້ນ ຍອດການສົ່ງອອກກາເຟ ເພີ່ມຂຶ້ນ 13,3% ຢູ່ທີ່ລະດັບ 145.000 ໂຕນ, ຍອດການສົ່ງອອກເຂົ້າ ເພີ່ມຂຶ້ນ 72% ຢູ່ທີ່ລະດັບ 750.000 ໂຕນ ແລະ ຍອດການສົ່ງອອກຢາງພາລາ ເພີ່ມຂຶ້ນ 16,5% ຈຸລະດັບ 180.000 ໂຕນ ໃນເດືອນມິຖຸນາ 2022.