ອິຕາລີ ປະເຊີນກັບໄພແຫ້ງແລ້ງຮຸນແຮງທີ່ສຸດ ໃນຮອບ 70 ປີ

45

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 29 ມິຖຸນາ 2022 ວ່າ: ອິຕາລີ ກຳລັງປະເຊີນກັບໄພແຫ້ງແລ້ງຄັ້ງຮຸນແຮງທີ່ສຸດ ໃນຮອບ 70 ປີ ເຮັດໃຫ້ນາຢູ່ເຂດທົ່ງພຽງທາງພາກເໜືອຂອງປະເທດຂາດແຄນນ້ຳ ສ່ຽງກະທົບຕໍ່ການປູກເຂົ້າແນວພັນດີຂອງອິຕາລີ ຫຼັງຈາກແມ່ນ້ຳໂປ ( Po ) ເຊິ່ງເປັນແມ່ນ້ຳທີ່ຍາວທີ່ສຸດໃນປະເທດອິຕາລີ ເຫືອດແຫ້ງຈົນກາຍເປັນຫາດຊາຍຍາວ ຍ້ອນຝົນບໍ່ຕົກເປັນເວລາດົນນານ ເຮັດໃຫ້ທົ່ງນາຢູ່ລະຫວ່າງ ແມ່ນໍ້າ Po ແລະ ພູ Alps ບໍ່ມີນໍ້າ.

ທັງທີ່ປົກກະຕິຈະມີນ້ຳຖ້ວມທົ່ງນາ 2 – 5 ຊັງຕີແມັດ ຊາວກະສິກອນຢູ່ເມືອງ mortar ແຄວ້ນ Lombardy ທາງພາກເໜືອຂອງອິຕາລີ, ປູກເຂົ້າສາຍພັນ Arborio ທີ່ໃຊ້ເຮັດ risottos ເຊິ່ງເປັນເຂົ້າພັດທີ່ມີຊື່ສຽງຫຼາຍສະຕະວັດໃນ ອິຕາລີ. ຂະນະນີ້ຕົ້ນເຂົ້າເກືອບທັງໝົດ ພວມຢືນຕົ້ນຕາຍ ເພາະບໍ່ມີນ້ຳເປັນເວລາ 2 ອາທິດແລ້ວ ເຫຼືອຕົ້ນເຂົ້າພຽງ 10% ທີ່ຍັງລອດ ແລະ ຕ້ອງໄດ້ນ້ຳພາຍໃນ 2 – 3 ວັນຕໍ່ໜ້ານີ້ ຖ້າບໍ່ດັ່ງນັ້ນຈະຕາຍເຊັ່ນກັນ.

ແມ່ນໍ້າ Po ແລະ ແມ່ນ້ຳ Dora Baltia ທີ່ເປັນແຫຼ່ງນ້ຳຫຼັກຂອງພື້ນທີ່ທາງພາກເໜືອ ມີລະດັບນ້ຳຕ່ຳກວ່າປົກກະຕິ ເຖິງ 8 ເທົ່າ. ສ່ວນສະມາຄົມຊົນລະປະທານ ອິຕາລີ ເປີດເຜີຍວ່າ: ອັດຕານ້ຳໄຫຼໃນຂະນະນີ້ ເຫຼືອພຽງ 30.000 – 60.000 ລິດຕໍ່ວິນາທີ ຈາກປົກກະຕິ 160.000 ລິດຕໍ່ວິນາທີ ເຮັດໃຫ້ຕ້ອງຢຸດຈ່າຍນ້ຳ ໃຫ້ແກ່ສວນພືດສຳຮອງ ໂດຍສະເພາະໝາກໄມ້ກິນໝາກ ເພື່ອໃຫ້ຄວາມສຳຄັນກັບຕົ້ນເຂົ້າໃນທົ່ງນາເປັນອັນດັບທຳອິດ.

ນອກນີ້, ຍັງເກີດຄວາມຂັດແຍ່ງກັນ ລະຫວ່າງ ໂຮງໄຟຟ້າພະລັງງານນ້ຳຢູ່ຕົ້ນນ້ຳ ກັບຊາວກະສິກອນຢູ່ລຸ່ມນ້ຳທີ່ກຳລັງຂາດແຄນນ້ຳຢ່າງໜັກ. ນອກນີ້ຍັງສັ່ງປິດນ້ຳພຸ ສາທາລະນະເພື່ອປະຢັດນ້ຳ.