ກຽມພົບກັບ Miss Teen Laos 2022 ຄົງຄອນເຊັບ “ເປັ່ງປະກາຍດວງດາວ ແຫ່ງຍຸກສະໄຫມ”

201

ພາຍຫຼັງທີ່ມີການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ເວທີ Miss Teen Laos ຕ້ອງປະໂຈະການປະກວດໄປກ່ອນ ແລະ ຫຼ້າສຸດແມ່ນກັບມາເປັ່ງປະກາຍ ແລະ ເປີດໂອກາດໃຫ້ນ້ອງໆໄວໃສອີກຄັ້ງ ສໍາລັບເວທີ Miss Teen Laos ໂດຍທາງເພຈ ໄດ້ອອກມາ ປະກາດແຈ້ງການວ່າ Miss Teen Laos Organizations ສະບາຍດີ ໄວໜຸ່ມລາວທົ່ວປະເທດ, ພວກເຮົາຮູ້ສຶກຕື່ນເຕັ້ນ ແລະ ດີໃຈ ທີ່ຈະໄດ້ບອກຂ່າວດີໃຫ້ກັບທຸກໆຄົນໄດ້ຮູ້ ຢ່າງເປັນທາງການ ວ່າໂຄງການປະກວດ Miss Teen Laos 2022 ຈະກັບມາອີກຄັ້ງ ໃນຮູບແບບໃໝ່ ສົດໃສກວ່າເກົ່າ ໂດຍ ບໍລິສັດ Power Creation ຈໍາກັດ ຮ່ວມກັບ Kaona Agency Modeling ແລະ ບັນດາຜູ້ ສະຫນັບສະຫນູນໂຄງການ.

ເນື່ອງຈາກສະຖານະການ ການແຜ່ລະບາດຂອງ ໂຄວິດ-19 ພວກເຮົາຮູ້ວ່າທຸກຄົນເປັນຫ່ວງ, ລໍຄອຍການກັບມາອີກຄັ້ງຂອງໂຄງການປະກວດ ແລະ ຕອນນີ້ໂຊກດີທີ່ສະຖານະການ ກັບຄືນສູ່ສະພາບ ປົກກະຕິແລ້ວ.

ໂຄງການປະກວດ Miss Teen Laos 2021 ໄດ້ປ່ຽນເປັນ Miss Teen Laos 2022 ແລະ ຍັງຄົງຄອນເຊັບ “ເປັ່ງປະກາຍດວງດາວ ແຫ່ງຍຸກສະໄຫມ” ໂຄງການຂອງພວກເຮົາຍັງຄົງເຊື່ອໝັ້ນສະເໜີວ່າ “ໄວໜຸ່ມຄືກະດູກສັນຫຼັງຂອງຊາດ” ແລະ ຈະນໍາພາປະເທດເຮົາ ກ້າວສູ່ການພັດທະນາທີ່ດີໃນອານາຄົດ.

ຮ່ວມເປັນກຳລັງໃຈໃຫ້ກັບສາວງາມ ແລະ ທີມງານ ພ້ອມທັງຕິດຕາມການເດີນທາງ ເພື່ອເຟັ້ນຫາໄວ ໜຸ່ມຍິງສາວ ທີ່ມີຄວາມຮູ້-ຄວາມສາມາດ, ກ້າຫານ-ກ້າສະແດງອອກ ເປັນຕົວແທນ ແລະ ກະບອກສຽງ ໃຫ້ກັບໄວໜຸ່ມລາວຢ່າງເຂັ້ມແຂງ, ພົບກັນແນ່ນອນໃນຮອບການແຂ່ງຂັນຕ່າງໆ ໃນລະຫວ່າງເດືອນ ກໍລະກົດ – ກັນຍາ 2022 ນີ້.