ກະຊວງເຕັກໂນໂລຊີ ແລະການສື່ສານກັບກຸ່ມບໍລິສັດໂຄລາວເຊັນ MOU ໂຄງການຮ່ວມມືສ້າງແອັບ ກ໋ອກ ກ໋ອກ ແຊັດ

453

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບໂຄງການຮ່ວມມືສ້າງ ແອັບພລິເຄຊັນ ກ໋ອກ ກ໋ອກ ແຊັດ (KOKKOK Chat Application) ເພື່ອການສື່ສານ ແລະ ແລກປ່ຽນຂໍ້ມູນດິຈິຕອນລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຫ້ອງການ) ແລະ ກຸ່ມບໍລິສັດ ໂຄລາວ (ບໍລິສັດ ກ໋ອກກ໋ອກ ໂຊລູຊັນ ຈຳກັດ) ມີຂຶ້ນໃນວັນທີ 30 ມິຖຸນາ 2022ນີ້ ທີ່ ກະຊວງເຕັກໂນໂລຊີ ແລະ ການສື່ສານ.

ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ເຊຍັງໂອ ປະທານໃຫຍ່ ກຸ່ມບໍລິສັດ ໂຄລາວ, ທ່ານ ຄຳຂັນ ນະພາວົງ ຮອງປະທານໃຫຍ່ ກຸ່ມບໍລິສັດໂຄລາວ ພ້ອມດ້ວຍ ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ສູນ ແລະ ປະທານ ຜູ້ອໍານວຍການ ຄະນະບໍລິຫານ ແລະ ພະນັກງານ ຂອງກຸ່ມບໍລິສັດເຂົ້າຮ່ວມ.

ໂດຍປະຕິບັດຕາມຂໍ້ຕົກລົງວ່າດ້ວຍການອະນຸມັດແຕ່ງຕັ້ງຄະນະຮັບຜິດຊອບສຶກສາຄວາມເປັນໄປໄດ້ກ່ຽວກັບ ໂຄງການຮ່ວມມື ສ້າງແອັບພີເຄເຊິນ ກ໋ອກ ກ໋ອກ ແຊັດ ລະຫວ່າງ ກະຊວງເຕັກໂນໂລຊີ ແລະການສື່ສານ ຮ່ວມກັບກຸ່ມບໍລິສັດ ໂຄລາວ, ສະບັບເລກທີ 2218/ກຕສ ລົງວັນທີ 23 ມິຖຸນາ 2022. ບົດບັນທຶກຄວາມເຂົ້າໃຈສະບັບນີ້ ສ້າງຂື້ນເພື່ອເປັນບ່ອນອີງໃຫ້ແກ່ທັງສອງຝ່າຍ ໃນການຮ່ວມມືສຶກສາຄວາມເປັນ ໄປໄດ້ກ່ຽວກັບໂຄງການສ້າງແອັບພິເຄຊັນ ກ໋ອກ ກ໋ອກ ແຊັດ ຢູ່ ສປປ ລາວ ຊຶ່ງໂຄງການດັ່ງກ່າວ ແມ່ນຈະແນໃສ່ເຮັດການຄົ້ນຄ້ວາ, ພັດທະນາ ແລະ ບໍລິການດ້ານການສື່ສານ ແລະ ແລກປ່ຽນຂໍ້ມູນ ທາງດິຈີຕ໋ອນ ເຊັ່ນ: ການສົ່ງຂໍ້ຄວາມ, ຂໍ້ຄວາມສຽງ, ວີດີໂອ, ຮູບພາບ, ສະແດງສະຖານະພາບສ່ວນຕົວ-ທຸລະກິດ, ການໂທລະສັບຜ່ານ ອິນເຕີເນັດ, ການໄລຟ໌ສົດ, ປະຊຸມທາງໄກ ແລະ ອື່ນໆ.

ໃຫ້ກຽດລົງນາມເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ໂດຍ ທ່ານ ພູຂົງ ຈິດຮູບໂລກ, ຫົວໜ້າຫ້ອງການກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ຄຳຂັນ ນະພາວົງ ຮອງປະທານໃຫຍ່ ກຸ່ມບໍລິສັດໂຄ ພ້ອມນີ້, ຍັງມີທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສັນຕິສຸກ ສິມມະລາວົງ ຮອງລັດຖະມົນຕີກະຊວງ ກຕສ, ທ່ານຫົວໜ້າ-ຮອງຫົວໜ້າກົມ, ສູນ, ພ້ອມດ້ວຍປະທານ ຄະນະບໍລິຫານ ແລະ ພະນັກງານຂອງບໍລິສັດໂຄລາວ ຮ່ວມເປັນສັກຂີພິຍານດ້ວຍ.

ສໍາລັບ ຂອບເຂດການຮ່ວມມື ແລະ ຜົນປະໂຫຍດ ແມ່ນເພື່ອສົ່ງເສີມການພັດທະນາລະບົບການສື່ສານ ແລະ ແລກປ່ຽນຂໍ້ມູນ ທາງດິຈິຕ໋ອນ ເພື່ອຊຸກຍູ້ການຜະລິດທຸລະກິດ ແລະ ການບໍລິການ ໃຫ້ແກ່ສັງຄົມລາວ ດ້ວຍລະບົບເຕັກໂນໂລຊີທີ່ທັນສະໄໝ ຕາມນະໂຍບາຍ ແລະ ແຜນພັດທະນາ ກໍ່ຄືການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ຂອງລັດຖະບານ ; ເພື່ອສຶກສາແກ້ໄຂຂອດຂັ້ນການເຮັດທຸລະກຳແບບເກົ່າ ແລະ ຫັນສູ່ການເຮັດທຸລະກຳແບບເອເລັກໂຕຣນິກ ແລະ ຮ່ວມມືໃນການສ້າງກິດຈະກຳຕ່າງໆ ເພື່ອສົ່ງເສີມການພັດທະນາເສດຖະກິດດິຈີຕ໋ອນ ຂອງ ສປປ ລາວ ໃຫ້ນັບມື້ນັບຫຼາຍຂື້ນ, ສ້າງລາຍຮັບເຂົ້າງົບປະມານຂອງລັດ ຈາກທ່າແຮງບົ່ມຊ້ອນ; ສ້າງຮູບແບບການບໍລິການຂອງລັດຖະບານທາງລະບົບດິຈິຕ໋ອນ e-Government ໃນແອັບພິເຄເຊິນ ກ໋ອກກ໋ອກ ແຊັດ ເພື່ອເພີ່ມຊ່ອງທາງໃນການສື່ສານລະຫວ່າງ ລັດ-ລັດ ແລະ ລັດ-ປະຊາຊົນ; ແລະ ສົ່ງເສີມການນຳໃຊ້ ແອັບພິເຄເຊິນ ກ໋ອກກ໋ອກ ແຊັດ ຢ່າງກວ້າງຂວາງດ້ວຍ.