ຍົກລະດັບຄວາມຮູ້ ກ່ຽວກັບແຫຼ່ງກໍາເນີດສິນຄ້າໃຫ້ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຈໍາປາສັກ

100

ກົມການນຳເຂົ້າ ແລະ ສົ່ງອອກ ( ຂອ ) ຈັດຝຶກອົບຮົມ ກ່ຽວກັບເງື່ອນໄຂລະບຽບແຫຼ່ງກໍາເນີດສິນຄ້າ ແລະ ການນຳໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານທາງລະບົບເອເລັກໂຕຣນິກ ( e-CO ) ໃຫ້ພະນັກງານປະຈໍາຫ້ອງການຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງ ຈໍາປາສັກ ແລະ ຜູ້ປະກອບການຈຳນວນໜຶ່ງ ພາຍໃນເຂດເສດຖະກິດພິເສດ.

ເປັນປະທານຂອງ ທ່ານ ພຸດສະຫວັນ ຂຸນຈັນທະ ຮອງຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ ແລະ ທ່ານ ນາງ ລັດຕະນາ ອິນທະພົນ ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ບຸນຍົງ ສູນທອນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງ ຈຳປາສັກ.


ການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເນັ້ນໜັກໃຫ້ເຈົ້າໜ້າທີ່ຫ້ອງການຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຈໍາປາສັກ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບລະບຽບແຫຼ່ງກຳເນີດສິນຄ້າ ພາຍໃຕ້ຂອບສັນຍາຕ່າງໆ ລວມເຖິງຂັ້ນຕອນການອອກ ແລະ ຄຸ້ມຄອງໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ.


ສໍາລັບຄະນະຄຸ້ມຄອງເຂດເສດຖະກິດພິເສດຂອງແຂວງຈຳປາສັກ ໄດ້ສ້າງຕັ້ງຂຶ້ນໃນທ້າຍປີ 2015 ໂດຍທັງໝົດມີ 4 ເຂດ ມີເນື້ອທີ່ໃນການພັດທະນາຕາມສັນຍາທັງໝົດ ຈໍານວນ 11.094 ເຮັກຕາ ລາຍລະອຽດ ມີຄື: ເຂດເສດຖະກິດພິເສດນິຄົມອຸດສາຫະກຳປາກເຊ – ຍີ່ປຸ່ນ ເອັສເອັມອີ, ເຂດພັດທະນາເສດຖະກິດໃໝ່ສີທັນດອນ, ເຂດເສດຖະກິດພິເສດນິຄົມອຸດສາຫະກຳຈຳປາສັກ ລາວ – ບໍລິການ ແລະ ເຂດພັດທະນາເສດຖະກິດພິເສດວັງເຕົ່າ – ໂພນທອງ ເຊິ່ງມີເນື້ອທີ່ພັດທະນາ ຈຳນວນ 195 ເຮັກຕາ, 9.846 ເຮັກຕາ, 800 ເຮັກຕາ, 253 ເຮັກຕາ ຕາມລໍາດັບ.


ໃນນັ້ນ, ເຂດເສດຖະກິດພິເສດຂອງແຂວງຈຳປາສັກ ສາມາດດຶງດູດນັກລົງທຶນເຂົ້າການລົງທຶນທັງໝົດ 41 ບໍລິສັດ ໂດຍມີແຜນການລົງທຶນທັງໝົດ 1.861 ລ້ານໂດລາສະຫະລັດ ແລະ ທຶນຈົດທະບຽນ 516,8 ລ້ານໂດລາສະຫະລັດ ໂດຍໄດ້ມີການລົງທຶນຕົວຈິງໄປແລ້ວ 83,9 ລ້ານໂດລາສະຫະລັດ, ຜູ້ພັດທະນາ 60,1 ລ້ານໂດລາສະຫະລັດ ແລະ ຜູ້ລົງທຶນລາຍຍ່ອຍ 23,7 ລ້ານໂດລາສະຫະລັດ.


ປັດຈຸບັນເຂດຕ່າງໆໄດ້ມີການນໍາເຂົ້າວັດຖຸດິບ, ເຄື່ອງກົນຈັກ ແລະ ອຸປະກອນ ເພື່ອມາຮັບໃຊ້ໃນການຜະລິດ ແລະ ການກໍ່ສ້າງພື້ນຖານໂຄງລ່າງ ມູນຄ່າທັງໝົດ 36,1 ລ້ານໂດລາສະຫະລັດ ແລະ ສົ່ງອອກສິນຄ້າ ມູນຄ່າທັງໝົດ 30,5 ລ້ານໂດລາສະຫະລັດ ແລະ ສາມາດຈັດເກັບພັນທະເຂົ້າງົບປະມານຂອງລັດໄດ້ທັງໝົດ 2,8 ຕື້ກີບ; ສາມາດສ້າງວຽກເຮັດງານທຳໄດ້ 1.155 ຄົນ, ໃນນັ້ນມີແຮງງານລາວ 1.083 ຄົນ ແລະ ຕ່າງປະເທດ 72 ຄົນ.