ເປັນທີ່ໜ້າຕິດຕາມ ຜົນງານຫຼ້າສຸດຂອງ ນາຕະລີ ຮ່ວມຖ່າຍລາຍການກັບສິລະປິນຄົນມີຊື່ສຽງ ນິຊະຄຸນ

41

ອີກໜຶ່ງນ້ອງໃນວົງການບັນເທີງລາວ ທີ່ໜ້າຕິດຕາມເບິ່ງຜົນງານເປັນທີ່ສຸດ ເຊິ່ງຕອນນີ້ມີຜົນງານມາໃຫ້ໄດ້ຕິດຕາມຢູ່ເລື້ອຍໆ ເອີ້ນໄດ້ວ່າເປັນປີຮັບຊັບມີງານເຂົ້າບໍ່ຂາດສາຍ ແລະ ຫຼ້າສຸດກໍຈະມີຜົນງານໃໝ່ໃຫ້ໄດ້ຕິດຕາມອີກແລ້ວ ເຊິ່ງຜົນງານການຮ່ວມຖ່າຍໃນເທື່ອນີ້ ແມ່ນເປັນທີ່ຕື່ນເຕັ້ນ ແລະ ດີໃຈນໍາທີ່ສຸດເລີຍ ນັ້ນຄືນ້ອງ ຈັນດາລີ ພຸດກຼາດ ຫຼື ນາຕະລີ ນ້ອງນາງແບບທີ່ມີໜ້າຕາ ແລະ ຮອຍຍິ້ມທີ່ສົດໃສເປັນເອກະລັກຄົນນີ້ ຮ່ວມຖ່າຍລາຍການກັບທີມງານຈາກປະເທດ ສ.ເກົາຫຼີ ນັ້ນເອງ.

ໃນການຮ່ວມຖ່າຍລາຍການໃນຄັ້ງນີ້ ກໍມີຄົນມີຊື່ສຽງຢ່າງ ນິຊະຄຸນ ຫໍເວດສະກຸນ ນັກຮ້ອງ, ນັກແຕ່ງເພງ, ແຣັບເປີ, ນັກສະແດງ ແລະ ຊາຍແບບເຊື້ອສາຍໄທ – ອາເມຣິກາ ແລະ ປັດຈຸບັນນີ້ກໍໄດ້ປະຈໍາຢູ່ທີ່ປະເທດ ສ.ເກົາຫຼີ ໃນຖານະສະມາຊິກວົງບອຍແບຣນ ສ.ເກົາຫຼີ ໃນວົງ 2PM ທີ່ມີຊື່ສຽງ ແລະ ເປັນທີ່ຮູ້ຈັກໃນສາກົນ ໂດຍໜຸ່ມຄົນນີ້ຈະເປັນທີ່ຖືກອົກຖືກໃຈໄວໜຸ່ມສຸດໆ ຍ້ອນຄວາມສາມາດ ແລະ ຜົນງານທີ່ໄດ້ປ່ອຍອອກມາ ເຊິ່ງມີຖານແຟນຄລັບຢ່າງໜາແໜ້ນຈາກປະເທດໄທ ແລະ ລາວເຮົາອີກດ້ວຍ.

ບອກເລີຍວ່າການຮ່ວມງານເທື່ອນີ້ແມ່ນປັງ – ດັງຢ່າງແນ່ນອນ ຜົນງານແມ່ນໜ້າຕິດຕາມ ແລະ ງານນີ້ຫຼັງຈາກທີ່ທາງຕົ້ນສັງກັດໄດ້ປ່ອຍພາບ ແລະ ວີດີໂອອອກມາ ແມ່ນນ້ອງງາມ ແລະ ມີອໍຣ່າສຸດໆ ແຕ່ວ່າຜົນງານຂອງນາຕະລີ ແລະ ນິຊະຄຸນ ໃນເທື່ອນີ້ຈະເປັນປະມານໃດຕ້ອງໄດ້ຖ້າຕິດຕາມໄປພ້ອມໆກັນ.

ສໍາລັບ ນ້ອງນາຕະລີ ແມ່ນເປັນໄວໜຸ່ມຄົນໜຶ່ງທີ່ມີຄວາມສາມາດຢ່າງຫຼາກຫຼາຍ ບໍ່ວ່າຈະເປັນການເດີນແບບ, ຖ່າຍແບບ, ການສະແດງ ຫຼື ຖ່າຍໂຄສະນາ, ຣີວິວສິນຄ້າຕ່າງໆ ເຊິ່ງປີນີ້ຍິ່ງພິເສດທີ່ສຸດເລີຍ ເພາະນ້ອງມີຜົນງານອອກມາໃຫ້ໄດ້ຊົມກັນຢ່າງບໍ່ຂາດສາຍ.

ມາທໍາຄວາມຮູ້ຈັກກັບນ້ອງທີ່ຫຼາກຫຼາຍຄວາມສາມາດຄົນນີ້ໃຫ້ຫຼາຍຂຶ້ນ ໂດຍນ້ອງເຄີຍໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງວ່າ: ປັດຈຸບັນນ້ອງແມ່ນເປັນນັກສຶກສາຢູ່ທີ່ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ຄະນະແພດສາດ ນ້ອງໃຫ້ເຫດຜົນວ່າ: ເພາະວ່າຕັ້ງແຕ່ນ້ອຍຈົນໃຫຍ່ຢູ່ກັບເລື່ອງປິ່ນປົວຄົນເຈັບ ເພາະວ່າພໍ່ເປັນໝໍເລີຍເຮັດໃຫ້ເຫັນ ແລະ ເຂົ້າໃຈເຖິງອາຊີບນີ້ ແລ້ວກໍເຮັດໃຫ້ຄົ້ນພົບຕົນເອງວ່າຢາກເປັນໝໍ ຢາກຊ່ວຍເຫຼືອຄົນເຈັບ ມີຄວາມສຸກເວລາທີ່ໄດ້ອະທິບາຍໃຫ້ຄົນອື່ນໆຮູ້ ແລະ ເຂົ້າໃຈໃນຮ່າງກາຍຕົວເອງ, ໃຫ້ເຂົາເຈົ້າຮູ້ວິທີທາງການໃຊ້ຊີວິດໃຫ້ຖືກຕ້ອງ ແລະ ດີຂຶ້ນ, ມີສຸຂະພາບແຂງແຮງ ເປັນສ່ວນໜຶ່ງທີ່ໄດ້ໃຫ້ປະໂຫຍດແກ່ສັງຄົມບໍ່ຫຼາຍກໍໜ້ອຍ ບາງເທື່ອເຖິງຈະເປັນການໃຫ້ທີ່ເລັກໜ້ອຍ ແຕ່ເຮົາກໍດີໃຈທີ່ໄດ້ມີສ່ວນເຮັດໃຫ້ເຂົາເຈົ້າມີຄວາມສຸກ. ນອກຈາກຮຽນແລ້ວ ກໍເຮັດວຽກໄປນໍາທັງເປັນນາງແບບ, ນັກສະແດງ ຢູ່ສັງກັດ first modeling Lao ອີກດ້ວຍ.

ກິດຈະກຳຍາມວ່າງ ໂດຍສ່ວນຕົວແມ່ນເປັນຄົນທີ່ມັກເຮັດກິດຈະກຳນອກສະຖານທີ່ ແຕ່ສ່ວນໃຫຍ່ກິດຈະກຳຍາມວ່າງທີ່ມັກເຮັດກໍຄືມັກອ່ານເລື່ອງຕ່າງໆ, ຟັງວິທີການ ຫຼື ເຕັກນິກຕ່າງໆທີ່ຈະປ່ຽນແປງໃຫ້ເຮົາດີຂຶ້ນ, ການຝຶກພາສາ ໂດຍສະເພາະແມ່ນເບິ່ງຮູບເງົາ ຫຼື ຟັງເພງ. ນອກນີ້, ຍັງມັກເຮັດອາຫານ ຫຼື ເຂົ້າໜົມນຳ.

ສຸດທ້າຍນີ້ຝາກແຟນໆຕິດຕາມຜົນງານຂອງນ້ອງດ້ວຍ ສາມາດເຂົ້າໄປຕິດຕາມໃນ Facebook page: First modeling Lao ຫຼື ເຟສບຸ໊ກສ່ວນຕົວຂອງນ້ອງ Natalie puscas ນັ້ນເອງ.

[ ຮູບ: First modeling Lao; Natalie puscas ]