ທ່ານເລຂາທິການໃຫຍ່ ລົງຢ້ຽມຢາມຊຸກຍູ້ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ

157

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ເຂດບົກທ່ານາແລ້ງ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນໃນວັນທີ 29 ມິຖຸນາ 2022 ນີ້ ເພື່ອຊຸກຍູ້ໃຫ້ກຳລັງໃຈຜູ້ລົງທຶນ ແລະພະນັກງານພາຍໃນເຂດ ເຊິ່ງເປັນຂະແໜງເສດຖະກິດໃໝ່ຂອງປະເທດເຮົາໃຫ້ຫ້າວຫັນສ້າງສາພັດທະນາໃຫ້ກາຍເປັນແຫຼ່ງລາຍຮັບສຳຄັນຂອງປະເທດເຮົາຕໍ່ໄປ.


ໂອກາດນີ້ ທ່ານຈັນທອນ ສິດທິໄຊ ປະທານບໍລິສັດວຽງຈັນ ໂລຈິດສຕິກພາກ ໄດ້ລາຍງານໂຄງການທ່າບົກ-ທ່ານາເເລ້ງ ເຂດໂລຈິດສະຕີກວ່າ: ທ່າບົກທ່ານາແລ້ງແມ່ນໂຄງການຫນື່ງທີ່ເປັນສ່ວນປະກອບຂອງໂຄງການລາວໂລຈິດສຕິກລີ້ງ ເຊີ່ງໄດ້ເລີ່ມລົງມືກໍ່ສ້າງໃນເດືອນພະຈິກປີ2020 ເເລະກໍ່ສ້າງສໍາເລັດພ້ອມທັງເປີດນໍາໃຊ້ໃນວັນທີ4 ທັນວາ 2021 ໂດຍເເບ່ງອອກເປັນ2ເຂດຄື: ເຂດໂລຈິດສຕິກມີເນື້ອທີ່327ເຮັກຕາ ເເລະເຂດທ່າບົກມີເນື້ອທີ່ 90ເຮັກຕາ ປະຈຸບັນກໍາລັງພັດທະນາໃນເຂດທ່າບົກສໍາເລັດເເລ້ວ90% ເເລະຈະໃຫ້ສໍາເລັດຮ້ອຍສ່ວນຮ້ອຍໃນອີກ3ເດືອນຕໍ່ຫນ້າ.

ໂອກາດນີ້ ທ່ານຈັນທອນ ສິດທິໄຊ ຍັງໄດ້ສະເໜີຫຼາຍບັນຫາໃຫ້ທ່ານປະທານປະເທດ ເພື່ອເຮັດໃຫ້ເຂດໂລຊິດສະຕິກກາຍເປັນເຂດສາກົນໃນອະນາຄົດ ໂດຍສະເພາະຢາກສະເໜີລັດຖະບານໃຫ້ຕັ້ງຄະນະກຳມະການໂລຊິດສະຕິກຂຶ້ນມາ ເພື່ອຊ່ວຍຄົ້ນຄວ້າເລື່ອງການຄ້າຊາຍແດນໃນເຂດນີ້ ໃຫ້ເປັນປະຕູດຽວສຳລັບການບໍລິການຂົນສົ່ງສິນຄ້າ ແລະການຄ້າ.


ຕໍ່ການສະເໜີດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ໄດ້ມີຄຳເຫັນວ່າ: ສຳລັບທ່າບົກທ່ານາແລ້ງແມ່ນໂຄງການທີ່ດີມີຜົນທາງເສດຖະກິດຫຼາຍ ແລະມີເສັ້ນທາງລົດໄຟເປັນທ່າແຮງ ດັ່ງນັ້ນ, ໃຫ້ລັດຖະບານພິຈາລະນາຕັ້ງຄະນະກຳມະການໂລຊິດສະຕິກຂຶ້ນ ບໍ່ເນັ້ນຫຼາຍເອົາແຕ່ພາກສ່ວນກ່ຽວຂ້ອງເປັນຕົ້ນ ກະຊວງໂຍທາທິການ ແລະຂົນສົ່ງ, ກະຊວງການຕ່າງປະເທດ, ກະຊວງການເງິນ, ກະຊວງອຸດສາຫະກຳ ແລະການຄ້າ ເພື່ອສະດວກໃນການການສານງານກັນໄວ.

ອັນສຳຄັນໃຫ້ພິຈາລະນາເຂດນີ້ສາມາດໃຊ້ເປັນເຂດການຄ້າຊາຍແດນໄດ້ຫຼືບໍ ເຂດການຄ້າຊາຍແດນຈະປະກອບມີຫຍັງແດ່ ຄວນຫຼືບໍຄວນແລ້ວອອກລະບຽບຄຸ້ມຄອງທີ່ຮັດກຸມ.


ທ່ານປະທານປະເທດ ກ່າວອີກວ່າ: ລັດຖະບານກໍ່ຄືກະຊວງກ່ຽວຂ້ອງຕ້ອງລົງໃກ້ຊິດຕິດແທດກັບບັນດາເຂດໂລຊິດສະຕິກ ເພື່ອໄປເບິ່ງຄວາມຫຍຸ້ງຍາກທີ່ບໍລິສັດສະເໜີ ແລະຮີບຮ້ອນແກ້ໄຂຂອດຂັ້ນທີ່ຖ່ວງດຶງ ເຮັດໃຫ້ການບໍລິການມີຄວາມສະດວກວ່ອງໄວ ແລະໂປ່ງໃສ ທັງສາມາດສ້າງລາຍຮັບແກ່ບໍລິສັດກໍ່ຄືປະເທດເຮົາໃຫ້ນັບມື້ຫຼາຍຂຶ້ນ.