ລາວຊ່ວຍລາວເດີ້ ໄປຊື້ສິນຄ້າ “ໜຶ່ງເມືອງ ໜຶ່ງຜະລິດຕະພັນ” ແລະ ສິນຄ້າຄອບຄົວຕົວແບບ

151

ເຖິງເວລາທີ່ຕ້ອງຊ່ວຍເຫຼືອກັນແລ້ວຄົນລາວເຮົາ ຢ່າລືມໄປຊ່ວຍເຫຼືອທຸລະກິດຄຸນນະພາບຈາກສີມືຄົນລາວໃນງານວາງສະແດງ ແລະ ຈໍາໜ່າຍສິນຄ້າ “ໜຶ່ງເມືອງ ໜຶ່ງຜະລິດຕະພັນ” ແລະ ສິນຄ້າຄອບຄົວຕົວແບບ ຂອງນະຄອນຫຼວງວຽງຈັນ ມີຫົວໜ່ວຍທຸລະກິດເຂົ້າຮ່ວມງານທັງໝົດ 90ຫົວໜ່ວຍ ຈໍານວນ 133ຫ້ອງ ແລະ 22ເຕັ້ນເບ້ຍໄມ້.

ງານວາງສະແດງ ແລະ ຈໍາໜ່າຍສິນຄ້າ “ໜຶ່ງເມືອງ ໜຶ່ງຜະລິດຕະພັນ” ແລະ ສິນຄ້າຄອບຄົວຕົວແບບ ຂອງນະຄອນຫຼວງວຽງຈັນ ຄັ້ງທີ VIII ຈະເປີດຂາຍເປັນເວລາຫຼາຍວັນລະຫວ່າງວັນທີ 25 ມິຖຸນາ – 3 ກໍລະກົດ 2022ນີ້ ທີ່ສູນວາງສະແດງສິນຄ້າ ລາວ-ໄອເຕັກຕຶກເກົ່າ.

ທ່ານ ບຸນລໍ້າ ວົງສຸມທິ ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນກ່າວວ່າ: ງານວາງສະແດງ ແລະ ຈຳໜ່າຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແລະ ສິນຄ້າຄອບຄົວຕົວແບບຂອງນະຄອນຫຼວງວຽງຈັນ ແມ່ນງານໜຶ່ງທີ່ພະແນກ ອຸດສາຫະກຳ ແລະ ການຄ້າໄດ້ຈັດຕັ້ງປະຕິບັດຕິດຕໍ່ກັນມາເປັນປີທີ 08 ແລ້ວ ສໍາລັບປີ 2022 ມີຫົວໜ່ວຍທຸລະກິດເຂົ້າຮ່ວມງານທັງໝົດ 90ຫົວໜ່ວຍ ຈໍານວນ 133ຫ້ອງ ແລະ 22ເຕັ້ນເບ້ຍໄມ້.


ໃນນັ້ນປະກອບມີສີນຄ້າຂອງນະຄອນຫຼວງວຽງຈັນ ຈຳນວນ 51 ຫົວໜ່ວຍ ມີ 71 ຫ້ອງ, ສິນຄ້າໂອດອບ ຈຳນວນ 31 ຫົວໜ່ວຍມີ 51 ຫ້ອງ ແລະ ສິນຄ້າຄອບຄົວຕົວແບບຈຳນວນ 20 ຫົວໜ່ວຍມີ 20 ຫ້ອງ , ສິນຄ້າ ODOP ຂອງຕ່າງແຂວງ ຈໍານວນ 21 ຫົວໜ່ວຍ, ມີ 25 ຫ້ອງ, ສິນຄ້າສະມາຊິກສະພາການຄ້າອຸດສາຫະກຳນະຄອນຫຼວງຈຳນວນ 16 ຫົວໜ່ວຍ, ມີ 33 ຫ້ອງ; ຂະແໜງການທ່ອງທ່ຽວ ຈຳນວນ 2 ຫົວໜ່ວຍ ມີ 4 ຫ້ອງ; ສິນຄ້າກະສິກຳປະເພດເບັ້ຍໄມ້ ຢູ່ລານຈອດລົດດ້ານໜ້າມີຈຳນວນ 22 ເຕັ້ນ ຄາດວ່າຈະມີມູນຄ່າການນຳສິນຄ້າເຂົ້າວາງສະແດງ ແລະ ຈຳໜ່າຍໃນຄັ້ງນີ້ມີເຖິງ 1,2 ຕື້ກວ່າກີບ.

ທ່ານນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນກ່າວວ່າ: ງານວາງສະແດງ ແລະ ຈຳໜ່າຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ແລະ ສິນຄ້າຄອບຄົວຕົວແບບ ຂອງນະຄອນຫຼວງວຽງຈັນປີນີ້ຈັດຂື້ນ ພາຍໃຕ້ແນວຄິດທີ່ວ່າ: “ ການຊຸກຍູ້ ແລະ ສົ່ງເສີມການຊົມໃຊ້ຜະລິດຕະພັນ ພາຍໃນ “ ຊຶ່ງເປັນປັນກິດຈະກຳໜຶ່ງທີ່ນອນຢູ່ໃນຫຼາຍກິດຈະກຳ ທີ່ຈັດຂື້ນເພື່ອເປັນການສ້າງຂະບວນການສົ່ງເສີມສິນຄ້າເຂົ້າເຖິງຕະຫລາດ, ການຊຸກຍູ້ທຸລະກິດໃຫ້ຜ່ານຜ່າອຸປະສັກ ການແຜ່ລະບາດຂອງ ພະຍາດໂຄວິດ 19.