ລາວຟອດຊິຕີ້ ມອບເງິນອຸປະຖໍ້າ 35 ພັນໂດລາຈັດບານເຕະຊີງຂັນ ສຕລ, ຈໍາປາສັກ ໄດ້ລັກກີ້ນາມເບີ

107

ບໍລິສັດ ລາວຟອດ ຊິຕີ້ ເຂົ້າມາຮ່ວມມືກັບ ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ຄັ້ງທໍາອິດໃນການຈັດການແຂ່ງຂັນເຕະ ໂດຍມອບເງິນອຸປະຖໍ້າເຖິງ 35.000 ໂດລາ ເຂົ້າໃນການຈັດການແຂ່ງຂັນບານເຕະຊີງຂັນ ສຕລ ລາວຟອດ 2022 ( LFF LAO FORD CUP 2022 ), ສ່ວນຈໍາປາສັກ ເອັຟຊີ ກາຍເປັນທີມໂຊກດີຜ່ານເຂົ້າຮອບ 4 ທີມແບບບໍ່ຕ້ອງແຂ່ງ.

ພິທີດັ່ງກ່າວຈັດຂຶ້ນທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ເມື່ອຕອນບ່າຍຂອງວັນທີ 27 ມິຖຸນາ 2022 ໃຫ້ກຽດເຂົ້າຮ່ວມໃຫ້ກຽດມອບເງິນຈໍານວນ 35.000 ໂດລາໂດຍ ທ່ານ ເວນ ແມັກອິນທ໊ອສ (Wayne McIntosh, Managing Director – Automotive, Sales) ຜູ້ບໍລິຫານຈັດການທົ່ວໄປ ບໍລິສັດ Lao Ford City ແລະ ໃຫ້ກຽດຮັບໂດຍ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ, ໂດຍມີຄະນະທັງສອງຝ່າຍ ຕະຫຼອດຮອດຄູຝຶກ ແລະ ນັກກີລາເຂົ້າຮ່ວມຢ່າງພ້ອມພຽງ.

ນອກນັ້ນ, ພິທີຈັບສະຫຼາກປະກົບຄູ່ແຂ່ງຂັນອີກດ້ວຍປາກົດວ່າ: ແຂວງຈໍາປາສັກ ຈັບໄດ້ເບີ 7 ຜ່ານເຂົ້າຮອບ 4 ທີມສຸດທ້າຍແບບບໍ່ຕ້ອງແຂ່ງ ໂດຍສ່ວນທີມອື່ນໆທີ່ຈະຕ້ອງລົງແຂ່ງຂັນ ໂດຍຈະເລີ່ມແຂ່ງຂັນເດືອນສິງຫານີ້ ປະກອບມີ:
-ຫຼວງພະບາງ ເອັຟຊີ ພົບ ມາສເຕີ 7 ເອັຟຊີ ທີ່ສະໜາມບານເຕະແຂວງຫຼວງພະບາງ
-ເອັສຣາ ເອັຟຊີ ພົບກັບ ວຽງຈັນ ເອັຟຊີ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16
-ກອງທັບ ເອັຟຊີ ພົບ ຊ້າງນ້ອຍ ເອັຟຊີ ທີ່ສະໜາມກີລາກອງທັບ ຫຼັກ 5

ສ່ວນທີມຊະນະທັງ 3 ຄູ່ຈະຜ່ານເຂົ້າຮອບ 4 ທີມສຸດທ້າຍ ໄປສົມກັບ ຈໍາປາສັກ ເອັຟຊີ ໂດຍຈະມີການຈັບສະຫຼາກແບ່ງສາຍອີກຄັ້ງໜຶ່ງ.
ຂ່າວ: Larh Creators; ຮູບ: ໜຶ່ງ