ໂດດເດັ່ນໃນແບບຂອງຕົນເອງ ຄວ້າລາງວັນນາງງາມມິດຕະພາບ Miss International Queen

96

ສະແດງຄວາມຍິນດີ ກັບສາວງາມ ມິນນີ້ ມິນລະດາ ແອ໋ງມະນີ Miss International Queen Laos 2022 ໃນທີ່ສຸດກໍເຮັດໄດ້ ລົບທຸກຄໍາສົບປະມາດ ໂດດເດັ່ນໃນແບບຂອງຕົນເອງ ໝັ້ນໃຈ ແລະ ເຮັດຕາມຄວາມຝັນຂອງຕົນເອງເຕັມທີ່ ແລະ ບໍ່ສົນກັບສຽງອ້ອມຂ້າງທີ່ບັ່ນທອນຈິດໃຈ ຈົນສາມາດໄປຄວ້າລາງວັນໃນເວທີລະດັບສາກົນໄດ້ ນັ້ນກໍຄືລາງວັນນາງງາມມິດຕະພາບ ຈາກເວທີ Miss International Queen 2022 ເພາະຄວາມໜ້າຮັກມີນໍ້າໃຈ ຈຶ່ງສາມາດນໍາລາງວັນມາເປັນຂອງຝາກໃຫ້ກັບປະເທດລາວຂອງເຮົາໄດ້ນັ້ນເອງ.

ເອີ້ນໄດ້ວ່າສາວງາມຄົນນີ້ມີຄວາມແຂງແກ່ນ ຜ່ານຜ່າທຸກອຸປະສັກ ແລະ ບໍ່ຍອມກັບຫຍັງງ່າຍໆ ຍິ້ມສູ້ສະເໝີ ຈຶ່ງເຮັດເອົາຊະນະທຸກຄໍາດູຖູກຈາກທີ່ເຄີຍມີກະແສຕໍ່ຕ້ານໄດ້ ແລະ ເຮັດໃຫ້ແຟນໆນາງງາມໄດ້ເຫັນອີກມູມຂອງຄວາມງາມທີ່ບໍ່ໄດ້ມີຈໍາກັດວ່າຕ້ອງຫຸ່ນດີ, ໜ້າງາມ ແຕ່ເວທີນາງງາມຍັງຕ້ອງການຄວາມງາມທີ່ມາຈາກພາຍໃນຄວາມມີນໍ້າໃຈກັບໝູ່ເພື່ອນ, ຄວາມໜ້າຮັກເປັນກັນເອງຕໍ່ເພື່ອນຮ່ວມໃນການປະກວດນໍາອີກ.

ມື້ນີ້ທີມຂ່າວບັນເທີງພາມາເປີດປະຫວັດນາງງາມຄົນນີ້ວ່າ ເພື່ອທໍາຄວາມຮູ້ຈັກໃຫ້ຫຼາຍຂຶ້ນ ສໍາລັບ ມິນນີ້ ປັດຈຸບັນອາຍຸ 26 ປີ ແລະ ກຳລັງສຶກສາປະລິນຍາໂທທີ່ ສປ ຈີນ ສາຂາ account banking ແຕ່ຍ້ອນສະຖານະການໂຄວິດ – 19 ເລີຍໄດ້ດ໋ອບການຮຽນລົງ ແລະ ຫັນມາຊ່ວຍທຸລະກິດຄອບຄົວ ແລະ ມີຮ້ານສັ່ງຕັດເກີບອອນລາຍ ຊື່ວ່າ MChoo ເປັນຂອງຕົນເອງ.

ຈາກທີ່ ມິນນີ້ ໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງ ແມ່ນໄດ້ເລົ່າໃຫ້ຟັງວ່າ: ຜົນງານທີ່ຜ່ານມາຂອງນ້ອງເອງແມ່ນໄດ້ປະສົບຜົນສຳເລັດກັບເວທີ Miss Universeimfire 2019, ໄດ້ລາງວັນແຕ່ງກາຍດີເດັ່ນຂອງການປະກວດຜ້າໄໝສອງຝັ່ງຂອງ ລາວ – ໄທ, ໄດ້ມີໂອກາດປະກວດເວທີສາວສອງລະດັບປະເທດ Power Queen Laos 2022 top 6 & fast tags, ມີໂອກາດໄປ Cover ເພງ ຢ່າງນ້ອຍກໍເຄີຍຮັກກັນ, ຄວາມຮູ້ສຶກບອກ ລົງທາງຊ່ອງ WonderMinnie  ແລະ ກໍງານເດີນແບບທົ່ວໄປອີກດ້ວຍ ຫຼ້າສຸດນີ້ກໍແມ່ນການໄດ້ຮັບລາງວັນ ນາງງາມມິດຕະພາບ.

ທີ່ສໍາຄັນ ມິນນີ້ ແມ່ນມີ ຄວາມສາມາດເວົ້າໄດ້ຫຼາຍ ກວ່າ 4 ພາສາ ຄື: ລາວ, ໄທ, ຈີນ, ອັງກິດ ແລະ ຍີ່ປຸ່ນ ແລະ ຍັງບໍ່ລວມພາສາຊົນເຜົ່າ ເພາະ ມິນນີ້ ເປັນຄົນຊົນເຜົ່າໄທດຳຫໍ້ ( ເປັນຊົນເຜົ່າທີ່ຢູ່ທາງຫຼວງນ້ຳທາ ) ນອກນັ້ນ, ຍັງສາມາດຮ້ອງເພງໄດ້ເປັນ 2 ສຽງ ທັງສຽງຍິງ ແລະ ຊາຍ ນໍາອີກ.

ຂໍສະແດງຄວາມຍິນດີອີກຄັ້ງກັບ ມິນນີ້ ມິນລະດາ ໃນການສ້າງປາກົດການໜ້າໃໝ່ ໃຫ້ກັບວົງການນາງງາມລາວ ແລະ ເຮັດໃຫ້ສາກົນໄດ້ຮູ້ຈັກປະເທດລາວເຮົາຫຼາຍຂຶ້ນຜ່ານຕົວນ້ອງ ແລະ ນ້ອງຍັງເປັນອີກໜຶ່ງສຽງໃຫ້ຄົນທີ່ຢາກເດີນຕາມຄວາມຝັນຂອງຕົນບໍ່ຢ້ານ ແລະ ບໍ່ທໍ້ທອຍຕໍ່ຄໍາດູຖູກຕ່າງໆ ແຕ່ນໍາມາເປັນແຮງພັກດັນຈົນເຮັດໃຫ້ສາມາດປະສົບຜົນສໍາເລັດໄດ້ ຈົນເປັນທີ່ໜ້າເພິ່ງພໍໃຈ ແລະ ມີກຽດສັກສີທີ່ສຸດ ທຸກຄົນສາມາດຕິດຕາມຜົນງານມິນນີ້ໄດ້ ຜ່ານທາງ  ເຟສບຸ໊ກສ່ວນຕົວ Minnie Minladar Engmany ນາງງາມມິດຕະພາບ ຈາກເວທີ Miss International Queen 2022 ປະກາດຜົນໃນວັນທີ 25 ມິຖຸນາຜ່ານມາ ເຊິ່ງຈັດປະກວດທີ່ປະເທດໄທ ນັ້ນເອງ.

[ ຮູບ: Minnie Minladar Engmany ]