ມີການລັກລອບຫາປາຢູ່ເຂດວັງສະຫງວນປາກນໍ້າຄານ ຫາ ແກ້ງຍອງ

151

ວັງສະຫງວນ ຄຳນີ້ມີຄຳຈຳກັດຄວາມໃນໂຕມັນຢູ່ແລ້ວ ສະຫງວນຄືການອະນຸລັກຮັກສາໄວ້ ວັງສະຫງວນກໍ່ໝາຍເຖິງພື້ນທີ່ໆສະຫງວນບໍ່ໃຫ້ມີການກໍ່ກວນ, ຫາປາທຳມາຫາກິນໃນບໍລິເວນທີ່ກຳນົດໄວ້, ປົກກະຕິແລ້ວວັງສະຫງວນແມ່ນມັກກຳນົດເອົາເປັນເຂດໆຕາມສາຍນ້ຳໃຫຍ່ ແລະໄດ້ມີການປັກຫຼັກໄວ້ຢ່າງດີ ເພື່ອບໍ່ໃຫ້ຄົນມາບຸກລຸກ ແຕ່ຍັງມີຜູ້ລັກລອບເຂົ້າໄປຢູ່ຄືກໍລະນີນີ.


ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໄດ້ສົມທົບຫ້ອງການກະສິກຳ ແລະ ປ່າໄມ້ ນະຄອນ-ຫຼວງພະບາງ, ມີເຈົ້າໜ້າທີ່ ປກສ ກຸ່ມເມືອງງາ, ປກສ ກຸ່ມວິຊຸນ ແລະ ອົົງການປົກຄອງບ້ານໝືນນາ ໄດ້ລົງກວດກາລາດຕະເວນ ເຂດສະຫງວນອະນຸລັກຊີວະນາໆພັນ ຢູ່ປາກນໍ້າຄານລະຫວ່າງບ້ານໂພສະອາດ ແລະ ບ້ານຊຽງທອງຄີລີ ຫາ ແກ້ງຍອງ ເຂດບ້ານຜານົມ ນະຄອນ-ຫຼວງພະບາງ ຫວ່າງບໍ່ດົນມານີ້.


ການລົງກວດກາຄັ້ງນີ້ ພາຍໃຕ້ແຜນງານ, ມາດຕະການລະບຽບການຂອງເຂດວັງສະຫງວນໄດ້ກໍານົດໄວ້ ແລະ ໄດ້ຮັບການແຈ້ງຂອງພົນລະເມືອງດີ ໃນຂອບເຂດດັ່ງກ່າວວ່າ: ມີຄົນລັກລອບຫາປາ ຢູ່ບໍລິເວນວັງສະຫງວນ ຊຶ່ງມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມກວດກາທັງໝົດ 9 ຄົນ ແລະ ກໍໄດ້ພົບເຫັນປະຊາຊົນລັກລອບຫາປາ ໃນເຂດວັງສະຫງວນ ປາກນໍ້າຄານ ຫາ ແກ້ງຍອງ, ໃນນີ້ມີມອງ 14 ດາງ, ເບັດ 100 ຄັນ, ຜຽກ 6 ເສັ້ນ, ໄຊ 2 ຫຼັງ, ຕຸ້ມ 2 ໜ່ວຍ ຊຶ່ງໄດ້ຢຶດເຄື່ອງມືທີ່ຫາປາທັງໝົດ 124 ອັນ.

ພ້ອມນີ້ໄດ້ນໍາປະຊາຊົນຜູ້ລັກລອບຫາປາໃນຄັ້ງນີ້ໄດ້ 1 ຄົນ ແລະ ໄດ້ນໍາສົ່ງໃຫ້ ປກສ ກຸ່ມວິຊຸນ ເພື່ອສຶກສາອົບຮົມ ແລະ ດໍາເນີນຄະດີ ຕາມລະບຽບກົດໝາຍ, ຕາມຂໍ້ຫ້າມໃນເຂບເຂດວັງສະຫງວນດັ່ງກ່າວ ແລະ ສໍາລັບອຸປະກອນຫາປານັ້ນ ແມ່ນໄດ້ນໍາມາທໍາລາຍຖິ້ມໝົດໃນວັນດຽວກັນ.

(ຂ່າວ-ພາບ ຄຳຫຼ້າ ລັດສະໝີ)