ພຽງໂດດເດັ່ນໃນໂຕທີ່ເປັນໂຕເອງ ສູ້ບໍ່ສົນຄໍາຄົນດູຖູກ ຄວ້າລາວວັນນາງງາມມິດຕະພາບໃນເວທີສາກົນ ເປີດປະຫວັດ ມິນນີ້ ແອ໋ງມະນີ

477

ຈົບລົງໄປແລ້ວ ສໍາລັບການປະວດທີ່ເປັນທີ່ຈັບຕາຂອງວົງການປະກວດ ແລະ ສາຍບັນເທີງ ທີ່ຖືວ່າຄຶກຄື້ນສົມຄວນ ກັບການປະກວດ Miss International Queen 2022 ໃນຄໍ່າຄືນວັນທີ 25 ມິຖຸນາ ຜ່ານມາ ປະກວດທີ່ປະເທດເພື່ອນບ້ານໄທ

ໂດຍຊາດລາວ ຫຼື ຕົວແທນປະເທດ ແມ່ນ ມິນນີ້ ມິນລະດາ ແອ໋ງມະນີ Miss International Queen Laos 2022
ທີ່ສ້າງປະກົດການໃໝ່ ກັບ ແຮັດແທັກທີ່ຄົນໃຊ້ຫຼາວ ຄໍາຄໍາວ່າ ລາວລາວລາວ ! ໃຫ້ເປັນທີ່ຮູ້ຈັກ ແລະ ສົນໃຈຂອງຄົນຕ່າງຊາດ ແລະ ດ້ວຍຮູບຮ່າງທີ່ແຕກຕ່າງຈາກຄົນອື່ນ ເປັນທີ່ສົນໃຈຂອງຫຼາຍໆຄົນ ໃນການປະວດນາງງາມ ທີ່ມີບາງຄົນກໍຄອມເມັ້ນ ເວົ້າ ໃນທາງທີ່ອາດຟັງແລ້ວບໍ່ມ່ວນຈົນມີດາມ້າຕ່າງໆນາໆ

ແຕ່ນັ້ນກໍບໍ່ໄດ້ເຮັດໃຫ້ ມິນນີ້ຕົວແທນປະເທດເຮົາ ຢຸດ ຫຼື ທໍ້ ກັບຄໍາເວົ້າຕ່າງໆນັ້ນ ໂດຍເຈົ້າໂຕໄດ້ບກວ່າ ເຖິງຈະມີຫຼາຍໆຄົນທີ່ອາດຈະເວົ້າວ່າເຮົາບໍ່ເໝາະສົມ ແຕ່ກໍມີຫຼາຍໆຄົນຄືກັນທີ່ໃຫ້ກໍາລັງໃຈ ແລະ ເຮົາກໍມີຄວາມຝັນ ແລະ ຕັ້ງໃຈມາ ເຮັດສຸດຄວາມສາມາດ ຢາກໃຫ້ທຸກຄົນຮັກ ແລະ ຍອມຮັບໃນໂຕທີ່ເຮົາເປັນເຮົາ ຄວາມສາມາດທີ່ບໍ່ກຽວກັບຮູບຮ່າງ ແລະ ສິ່ງອື່ນໆ ແລະ ກໍໂຄດດີໃຈທີ່ສາມາດຄວ້າລາງວັນໃນເວທີດັ່ງກ່າວ ກໍບໍ່ຄິດວ່າຈະໄດ້ລາງວັນຫຍັງນໍາເຂົາ


ດີໃຈ ແລະ ຂອບໃຈຄໍາດູຖູກ ແລະ ຄໍາໃຫ້ກໍາລັງໃຈ ມື້ນີ້ ມິນນີ້ໄດ້ລາງວັນ ນາງງາມມິດຕະພາບ ລາງວັນຂອງປະເທດລາວ ນາງງາມມິດຕະພາບ ໃນເວທີ Miss International Queen 2022

.


ພຽງກ້າ ແລະ ສູ້ ເພືື່ອຄວາມຝັນກໍມີມື້ຂອງເຮົາ ຍິນດີນຳ MIQ Laos 2022 ເຖິງສິຕົກຮອບ, ບໍ່ສາມາດຜ່ານເຂົ້າ Top 11 ໄດ້, ແຕ່ກະໄດ້ 1 ລາງວັນ Miss Congeniality ຕິດມືກັບມາ congratulations!

ມິນນີ້ ມິນລະດາ ແອ໋ງມະນີ ອາຍຸ26ປີ ປະຈຸບັນກຳລັງ ສຶກສາປະລີນຍາໂທ ທີ່ ສປ ຈີນ ສາຂາ account banking ປະຈຸບັນ ຍ້ອນ ສະຖານະການ Covit19 ເລິຍໄດ້ ດ໋ອບການຮຽນ ລົງ ແລະຫັນມາຊ່ວຍ ທຸລະກິດ ຄອບຄົວ ແລະມີ ຮ້ານ ສັ່ງຕັດເກີບ ອອນລາຍ MChoo


ຜົນງານທີ່ຜ່ານມາ ໄດ້ປະສົບຜົນສຳກັບເວທີ miss universeimfire 2019 ໄດ້ລາງວັນ ແຕ່ງກາຍດີເດັ່ນ ຂອງການປະກວດ ຜ້າໄຫມ ສອງຝັ່ງຂອງ ລາວ+ໄທ ໄດ້ມີໂອກາດ ປະກວດເວທີ ສາວສອງ ລະດັບປະເທດ Power Queen Laos 2022 top 6 & fast tagsມີໂອກາດໄປ Cover ເພງ ຢາກນ້ອຍກໍ່ເຄິຍຮັກກັນ+ຄວາມຮູ້ສຶກບອກ ລົງຊ່ອງ WonderMinnie ລະກະງານເດິນແບບ ທົ່ວໄປ ທັງເບື້ອງຫນ້າ ແລະເບື້ອງຫລັງ


ຄວາມສາມາດ.. ເວົ້າໄດ້ຫລາຍກວ່າ4ພາສາ ລາວ. ໄທ. ຈີນ. ອັງກິດ. ຍີ່ປຸ່ນ .ຍັງບໍ່ລວມພາສາສົນເຜົ່າ ເພາະມິນນີ້ເປັນຄົນຊົນ ເຜົ່າໄທດຳຫໍ້ (ເປັນຊົນເຜົ່າທີ່ຢູ່ທາງຫລຼວງນ້ຳທາ)ນອກນັ້ນຍັງສາມາດຮ້ອງເພງໄດ້ ເປັນ2 ສຽງຍິງແລະຊາຍ


ຢາກໃຫ້ເບິ່ງສາວສອງໃນມຸມອື່ນແດ່ ບໍ່ແມ່ນວ່າເຫັນວ່າເປັນໄດ້ພຽງນາງໂຊ ຊ່າງແຕ່ງຫນ້າ. ຢາກໃຫ້ເຫັນໃນມຸມຂອງສາວ ສອງວ່າ ມີສັກກະຍະພາບ ບໍ່ຕ່າງຈາກຄົນທົ່ວໄປ ຈື່ງຢາກໃຫ້ເປິດໂອກາດໃຫມ່ໆ ໃຫ້ມີບົດບາດທາງສັງຄົມໃຫ້ຫລາຍຂຶ້ນ ບໍ່ວ່າສິແມ່ນຫນ້າວຽກ ເຮັດກິດຈະກຳຕ່າງໆເພາະວ່າບາງ ອົງກອນຫຍັງບໍ່ທັນໃຫ້ໂອກາດ ພຽງເພາະເພດສະພາບ ບໍ່ຕົງກັບຄຳນຳຫນ້າ. ຖ້າໃຫ້ໂອກາດ ແນ່ນອນ ອົງກອນນັ້ນ ກໍ່ຈະມີສີສັນຫລາຍກວ່າຂຶ້ນແນ່ນອນ