ນາຍົກສີລັງກາ ຍອມຮັບເສດຖະກິດພັງທະລາຍສົມບູນແລ້ວ

177

ສຳນັກຂ່າວເອພີ ລາຍງານໃນວັນທີ 22 ມິຖຸນາຜ່ານມາວ່າ ທ່ານ ຣານີລ ວິກຣົມສິງເຫ ນາຍົກລັດຖະມົນຕີສີລັງກາ ໄດ້ຖະແຫຼງຕໍ່ລັດຖະສະພາ ໂດຍຍອມຮັບວ່າເສດຖະກິດສີລັງກາໄດ້ພັງທະລາຍລົງໂດຍສົມບູນແລ້ວ ນັບເປັນການເນັ້ນຢ້ຳເຖິງສະຖານະການຂອງປະເທດທີ່ຮ້າຍແຮງຂຶ້ນນັບມື້, ໃນຂະນະດຽວກັນ ລັດຖະບານກໍໄດ້ໃຊ້ຄວາມພະຍາຍາມຂໍການຊ່ວຍເຫຼືອຈາກປະຊາຄົມໂລກ.

ນາຍົກສີລັງກາ ກ່າວວ່າ: ສີລັງກາ ກຳລັງປະເຊີນກັບສະຖານະການທີ່ຮ້າຍແຮງກວ່າຄຳວ່າ ຂາດແຄນນຳມັນເຊື້ອໄຟ, ໄຟຟ້າ, ອາຫານ ແລະ ຢາປົວພະຍາດເທົ່ານັ້ນ ແຕ່ໃນຂະນະນີ້ ເສດຖະກິດຂອງປະເທດໄດ້ພັງທະລາຍລົງໂດຍສົມບູນແລ້ວ, ສີລັງກາ ບໍ່ສາມາດນຳເຂົ້ານ້ຳມັນ, ໃນຂະນະດຽວກັນກໍຂາດກະແສເງິນສົດ ເນື່ອງຈາກບໍລິສັດນຳເຂົ້ານ້ຳມັນມີໜີ້ສູງເກີນກວ່າຈະແກ້ໄຂໃຫ້ກັບມາໄດ້.

ທັງນີ້, ທ່ານ ວິກຣົມສິງເຫ ຫາກໍເຂົ້າມາຮັບຕຳແໜ່ງເປັນນາຍົກລັດຖະມົນຕີສີລັງກາ ເມື່ອເດືອນພຶດສະພາຜ່ານມາ ໂດຍລາວໄດ້ກ່າວໂທດລັດຖະບານຊຸດກ່ອນວ່າ ບໍ່ສາມາດແກ້ໄຂບັນຫາຂອງປະເທດໄດ້ຢ່າງຖ່ວງທັນ, ຂະນະທີ່ເງິນຄັງແຮສຳຮອງເງິນຕາຕ່າງປະເທດກຳລັງຈະໝົດລົງແລ້ວ.