ເລີ່ມກໍ່ສ້າງເຂື່ອນເກັບນ້ຳ-ນ້ຳຊາງ ແລະ ພັດທະນາລະບົບຊົນລະປະທານ

150

ໃນວັນທີ 23 ມິຖຸນາ 2022 ກົມຊົນລະປະທານ ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບແຂວງໄຊຍະບູລີ ໄດ້ຈັດພິທີວາງສີລະລຶກ ການກໍ່ສ້າງໂຄງການເຂື່ອນເກັບນ້ຳ-ນ້ຳຊາງ ແລະ ພັດທະນາລະບົບຊົນລະປະທານ ໂດຍພິທີແມ່ນຈັດຂຶ້ນຢູ່ັ 2 ຈຸດຄື: ຢູ່ກະຊວງກະສິກຳ ແລະ ປ່າໄມ້ ແລະ ພາກສະໜາມແມ່ນຈັດຂຶ້ນທີ່ບ້ານຫ້ວຍເລິກ ເມືອງແກ່ນທ້າວ ແຂວງໄຊຍະບູລີ. ເຊື່ອມຫາກັນຜ່ານລະບົບວີດີໂອທາງໄກ.


ເຊິ່ງເຂົ້າຮ່ວມເປັນປະທານພິທີໂດຍຈາກທາງກະຊວງທ່ານ ເພັດ ພົມພີພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ປອ. ຣາຊກຸມາ ລານຈັນ ຊຶ່ງ (Dr. Rajkumar Ranjan Singh) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນເດຍ, ທ່ານ ດິນກາ ອາສທານາ (Dinkar Asthana) ເອກອັກຄະລັດຖະທູດ ອິນເດຍ ປະຈຳ ສປປ ລາວ, ພ້ອມຄະນະ; ສ່ວນພາກສະໜາມແມ່ນເຂົ້າຮ່ວມໂດຍທ່ານ ສົມຈິດ ອິນທະວົງ ຮອງເຈົ້າແຂວງ ແຂວງ ໄຊຍະບູລີ, ທ່ານ ເຈົ້າເມືອງແກ່ນທ້າວ, ທ່ານ ວີກັດ ມິດຊຣາ (Vikas Mishra) ຜູ້ອຳນວຍການໃຫຍ່ ບໍລິສັດວິໄຈກຸມມານ ມິດຊຣາ ການກໍ່ສ້າງ ພີວີທີ ຂອງອິນເດຍ, ພ້ອມດ້ວຍອົງການປົກຄອງທ້ອງຖິ່ນຕະຫຼອດຮອດພໍ່ແມ່ປະຊາຊົນທີ່ມາຮ່ວມ.


ໃນໂອກາດເປີດພິທີທ່ານ ເພັດ ພົມພີພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວບາງຕອນວ່າ: ໂຄງການກໍ່ສ້າງອ່າງເກັບນ້ຳ-ນ້ຳຊາງ ແລະ ພັດທະນາລະບົບຊົນລະປະທານ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໂດຍທຶນກູ້ຢືມຈາກ ທະນາຄານຂາເຂົ້າ-ຂາອອກ ປະເທດອິນເດຍ ເຊິ່ງມີມູນຄ່າ 14.76 ລ້ານ ໂດລະສະຫະລັດ, ໂຄງການດັ່ງກ່າວ ເປັນໂຄງການໜຶ່ງທີ່ຈະປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍ ຍຸດທະສາດພັດທະນາກະສິກໍາຈະປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍ ຍຸດທະສາດພັດທະນາກະສິກໍາຮອດປີ 2025 ແລະ ວິໄສທັດຮອດປີ 2030 ເວົ້າລວມ, ເວົ້າສະເພາະແມ່ນ ແຜນງານຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າກະສິກຳຫັນເປັນທັນສະໄໝ ດ້ວຍລະບົບການຜະລິດແບບຕ່ອງໂສ້ ນັບແຕ່ການຈັດຕັ້ງກຸ່ມຜະລິດ ແລະ ບໍລິຫານຈັດການ ລວມທັງສືບຕໍ່ ຂະບວນການຮັກສາຄຸນນະພາບຜົນຜະລິດຫຼັງການເກັບກ່ຽວ ກ້າວໄປເຖິງການສ້າງຜະລິດຕະພັນກະສິກຳຮັບໃຊ້ສັງຄົມ.

ໂຄງການກໍ່ສ້າງອ່າງເກັບນ້ຳ-ນ້ຳຊາງ ແລະ ພັດທະນາລະບົບຊົນລະປະທານ ເມືອງແກ່ນທ້າວ ແຂວງໄຊຍະບູລີ ແມ່ນຈະໃຊ້ເວລາ 2 ປີ ກໍສາມາດນຳໃຊ້ໄດ້ ພາຍຫຼັງກໍ່ສ້າງສຳເລັດປະຊາຊົນ ຊາວເມືອງແກ່ນທ້າວ, ກໍ່ຄື: ປະຊາຊົນ 6 ໝູ່ບ້ານ ໃນເປົ້າໝາຍ ຈະໄດ້ຊົມໃຊ້ໂຄງການດັ່ງກ່າວ.


ໄຊຍະບູລີເປັນແຂວງທີ່ມີພື້ນຖານ ແລະ ມີມູນເຊື້ອການຜະລິດກະສິກຳ ມາແຕ່ດົນນານ, ເຊິ່ງປະຈຸບັນມີເນື້ອທີ່ການຜະລິດກະສິກໍາ ຫຼາຍກ່ວາ 300.000 ເຮັກຕາ ໃນນັ້ນ: ເປັນເນື້ອທີ່ນາ 35.000 ກວ່າເຮັກຕາ, ປະຊາຊົນຫຼາຍກວ່າ 80% ແມ່ນປະກອບອາຊີບກະສິກຳ, ດັ່ງນັ້ນ ໂຄງການກໍ່ສ້າງອ່າງເກັບນໍ້າ (ນໍ້າຊາງ) ແມ່ນເປັນໂຄງການໜຶ່ງທີ່ມີຄວາມສອດຄ່ອງ ແລະ ເໝາະສົມໃນສະພາບພື້ນທີ່ຂົງເຂດດັ່ງກ່າວ, ເມື່ອໂຄງການນີ້ສ້າງສຳເລັດ ຈະຮັບປະກັນສະໜອງນ້ໍາໃຫ້ແກ່ການຜະລິດ, ເປັນປັດໃຈພື້ນຖານໃນການຍູ້ແຮງການນຳໃຊ້ເຕັກນິກ ການຜະລິດກະສິກຳຢ່າງມີປະສິດຕິຜົນ, ເພື່ອຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ ທາງດ້ານການປູກຝັງ, ລ້ຽງສັດໃຫ້ຫຼາຍຂຶ້ນ ແລະ ທັງເປັນການປະກອບສ່ວນບັນລຸຄາດໝາຍ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII ຂອງແຂວງ ແລະ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃນຂົງເຂດດັ່ງກ່າວ ໃຫ້ດີຂຶ້ນເທື່ອລະກ້າວ.