ພາສ່ອງທຣິບທ່ອງທ່ຽວທໍາມະຊາດແບບສຸດງາມ ຂອງສາວລູກນໍ້າ ທິດາລັດ ວົງສິລິ

71

ຊົມເຊີຍ! ມີນັກສະແດງຫຼາຍທ່ານໄດ້ເປັນສ່ວນໜຶ່ງໃນການໂຄສະນາເຜີຍແຜ່ສະຖານທີ່ທ່ອງທ່ຽວໃນລາວເຮົາ ໂດຍການຖ່າຍຮູບ ແລະ ໂພສ ລົງຜ່ານຊ່ອງທາງສືສັງຄົມອອນລາຍຂອງຕົນ ເຊິ່ງເປັນການກະຕຸ້ນຂະແໜງການທ່ອງທ່ຽວລາວອີກທາງໜຶ່ງເລີຍ.

ເນື່ອງຈາກອຸດສາຫະກໍາທ່ອງທ່ຽວ ແມ່ນເປັນອີກໜຶ່ງຂະແໜງການທີ່ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວ ແລະ ຍິ່ງໃນຕອນນີ້ ໄດ້ເປີດປະເທດຢ່າງເປັນທາງການ ແລະ ສປປ ລາວ ກໍພ້ອມຕ້ອນຮັບນັກທ່ອງທ່ຽວແລ້ວ ເຊິ່ງເຮົາຈະສັງເກດເຫັນວ່າຜູ້ຄົນໃນວົງການກໍຫັນມາທ່ອງທ່ຽວລາວຫຼາຍຂຶ້ນ ແລະ ຈະເປັນການດີ ເຮັດໃຫ້ສະຖານທີ່ທ່ອງທ່ຽວໃນລາວ ໂດຍສະເພາະບັນດາແຂວງພາກເໜືອໃຫ້ກັບມາຄຶກຄື້ນອີກຄັ້ງນັ້ນເອງ.

ມື້ນີ້ທີມຂ່າວບັນເທີງຈະພາໄປສ່ອງຄວາມງາມຂອງເມືອງເຟືອງແຂວງວຽງຈັນ ໂດຍຜ່ານຮູບພາບທີ່ໂພສຜ່ານເຟສ ບຸ໊ກສ່ວນຕົວຂອງສາວສຸດສົດໃສ ລູກນໍ້າ ທິດາລັດ ວົງສິລິ ນາງສາວລາວ 2011 ກັບທິບຂອງການໄປທ່ອງທ່ຽວສຸດງາມທັງທໍາມະຊາດ ແລະ ຕົວຂອງເຈົ້າຂອງພາບເອງ ໂດຍທຣິບຂອງການທ່ອງທ່ຽວຂອງສາວງາມໃນຄັ້ງນີ້ ກໍເປັນອີກມູມສະບາຍໆ ທີ່ເຕັມໄປດ້ວຍທໍາມະຊາດທີ່ສວຍງາມທັງພູຜາປ່າໄມ້ ແລະ ສາຍນໍ້າ ຈົນແຟນໆໄດ້ເຫັນກໍຢາກໄປທ່ອງທ່ຽວຕາມເລີຍ.

ການໄປທ່ອງທ່ຽວທໍາມະຊາດໃນຄັ້ງນີ້ຂອງສາວລູກນໍ້າ ເອີ້ນໄດ້ວ່າເປັນການກະຕຸ້ນການທ່ອງທ່ຽວອີກທາງໜຶ່ງໃຫ້ແຟນໆທີ່ໄດ້ເຫັນພາບ ຢາກນໍາໄປສໍາຜັດດ້ວຍຕົນເອງເລີຍ ແລະ ທີມຂ່າວບັນເທີງເອງ ກໍຢາກໃຫ້ທຸກຄົນທີ່ໄດ້ໄປທ່ອງທ່ຽວ ກັບແຫຼ່ງທ່ອງທ່ຽວງາມທີ່ຢູ່ໃນປະເທດລາວຂອງເຮົາ ແລ້ວຖ່າຍຮູບພາບງາມໆ ເພື່ອເປັນການເຊີນຊວນນັກທ່ອງທ່ຽວໃຫ້ມາທ່ອງທ່ຽວລາວ ແລະ ໄດ້ຮູ້ຈັກສະຖານທີ່ທ່ອງທ່ຽວໃນລາວໃຫ້ຫຼາກຫຼາຍຂຶ້ນຕື່ມ.

ສໍາລັບການໄປທ່ອງທ່ຽວໃນຄັ້ງນີ້ ລູກນໍ້າ ໄດ້ໄປທີ່ເມືອງເຟືອງ ແຂວງວຽງຈັນ ເອີ້ນໄດ້ວ່າພຽງແຕ່ເຫັນຜ່ານຮູບພາບ ກໍສໍາຜັດໄດ້ເຖິງຄວາມເຢັນສະບາຍ, ຄວາມອຸດົມສົມບູນຂອງທໍາມະຊາດ ແລະ ຄວາມຊຸ່ມເຢັນຂອງສາຍນໍ້າແບບສຸດໆ ຈົນເຮັດໃຫ້ຄົນທີ່ໄດ້ເຫັນພາບນັ້ນຢາກໄປທ່ອງທ່ຽວຕາມຮອຍເລີຍ.

ຜົນງານໃນວົງການບັນເທີງຂອງລູກນໍ້າເອງ ກໍມີຢ່າງຫຼາກຫຼາຍແລ້ວແບບນັບບໍ່ຖ້ວນເລີຍ ບໍ່ວ່າຈະເປັນເຈົ້າຂອງມົງກຸດທີ່ເປັນຄວາມໃຝ່ຝັນຂອງແມ່ຍິງລາວໃນທົ່ວປະເທດ ນັ້ນກໍຄືເຈົ້າຂອງຕໍາແໜ່ງ Miss Laos ຫຼື ນາງສາວລາວ 2011, ເປັນຄູສອນໃຫ້ກັບນ້ອງໆຜູ້ມີຄວາມຝັນທີ່ຢາກຈະກ້າວເຂົ້າໃນວົງການບັນເທີງຂອງຄ້າຍ Black Modeling ດ້ວຍ. ນອກ, ຍັງມີຜົນງານເດີນແບບ, ຖ່າຍແບບ ແລະ ເປັນພຣີເຊັນເຕີໃຫ້ກັບແບຣນສິນຄ້າຕ່າງໆມາແລ້ວແບບນັບບໍ່ຖ້ວນ.

ສຸດທ້າຍນີ້ ທີມຂ່າວບັນເທີງຂໍຝາກທຸກຄົນຕິດຕາມຜົນງານຂອງສາວງາມຄົນນີ້ດ້ວຍ ແລະ ທີ່ສໍາຄັນ ລູກນໍ້າ ຈະເປັນສະພານບຸນໃນການລະດົມທຶນ ຫຼື ໄປຊ່ວຍເຫຼືອສັງຄົມໂດຍຕະຫຼອດ ເຊິ່ງທຸກຄົນສາມາດເຂົ້າໄປຕິດຕາມຜົນງານ ແລະ ການເຄື່ອນໄຫວຕ່າງໆຂອງສາວສຸດງາມ ແລະ ຈິດໃຈດີຄົນນີ້ໄດ້ ຜ່ານທາງເຟສບຸ໊ກສ່ວນຕົວ Louknam Thidalat Vongsili ນັ້ນເອງ.

[ ຮູບ: Louknam Thidalat Vongsili ]