ມອບ-ຮັບ ໜ້າທີ່ເປັນທາງການມື້ນີ້ ປະທານອົງການກອດສອບແຫ່ງລັດຄົນເກົ່າ-ຄົນໃໝ່

197

ພິທີປະກາດການຈັດຕັ້ງ ມອບ – ຮັບໜ້າທີ່ ປະທານອົງການກວດດສອບແຫ່ງລັດ ລະຫວ່າງ ສະຫາຍ ມະໄລທອງ ກົມມະສິດ ກຳມະການສຳຮອງສູນກາງພັກ ປະທານອົງການກວດສອບຄົນເກົ່າ ໄປຮັບໜ້າທີ່ໃໝ່ ເປັນລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ສະຫາຍ ວຽງທະວີສອນ ເທບພະຈັນ ກໍາມະການສຳຮອງສູນກາງພັກ ຮອງເຈົ້າແຂວງສະຫວັນນະເຂດ ໄດ້ຮັບການແຕ່ງຕັ້ງເປັນປະທານອົງການກວດສອບຄົນໃໝ່ ໄດ້ມີຂຶ້ນໃນວັນທີ 23 ມິຖຸນາ ນີ້ ທີ່ອົງການກວດສອບແຫ່ງລັດ, ໂດຍການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ, ເຂົ້າຮ່ວມມີບັນດາສະຫາຍໃນຄະນະນໍາພາຍໃນອົງການກວດສອບ ພ້ອມດ້ວຍບັນດາທ່ານແຂກທີ່ກ່ຽວຂ້ອງ.


ໃນພິທີ, ສະຫາຍ ດວງຕາ ຈູມພາວັນ ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານເອກະສານຂໍ້ຕົກລົງການຍົກຍ້າຍ ແລະ ແຕ່ງຕັ້ງປ່ຽນແທນພະນັກງານຮັບໜ້າທີ່ໃໝ່, ຈາກນັ້ນ ສະຫາຍ ມະໄລທອງ ກົມມະສິດ ປະທານອົງການກວດສອບແຫ່ງລັດ (ຄົນເກົ່າ) ໄດ້ມີຄຳເຫັນ ແລະ ສະຫຼຸບວຽກງານໃນໄລຍະຜ່ານມາທີ່ໄດ້ຮັບຜົນສຳເລັດ ແລະ ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ.

ໃນໂອກາດທີ່ມີຄວາມໝາຍ ຄວາມສໍາຄັນນີ້ ສະຫາຍ ບຸນທອງ ຈິດມະນີ ໄດ້ໃຫ້ຽດໂອ້ລົມ ວ່າ: ການສັບປ່ຽນໝູນວຽນໜ້າທີ່ວຽກງານຂອງພະນັກງານການນໍາ ໃນລະບົບການຈັດຕັ້ງພັກ, ລັດ ແລະ ອົງການຈັດຕັ້ງມະຫາຊົນ ແມ່ນເປັນວຽກງານປົກກະຕິທີ່ເຄີຍປະຕິບັດມາ ທັງເປັນຫຼັກການ ແລະ ລະບຽບການໜຶ່ງຂອງພັກໃນວຽກງານພະນັກງານ; ການຍົກຍ້າຍ ສັບປ່ຽນມອບໝາຍໜ້າທີ່ໃຫ້ພະນັກງານການນໍາຂັ້ນສູງຂອງພັກ, ລັດ ແຕ່ລະເທື່ອບໍ່ວ່າຈະຢູ່ບ່ອນໃດກໍຕາມ ແນໃສ່ເພື່ອປັບປຸງການຈັດຕັ້ງ ແລະ ໜ້າທີ່ວຽກງານຢູ່ບ່ອນນັ້ນໃຫ້ດີຂຶ້ນ ທັງເປັນການຍົກລະດັບພະນັກງານການນໍາ ໃຫ້ມີຄວາມຮູ້, ຄວາມສາມາດ ໃນວຽກງານຕົວຈິງ ຮອບດ້ານຫຼາຍຂຶ້ນ.

ນອກນັ້ນ ສະຫາຍ ບຸນທອງ ຈິດມະນີ ຍັງໄດ້ເນັ້ນໜັກໃຫ້ ປະທານອົງການກວດສອບແຫ່ງລັດ (ຄົນໃໝ່) ຈົ່ງນໍາພາ-ຊີ້ນໍາຄະນະພັກ-ຄະນະນໍາແຕ່ລະຂັ້ນ ພາຍໃນອົງການກວດສອບແຫ່ງລັດ ສືບຕໍ່ປະຕິບັດໜ້າທີ່ວຽກງານ ແລະ ແບ່ງວຽກແບ່ງຄວາມຮັບຜິດຊອບ ເພື່ອສຸມໃສ່ປະຕິບັດບັນດາແຜນວຽກທີ່ໄດ້ກຳນົດໄວ້ໃຫ້ມີຄວາມຕໍ່ເນື່ອງ ແລະ ເປັນປົກກະຕິ ສືບຕໍ່ເຊື່ອມຊຶມ ແລະ ກໍາແໜ້ນແນວທາງນະໂຍບາຍຂອງພັກ ແລະ ລັດ ໃນແຕ່ລະໄລຍະໃຫ້ໜັກແໜ້ນ ແລະ ທັນກໍານົດເວລາ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ທັນກັບສະພາບການ, ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ໃຫ້ມີທັດສະນະ ແລະ ພຶດຕິກຳທີ່ຖືກຕ້ອງ ໃນສະພາບການທີ່ມີຄວາມຫຍຸ້ງຍາກໃນປັດຈຸບັນ.

ທ່ານ ວຽງທະວີສອນ ເທບພະຈັນ ກ່ອນເຂົ້າຮັບໜ້າທີ່ໃໝ່

ຜົນສໍາເລັດຂອງວຽກງານດັ່ງກ່າວ, ຖ້າຢາກກວດສອບຜູ້ອື່ນໄດ້ ຕົນເອງກໍຕ້ອງມີຄວາມຮູ້ຄວາມສາມາດ ແລະ ມີຈັນຍາບັນທີ່ດີ, ມີຄວາມໂປ່ງໃສກ່ອນ, ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນ ພາຍໃນອົງການກວດສອບແຫ່ງລັດຕາມທິດກະທັດຮັດ ແລະ ສົມເຫດສົມຜົນທີ່ລັດຖະບານໄດ້ກຳນົດ, ເພື່ອຮັບປະກັນຄວາມຖືກຕ້ອງ ແລະ ພາວະວິໄສຂອງກົງຈັກການຈັດຕັ້ງ ໃຫ້ມີຄວາມເຂັ້ມແຂງ, ສືບຕໍ່ເອົາໃຈໃສ່ສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ໃຫ້ເປັນລະບົບຄົບຖ້ວນ ເພື່ອເປັນບ່ອນອີງ ແລະ ເປັນເຄື່ອງມືໃນການເຄື່ອນໄຫວປະຕິບັດ, ສ້າງຄວາມຮັບຮູ້ເຂົ້າໃຈ, ສະຕິເຄົາລົບ ແລະ ການເຂົ້າຮ່ວມປະຕິບັດຢ່າງເຂັ້ມງວດ ໃນທົ່ວອົງການພັກ-ລັດ; ເອົາໃຈໃສ່ ແລະ ຖືສໍາຄັນເປັນວຽກບຸລິມະສິດການສ້າງພະນັກງານ-ນັກກວດສອບ ໃຫ້ມີຄຸນນະພາບ ແລະ ເປັນມືອາຊີບ, ຈັດຕັ້ງປະຕິບັດວຽກງານຂອງທຸກໆຂົງເຂດ, ສໍາຄັນຕ້ອງບຸກທະລຸໃຫ້ໄດ້ການສ້າງສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ, ການສ້າງນັກກວດສອບແຕ່ລະຂັ້ນໃຫ້ປະກົດຜົນເປັນຈິງ.

ຂ່າວຈາກ: ປະຊາຊົນ