ເປີດໂອກາດໃຫ້ໄວໜຸ່ມໄດ້ສະແດງຄວາມສາມາດແລ້ວ ອີກໜຶ່ງເວທີ Face of Laos 2022

0
248

ອີກເວທີໜຶ່ງທີ່ເປີດໂອກາດໃຫ້ໄວໜຸ່ມທັງຍິງ ແລະ ຊາຍ ໄດ້ເຂົ້າຮ່ວມປະກວດ ເພື່ອສະແດງສັກກະຍະພາບ, ຄວາມຄິດ, ຄວາມສາມາດ ແລະ ໄຫວພິບຕ່າງໆທີ່ມີ ເພື່ອສົ່ງເປັນຕົວແທນຂອງປະເທດລາວ ເຂົ້າຮ່ວມປະກວດໃນສາກົນທີ່ ສ.ເກົາຫຼີ ໃນ Face of Laos 2022 ນັ້ນເອງ.

ໂດຍທາງເພຈຂອງ Face of Laos 2022 ກໍໄດ້ຂໍເຊີນບັນດານາງແບບ – ຊາຍແບບລາວ ທີ່ມາພ້ອມຄວາມສາມາດ ແລະ ຄວາມກ້າສະແດງອອກ ຮ່ວມຄັດເລືອກແບບຕົວຕໍ່ຕົວ ກັບໂຄງການປະກວດ Face of Laos 2022 ເພື່ອເປັນຕົວແທນປະເທດລາວເຂົ້າປະກວດໃນ Face of Asia 2022 – Asia Model Festival ທີ່ ສ.ເກົາຫຼີ.

ໃນຮອບຄັດເລືອກຈະຈັດຂຶ້ນໃນວັນທີ 9 ກໍລະກົດ 2022 ( ພຽງ 1 ວັນເທົ່ານັ້ນ ) ເວລາ 10:00 – 17:00 ໂມງ ທີ່ສູນການຄ້າ Naga Mall ຊັ້ນ 2, ເຂົ້າທາງສູນການຄ້າ Parkson.

ທາງກອງປະກວດ Face of Laos ແມ່ນຈະຄັດເລືອກເອົາບໍ່ເກີນ 20 ຄົນ ທັງນາງແບບ ແລະ ຊາຍແບບ ( ແບບບໍ່ກຳນົດວ່າຈະເປັນຍິງ 10 ຫຼື ຊາຍ 10 ) ເພື່ອຜ່ານເຂົ້າຮອບ 20 ຄົນສຸດທ້າຍ ໃນ Final Walk ຂອງ Face of Laos 2022 ທີ່ຈະປະກວດໃນວັນທີ 31 ກໍລະກົດ ທີ່ຈະມາເຖິງນີ້.

ສໍາລັບເງື່ອນໄຂຂອງຜູ້ເຂົ້າສະໝັກໃນຄັ້ງນີ້ ແມ່ນໄດ້ກໍານົດເປັນຜູ້ທີ່ມີອາຍຸ 18 – 28 ປີ ເປັນເພດຍິງ ຫຼື ຊາຍໂດຍກຳເນີດ ເຊິ່ງໃນນີ້ແມ່ຍິງແມ່ນຕ້ອງສູງ 170 ຊັງຕີແມັດຂຶ້ນໄປ ແລະ ສໍາລັບຜູ້ຊາຍ ແມ່ນຕ້ອງສູງ 178 ຊັງຕີແມັດຂຶ້ນໄປ ແລະ ທີ່ສໍາຄັນແມ່ນສາມາດສື່ສານພາສາອັງກິດໄດ້ ຍິ່ງເປັນການດີ ( ເພາະຈະມີ ຄວາມຈຳເປັນໃນການສື່ສານກັບບັນດານາງແບບ – ຊາຍແບບ ປະເທດອື່ນໆດ້ວຍ ).

ໜຸ່ມສາວນາງແບບ – ຊາຍແບບຜູ້ທີ່ມີຄວາມສົນໃຈໃນການຕາມຫາຄວາມຝັນຂອງຕົນເອງ ກໍສາມາດສອບຖາມເອົາໃບສະໝັກລ່ວງໜ້າ ພ້ອມຕິດຄັດຮູບມູມໃກ້ ( Head Shot ), ເຄິ່ງຕົວ ແລະ ເຕັມຕົວ ( ຮູບຢືນ ) ໂດຍສາມາດສົ່ງເປັນ file ໃຫ້ທີມງານ Face of Laos ໄດ້ເລີຍ.

ຜູ້ທີ່ສົນໃຈຢາກເຂົ້າຮ່ວມ Audition ແລະ ຂໍໃບສະໝັກໂດຍການ Inbox ໄດ້ທີ່ page: Face of Laos ຫຼື ສອບຖາມໄດ້ທີ່ whatsapp: 020 5960 1198 ນັ້ນເອງ.

ໝາຍເຫດ: ໃນການສົ່ງໃບສະໝັກລ່ວງໜ້າຈະມີສິດເຂົ້າ Audition ກ່ອນ ແລະ ມີສິດຖືກ Pre-Selecting ຈາກຄະນະກຳມະການກ່ອນ, ສາມາດມາລົງທະບຽນທີ່ວັນງານໄດ້ ໃນວັນຄັດເລືອກ ທີ 9 ກໍລະກົດ 2022, ແຕ່ຜູ້ເຂົ້າສະໝັກຈະຕ້ອງການລໍຖ້າເຂົ້າຄິວຕາມຫຼັງຄົນທີ່ສົ່ງໃບສະໝັກກ່ອນ.

ນ້ອງໆຜູ້ມີຄວາມຝັນຢາກເປັນນາງແບບ – ຊາຍແບບ ກໍບໍ່ຄວນລໍຊ້າ ແລະ ປ່ອຍໃຫ້ໂອກາດດີໆແບບນີ້ຫຼຸດມືໄປ ເພາະມີໜຶ່ງຈະມີການຈັດປະກວດພຽງຄັ້ງດຽວເທົ່ານັ້ນ ຜູ້ທີ່ມີຄວາມພ້ອມກໍຟ້າວກຽມສະໝັກເລີຍ ແລະ ທີມຂ່າວບັນເທີງກໍຂໍເປັນກໍາລັງໃຈໃຫ້ ສໍາລັບຜູ້ທີ່ມີຄວາມຝັນ ແລະ ເດີນຕາມມັນ ເຊື່ອວ່າໄວໜຸ່ມລາວ ກໍມີຄວາມຮູ້ ແລະ ຄວາມສາມາດບໍ່ດ້ອຍກວ່າຊາດໃດໃນໂລກຢ່າງແນ່ນອນເລີຍ. ທັງ  ນີ້, ພ້ອມທັງຍັງເປັນການໄປເຜີຍແຜ່ຄວາມເປັນລາວໃນສາກົນໄດ້ຮັບຮູ້ເຖິງຄວາມງົດງາມທໍາມະຊາດ, ວັດທະນະທໍາ ແລະ ສະຖານທີ່ທ່ອງທ່ຽວທີ່ສວຍງາມດ້ວຍ.

[ ຮູບ: Face of Laos ]

LEAVE A REPLY

Please enter your comment!
Please enter your name here