ອົດສະຕຣາລີ ປະກາດປັບຂຶ້ນຄ່າແຮງຂັ້ນຕ່ຳ

157

ສຳນັກຂ່າວ ABC News ລາຍງານວ່າ ລັດຖະບານອົດສະຕຣາລີ ໄດ້ປະກາດປັບຂຶ້ນຄ່າແຮງງານຂັ້ນຕ່ຳ 5,2% ຫຼື ປະມານ 1,05 ໂດລາອົດສະ ຕຣາລີ ຕໍ່ຊົ່ວໂມງ ເປັນ 21,38 ໂດລາອົດສະຕຣາລີ ຕໍ່ຊົ່ວໂມງ ໂດຍມີຜົນນັບແຕ່ວັນທີ 1 ກໍລະກົດ 2022 ເປັນຕົ້ນໄປ.

ທັງນີ້, ແຮງງານທີ່ໄດ້ຄ່າແຮງຕ່ຳກວ່າ 869,60 ໂດລາອົດສະຕຣາລີ ຕໍ່ອາທິດ ຈະໄດ້ຮັບຄ່າແຮງງານເພີ່ມຂຶ້ນ 40 ໂດລາອົດສະຕຣາລີ ຕໍ່ອາທິດ ໂດຍການປັບຂຶ້ນຄັ້ງນີ້ຈະເຮັດໃຫ້ແຮງງານຫຼາຍກວ່າ 2,7 ລ້ານຄົນ ໃນອົດສະຕຣາລີໄດ້ຮັບຜົນປະໂຫຍດ.