ອາເມຣິກາ ອາດຍົກເວັ້ນພາສີ ນ້ຳມັນ – ສິນຄ້ານຳເຂົ້າຈາກຈີນ

137

ສຳນັກຂ່າວຕ່າງປະເທດລາຍງານວ່າ ປະທານາທິບໍດີ ໂຈ ໄບເດັນ ຂອງສະຫະລັດອາເມຣິກາ ກຳລັງພິຈາລະນາຍົກເວັ້ນພາສີນ້ຳມັນຊົ່ວຄາວ ແລະ ພິຈາລະນາປັບຫຼຸດພາສີນຳເຂົ້າສິນຄ້າບາງລາຍການຈາກຈີນ ເພື່ອຊ່ວຍເຫຼືອປະຊາຊົນໃນການຮັບມືກັບອັດຕາເງິນເຟີ້.

ທ່ານ ນາງ ເຈເນັດ ເຢລເລັນ ລັດຖະມົນຕີກະຊວງການເງິນ ສະຫະລັດອາເມຣິກາໃຫ້ສຳພາດຕໍ່ສະຖານີໂທລະພາບ ABC ເມື່ອວັນທີ 19 ມິຖຸນາ 2022 ວ່າ: ປະທານາທິບໍດີ ໂຈ ໄບເດັນ ກຳລັງເຮັດທຸກວິທີທາງເພື່ອຊ່ວຍເຫຼືອປະຊາຊົນທີ່ກຳລັງປະເຊີນກັບຄ່າຄອງຊີບທີ່ສູງຂຶ້ນ ຕາມອັດຕາເງິນເຟີ້, ຂະນະດຽວກັນກໍຍອມຮັບວ່າ ລາຄານ້ຳມັນເພີ່ມສູງຂຶ້ນໄດ້ເພີ່ມພາລະໃຫ້ແກ່ພາກຄົວເຮືອນຢ່າງຫຼີກລ່ຽງບໍ່ໄດ້.

ທັງນີ້, ລາຄານ້ຳມັນໃນສະຫະລັດ ເພີ່ມຂຶ້ນເປັນ 5 ໂດລາຕໍ່ກາລອນ ( ໜຶ່ງກາລອນມີ 3 ລິດ ) ໃນຂະນະນີ້ເພີ່ມຂຶ້ນສູງເຖິງ 48% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຊິ່ງມາດຕະການຍົກເວັ້ນພາສີນ້ຳມັນ ຈະເປັນວິທີໜຶ່ງຊ່ວຍຫຼຸດລາຄານ້ຳມັນລົງ.

ລັດຖະມົນຕີກະຊວງການເງິນຂອງສະຫະລັດ ຍັງກ່າວອີກວ່າ: ຜູ້ນຳສະຫະລັດອາດຈະພິຈາລະນາປັບຫຼຸດພາສີນຳເຂົ້າສິນຄ້າບາງລາຍການຈາກຈີນ ເພາະການຕັ້ງກຳແພງພາສີນຳເຂົ້າສິນຄ້າຈາກຈີນ ໃນຍຸກຂອງປະທານາທິບໍດີ ໂດນັລ ທຣຳ ນັ້ນ ເປັນການເພີ່ມຕົ້ນທຶນໃຫ້ແກ່ຜູ້ບໍລິໂພກຊາວອາເມຣິກາໂດຍປະລິຍາຍ ພ້ອມທັງລະບຸວ່າ ອັດຕາເງິນເຟີ້ທີ່ເພີ່ມຂຶ້ນໃນຂະນະນີ້ ບໍ່ອາດຈະຍອມຮັບໄດ້ ເຊິ່ງປັດໄຈຫຼັກສ່ວນໜຶ່ງມາຈາກການເພີ່ມຂຶ້ນຂອງລາຄານ້ຳມັນ ແລະ ລາຄາອາຫານ.

ທ່ານ ນາງ ເຈເນັດ ເຢລເລັນ ຍອມຮັບວ່າ: ເສດຖະກິດຂອງສະຫະລັດອາດຈະຊະລໍຕົວລົງ ແຕ່ຄາດວ່າຈະບໍ່ເຖິງຂັ້ນຕິດລົບ ຫຼື ທົດຖອຍ.