ຮ່ວມສົ່ງກໍາລັງໃຈໃຫ້ນ້ອງ ມິ້ນນີ້ ແອັງມະນີ ຕົວແທນປະເທດ ໃນການປະກວດ Miss International Queen

441

ມາຮ່ວມເຊຍ ສົ່ງກໍາລັງໃຈໃຫ້ນ້ອງມິ້ນນີ້ ແອັງມະນີ Miss Queen Laos 2022 ຕົວແທນປະເທດ ໄປປະກວດ Miss International Queen ທີ່ເດີນທາງໄປຮອດປະເທດໄທແລ້ວ ປີນີ້ໄທເປັນເຈົ້າພາບຈັດ


ມິນນີ້ ມິນລະດາ ແອ໋ງມະນີ ອາຍຸ26ປີ ປະຈຸບັນກຳລັງ ສຶກສາປະລີນຍາໂທ ທີ່ ສປ ຈີນ ສາຂາ account banking ປະຈຸບັນ ຍ້ອນ ສະຖານະການ Covit19 ເລິຍໄດ້ ດ໋ອບການຮຽນ ລົງ ແລະຫັນມາຊ່ວຍ ທຸລະກິດ ຄອບຄົວ ແລະມີ ຮ້ານ ສັ່ງຕັດເກີບ ອອນລາຍ MChoo


ຜົນງານທີ່ຜ່ານມາ ໄດ້ປະສົບຜົນສຳກັບເວທີ miss universeimfire 2019 ໄດ້ລາງວັນ ແຕ່ງກາຍດີເດັ່ນ ຂອງການປະກວດ ຜ້າໄຫມ ສອງຝັ່ງຂອງ ລາວ+ໄທ ໄດ້ມີໂອກາດ ປະກວດເວທີ ສາວສອງ ລະດັບປະເທດ Power Queen Laos 2022 top 6 & fast tags


ມີໂອກາດໄປ Cover ເພງ ຢາກນ້ອຍກໍ່ເຄິຍຮັກກັນ+ຄວາມຮູ້ສຶກບອກ ລົງຊ່ອງ WonderMinnie ລະກະງານເດິນແບບ ທົ່ວໄປ ທັງເບື້ອງຫນ້າ ແລະເບື້ອງຫລັງ
ຄວາມສາມາດ.. ເວົ້າໄດ້ຫລາຍກວ່າ4ພາສາ ລາວ. ໄທ. ຈີນ. ອັງກິດ. ຍີ່ປຸ່ນ .ຍັງບໍ່ລວມພາສາສົນເຜົ່າ ເພາະມິນນີ້ເປັນຄົນຊົນ ເຜົ່າໄທດຳຫໍ້ (ເປັນຊົນເຜົ່າທີ່ຢູ່ທາງຫລຼວງນ້ຳທາ)


ນອກນັ້ນຍັງສາມາດຮ້ອງເພງໄດ້ ເປັນ2 ສຽງຍິງແລະຊາຍ
ຢາກໃຫ້ເບິ່ງສາວສອງໃນມຸມອື່ນແດ່ ບໍ່ແມ່ນວ່າເຫັນວ່າເປັນໄດ້ພຽງນາງໂຊ.ຊ່າງແຕ່ງຫນ້າ. ຢາກໃຫ້ເຫັນໃນມຸມຂອງສາວ ສອງວ່າ ມີສັກກະຍະພາບ ບໍ່ຕ່າງຈາກຄົນທົ່ວໄປ ຈື່ງຢາກໃຫ້ເປິດໂອກາດໃຫມ່ໆ ໃຫ້ມີບົດບາດທາງສັງຄົມໃຫ້ຫລາຍຂຶ້ນ ບໍ່ວ່າສິແມ່ນຫນ້າວຽກ ເຮັດກິດຈະກຳຕ່າງໆ


ເພາະວ່າບາງ ອົງກອນຫຍັງບໍ່ທັນໃຫ້ໂອກາດ ພຽງເພາະເພດສະພາບ ບໍ່ຕົງກັບຄຳນຳຫນ້າ. ຖ້າໃຫ້ໂອກາດ ແນ່ນອນ ອົງກອນນັ້ນ ກໍ່ຈະມີສີສັນຫລາຍກວ່າຂຶ້ນແນ່ນອນ

ທ້າຍນີ້ ຂໍສຽງແລະກຳລັງໃຈ ໃຫ້ນ້ອງໄປສູ່ເວທີສາກົນ ຊ່ວຍໂຫວດຊ່ວຍເຊີຍໃຫ້ນ້ອງແນ່ເດິ້ ຮອບ ຟາຍນໍແມ່ນວັນທີ 25 /6 / 2022 ຂໍຂອບໃຈ