ຂໍ້ທາງການ 20 ມິຖຸນາ ມື້ທຳອິດຂອງແຜນແກ້ໄຂນໍ້າມັນມີຢ່າງໜ້ອຍ 600 ປ້ຳທີ່ເປີດຂາຍ

171

ມາຮອດວັນທີ 20 ມິຖຸນາ 2022 ບັນດາບໍລິສັດນຳເຂົ້າ ມີແຜນການນໍາເຂົ້າສະເລ່ຍ 5,92 ລ້ານລິດ ເຊີ່ງເປັນຕົວເລກການນໍາເຂົ້າ ທີ່ສູງຂື້ນສົມຄວນ ທຽບໃສ່ຫຼາຍວັນຜ່ານມາ. ຂະນະທີ່ທົ່ວປະເທດມີປໍ້ານໍ້າມັນເຊື້ອໄຟ ທີ່ເປີດບໍລິການເປັນປົກກະຕິ ທັງໝົດ 706 ປໍ້າ ກວມ 35,47% ຂອງຈໍານວນປໍ້ານໍ້າມັນເຊື້ອໄຟທັງໝົດໃນຂອບເຂດທົ່ວປະເທດ.


ໃນວັນທີ 20 ມິຖຸນາ 2022 ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີຖະແຫຼງຂ່າວ ກ່ຽວກັບສະພາບການຄຸ້ມຄອງລາຄານໍ້າມັນເຊື້ອໄຟ ພາຍໃນປະເທດ ແລະ ບາງວິທີການແກ້ໄຂບັນຫານໍ້າມັນເຊື້ອໄຟ ຢູ່ໃນ ສປປ ລາວ. ໂດຍການໃຫ້ຖະແຫຼງຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ (ອຄ), ພ້ອມມີບັນດາສື່ມວນຊົນເຂົ້າຮ່ວມ. ທີ່ຫ້ອງປະຊຸມທາງໄກຂອງກະຊວງ.


ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ອຄ ໄດ້ຖະແຫຼງບາງງຕອນວ່າ: ສະພາບການນໍາເຂົ້າ ແລະ ການແຈກຢາຍນໍ້າມັນເຊື້ອໄຟ ພາຍຫຼັງການຕົກລົງເຫັນດີ ຈາກຄະນະ 36/ນຍ ກໍຄືລັດຖະບານ ເຂົ້າມາຊ່ວຍເຫຼືອແກ້ໄຂຄວາມຫຍຸ້ງຍາກ ໂດຍໃຫ້ນະໂຍບາຍແລກປ່ຽນເງິນຕາ ຕາມອັດຕາທາງການ ໃນອັດຕາ 14.065 ກີບຕໍ່ໂດລາສະຫະລັດ ໃຫ້ແກ່ບັນດາບໍລິສັດນໍາເຂົ້ານໍ້າມັນ ທີ່ເປັນຜູ້ນໍາເຂົ້າຈຳນວນຫຼາຍ ແລະ ມີຈຳນວນປໍ້ານໍ້າມັນ ທີ່ແຈກຢາຍທົ່ວປະເທດ ໃຫ້ມີຄວາມສາມາດນໍາເຂົ້າໄດ້ເພີ່ມຂຶ້ນ ທຽບໃສ່ໄລຍະຍະດຽວກັນຂອງເດືອນຜ່ານມາ.

ເຊິ່ງຈາກການປະສານເກັບກໍາຂໍ້ມູນການນໍາເຂົ້າ ນັບແຕ່ວັນທີ 14 ມິຖຸນາ 2022 ເຫັນວ່າ ມີການນໍາເຂົ້າສະເລ່ຍ 1,23 ລ້ານລິດມາໃນວັນທີ 15 ມິຖຸນາ 2022 ການນໍາເຂົ້າສະເລ່ຍ 2,99 ລ້ານລິດ (ເພີ່ມຂຶ້ນ 1,76 ລ້ານລິດ), ວັນທີ 16 ມິຖຸນາ 2022 ການນໍາເຂົ້າສະເລ່ຍ 3,57 ລ້ານລິດ (ເພີ່ມຂື້ນ 0,58 ລ້ານລິດ), ວັນທີ 17 ມິຖຸນາ 2022 ການນໍາເຂົ້າສະເລ່ຍ 2,23 ລ້ານລິດ (ຫຼຸດລົງ 1,34 ລ້ານລິດ), ວັນທີ 18 ມິຖຸນາ 2022 ການນໍາເຂົ້າສະເລ່ຍ 4 ລ້ານລິດ, ວັນທີ 19 ມິຖຸນາ 2022 ການນໍາເຂົ້າສະເລ່ຍ 4 ແສນລິດ ແລະ ວັນທີ 20 ມິຖຸນາ 2022 ມື້ນີ້ ບັນດາບໍລິສັດນຳເຂົ້າ ມີແຜນການນໍາເຂົ້າສະເລ່ຍ 5,92 ລ້ານລິດ ເຊີ່ງເປັນຕົວເລກການນໍາເຂົ້າ ທີ່ສູງຂື້ນສົມຄວນ ທຽບໃສ່ຫຼາຍວັນຜ່ານມາ.

ໃນມື້ນີ້ (ວັນທີ 20 ມິຖຸນາ 2022) ມີປໍ້ານໍ້າມັນເຊື້ອໄຟ ທີ່ຈະເປີດບໍລິການເປັນປົກກະຕິ ທັງໝົດ 706 ປໍ້າ ກວມ 35,47% ຂອງຈໍານວນປໍ້ານໍ້າມັນເຊື້ອໄຟທັງໝົດໃນຂອບເຂດທົ່ວປະເທດ.

ສະຫຼຸບແລ້ວ, ຈາກນະໂຍບາຍ ຫຼື ທິດຊີ້ນໍາຂອງ ຄະນະ 36/ນຍ ເຮັດໃຫ້ເລີ່ມຕັ້ງແຕ່ວັນທີ 20 ມິຖຸນາ 2022 ມື້ນີ້ເປັນຕົ້ນໄປ ຈະມີປໍ້ານໍ້າມັນເຊື້ອໄຟ ເປີດໃຫ້ບໍລິການຢ່າງໜ້ອຍ 600 ປໍ້າ (ໃນນີ້, ລວມທັງ ບໍລິສັດນຳເຂົ້າ ທີ່ຍັງບໍ່ໄດ້ຮັບນະໂຍບາຍແລກປ່ຽນເງິນຕາ, ແຕ່ເຂົາເຈົ້າ ກໍໄດ້ສຸມກໍາລັງແຮງເພື່ອຊ່ວຍການສະໜອງໃນໄລຍະວິກິດນີ້) ແລະ ຈະສາມາດຂະຫຍາຍອອກໄປໄດ້ຕື່ມອີກ ເຊັ່ນ ປໍ້າຂອງບໍລິສັດ ພີທີທີ ລາວ ຈໍາກັດ ຈະສາມາດເປີດໄດ້ອີກ 43 ປໍ້າ ເຊີ່ງກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຊີ້ນໍາຢ່າງໃກ້ຊິດ ໃຫ້ພະແນກ ອຄ ແຂວງ, ນະຄອນຫຼວງວຽງຈັນ ລົງຕິດຕາມການຈໍາໜ່າຍ (ຈໍລະຈອນ) ແຕ່ຂອດສາງຂອງບໍລິສັດ ຮອດປໍ້ານໍ້າມັນເຊື້ອໄຟ (ເຮັດບັນທຶກຈົດຮັບຈົດຈ່າຍຊັດເຈນ).


ພ້ອມດຽວກັນນັ້ນ, ລັດຖະບານ ກໍໄດ້ກະກຽມ ອະນຸມັດເປີດແອລຊີ (LC) ຫຼື ບັນຊີຄໍ້າປະກັນການຊໍາລະ ໃນມູນຄ່າທີ່ສູງໃຫ້ແກ່ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ເພື່ອໃຫ້ຮັບປະກັນການສະຫນອງນ້ຳມັນ ໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ.
ຄຽງຄູ່ກັນນີ້, ກະຊວງອຸດສາຫະກຳ ແລະ ການຄ້າ ຍັງໄດ້ຮ່ວມກັບຂະແໜງການກ່ຽວຂ້ອງ ຊຸກຍູ້ໃຫ້ບັນດາໂຮງງານປຸ່ງແຕ່ງ, ປະສົມນໍ້າມັນເຊື້ອໄຟ ພາຍໃນປະເທດ ເຊັ່ນ ໂຮງງານກັ່ນນໍ້າມັນລາວເປັກ, ໂຮງງານປະສົມນໍ້າມັນເຊື້ອໄຟ ຍອດງື່ມພາວເວີ ແລະ ໂຮງງານນໍ້າມັນກາຊວນຊີວະພາບ ອາໂກຣເທັກ ໂດຍຄາດວ່າຈະມີກຳລັງການຜະລິດລວມເບື້ອງຕົ້ນ ເປັນນໍ້າມັນແອັດຊັງ 65 ລ້ານລິດຕໍ່ປີ, ນໍ້າມັນກາຊວນ 150 ລ້ານລິດຕໍ່ປີ ແລະ ນໍ້າມັນກາຊວນຊີວະພາບ 4 ລ້ານລິດຕໍ່ປີ.