ຄະນະຜູ້ແທນລາວສຳເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີອົງການການຄ້າໂລກ ຄັ້ງທີ 12

78

ທ່ານ ປອ ຄຳແພງ ໄຊສົມແພງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະຜູ້ແທນຂອງ ສປປ ລາວ ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີອົງການການໂລກ (ອຄລ) ຄັ້ງທີ 12 ທີ່ ເຊີແນວ, ປະເທດ ສະວິດເຊີແລນ ໃນລະຫວ່າງວັນທີ 12-17 ມິຖຸນາ 2022 ຊຶ່ງໃນເບື້ອງຕົ້ນ ກອງປະຊຸມດັ່ງກ່າວຈະສິ້ນສຸດລົງໃນວັນທີ 15 ມິຖຸນາ ແຕ່ໄດ້ຕໍ່ເວລາຕື່ມອີກ 2 ວັນ ເພື່ອອໍານວຍຄວາມສະດວກໃນການເຈລະຈາ ແລະ ໃຫ້ສາມາດບັນລຸຂໍ້ຕົກລົງຮ່ວມກັນໄດ້.

ຜ່ານການເຈລະຈາໃນກອງປະຊຸມ ປະເທດສະມາຊິກໄດ້ຮັບຮອງເອົາ ບັນດາຂໍ້ຕົກລົງຄື: (1) ການຖົມຂຸມການປະມົງ ຊຶ່ງເປັນບັນຫາທີ່ເຈລະຈາກັນນັບຕັ້ງແຕ່ປີ 2001 ເປັນຕົ້ນມາ ແລະ ສາມາດສະຫຼຸບໄດ້ໃນກອງປະຊຸມລະດັບລັດຖະມົນຕີ ອຄລ ໃນຄັ້ງນີ້; (2) ມາດຕະການຮັບມືຂອງ ອຄລ ຕໍ່ພາວະສຸກເສີນ, ລວມທັງການຍົກເວັ້ນບາງເງື່ອນໄຂກ່ຽວກັບການອອກໃບອານຸຍາດໃຫ້ຜະລິດຢາວັກແຊງຕ້ານພະຍາດໂຄວິດ-19; (3) ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ກະສິກໍາ; ແລະ (4) ການປະຕິຮູບ ອຄລ.

ທ່ານນາງ ເນັນໂກຊີ ໂອກອນໂຈ ອີວາລາ (Ngozi Okonjo-Iweala), ຜູ້ອໍານວຍການໃຫຍ່ ອຄລ ໄດ້ໃຫ້ທັດສະນະວ່າ ບັນດາຂໍ້ຕົກລົງເຫຼົ່ານີ້ ຈະເປັນການສ້າງຄວາມແຕກຕ່າງໃຫ້ແກ່ຊີວິດຂອງຜູ້ຄົນໃນທົ່ວໂລກ ຊຶ່ງຜົນໄດ້ຮັບຂອງກອງປະຊຸມລັດຖະມົນຕີ ອຄລ ຄັ້ງທີ 12 ໄດ້ສະແດງໃຫ້ເຫັນວ່າ ອຄລ ສາມາດຮັບມືກັບພາວະສຸກເສີນ ທີ່ກຳລັງເກີດຂຶ້ນໃນປະຈຸບັນ ແລະ ຢັ້ງຢືນໃຫ້ເຫັນວ່າບັນດາສະມາຊິກ ອຄລ ສາມາດຮ່ວມມືກັນເພື່ອຊອກຫາແນວທາງແກ້ໄຂບັນຫາລວມຂອງທົ່ວໂລກໄດ້, ພ້ອມທັງເປັນການເສີມສ້າງ ແລະ ຟື້ນຟູ ອຄລ ໃຫ້ມີຄວາມໜ້າເຊື່ອຖືອີກດ້ວຍ. ນອກຈາກນີ້, ຜົນຂອງກອງປະຊຸມ ຍັງຈະເປັນການສ້າງຄວາມຫວັງໃໝ່ໃນຍຸກປະຈຸບັນ ເພື່ອໃຫ້ການແຂ່ງຂັນທາງດ້ານຍຸດທະສາດຂອງສະມາຊິກ ອຄລ ຂະຫຍາຍຕົວໄປຄຽງຄູ່ກັບການຮ່ວມມືທາງດ້ານຍຸດທະສາດ.


ທ່ານ ທີເມີ ຊູເລຍເມນອບ (Timur Suleimenov), ລັດຖະມົນຕີປະຈໍາສໍານັກງານປະທານປະເທດກາຊັກສະຖານ, ປະທານກອງປະຊຸມ ໄດ້ໃຫ້ຄໍາເຫັນໃນຕອນທ້າຍຂອງກອງປະຊຸມວ່າ: ໃນໜຶ່ງອາທິດທີ່ຜ່ານມາ ທຸກໆທ່ານທີ່ໄດ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ລ້ວນແຕ່ໄດ້ປະກອບສ່ວນໃຫ້ເກີດໝາກຜົນໃນສິ່ງທີ່ເກືອບເປັນໄປບໍ່ໄດ້. ພວກເຮົາໄດ້ເຂົ້າຮ່ວມການສົນທະນາ ແລະ ປຶກສາຫາລືຢ່າງກົງໄປກົງມາ ເຖິງແມ່ນວ່າບາງຄັ້ງ ກໍພົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມ. ພວກເຮົາອາດຈະບໍ່ສາມາດບັນລຸໄດ້ຜົນສຳເລັດໃນທຸກດ້ານຕາມເປົ້າໝາຍທີ່ວາງໄວ້ ແຕ່ພວກເຮົາກໍໄດ້ສໍາເລັດຂໍ້ຕົກລົງຈຳນວນໜຶ່ງທີ່ສຳຄັນ ແລະ ສິ່ງເຫຼົ່ານັ້ນ ຄວນເປັນຄວາມພາກພູມໃຈຂອງພວກເຮົາໝົດທຸກຄົນ ເພື່ອຟື້ນຟູຄວາມເຊື່ອໝັ້ນໃນ ອຄລ ຊຶ່ງເປັນສິ່ງທີ່ມີຄ່າ ແລະ ຈຳເປັນຫຼາຍໃນສະພາບເສດຖະກິດໂລກປະຈຸບັນ.

ກອງປະຊຸມ ລັດຖະມົນຕີ ອຄລ ຄັ້ງຕໍ່ໄປ (ຄັ້ງທີ 13) ຄາດວ່າຈະຈັດຂຶ້ນໃນວັນທີ 31 ທັນວາ 2023 ຊຶ່ງປະຈຸບັນມີສອງປະເທດສະມາຊິກ ອຄລ ສະເໜີເປັນເຈົ້າພາບຄື: ກາເມີຣູນ ແລະ ອາຣັບເອັມເມີເລັດ.