ສົ່ງເສີມການທ່ອງທ່ອງທ່ຽວ ເປີດເສັ້ນບິນຕົງຫຼວງພະບາງ-ກຸງເທບ

100

ທຸກຢ່າງກັບສູ່ສະພາບປົກກະຕິ ການທ່ອງທ່ຽວກໍ່ຕ້ອງມາ ການບິນລາວຕັດສິນໃຈກັບມາເປີດເສັ້ນບິນ ຫຼວງພະບາງ-ກຸງເທບ ເພື່ອອຳນວຍຄວາມສະດວກໃຫ້ຜູ້ຢາກມາທ່ຽວເມືອງແຫ່ງສະເໜຢ່າງຫຼວງພະບາງບໍຈຳເປັນແວ່ຫຼາຍຈຸດສາມາດບິນຕົງສູ່ຈຸດໝາຍປາຍທາງໄດ້ເລີຍ.

ໂດຍມາຮອດ ວັນທີ 17 ມິຖຸນາ 2022 ລັດວິສາຫະກິດ ການບິນລາວ ໄດ້ເລີ່ມເປີດຖ້ຽວບິນສູ່ບາງກອກປະເທດໄທ ອີກຮອບໃໝ່ຢ່າງເປັນທາງການແລ້ວ ທ່ານ ມີຈຸດປະສົງຢາກເດີນທາງ ໄປປະເທດໄທ ແມ່ນສາມາດຈອງປີ້ກັບສາຍການບິນລາວ ເສັ້ນທາງ ຫຼວງພະບາງ-ບາງກອກ-ຫຼວງພະບາງ ,ເຊິ່ງຖ້ຽວບິນດັ່ງກ່າວ ແມ່ນເສັ້ນທາງ ຕ່າງປະເທດ ໃນຮອບ 3 ປີ ຂອງສະໜາມບິນສາກົນຫຼວງພະບາງ ຕັ້ງແຕ່ໄດ້ມີການລະບາດຂອງ COVID-19.

ແລະໃນຕອນແລງຂອງວັນທີ 17 ມິຖຸນາ 2022 ໃນເວລາ 14:47 ນາທີ, ໄດ້ມີຖ້ຽວບິນຈາກ ບາງສະໜາມບິນບາງກອກສຸວັນນະພູມ ປະເທດໄທ ມາຮອດສະໜາມບິນສາກົນ ແຂວງຫຼວງພະບາງ ເພື່ອເປີດໃຫ້ບໍລິການໃໝ່ ,ເຊິ່ງເປັນການສະແດງໃຫ້ຮູ້ວ່າສາຍການບິນດັ່ງກ່າວແມ່ນໄດ້ເລີ່ມບິນຮັບໃຊ້ບໍລິການຜູ້ໂດຍສານຢ່າງເປັນປົກກະຕິແລ້ວ ແລະ ຊາວຫຼວງພະບາງຍິນດີຕ້ອນຮັບທຸກທ່ານທີ່ມາທ່ອງທ່ຽວນະຄອນ ຫຼວງພະບາງ ໃນຮອບໃໝ່ ຫຼັງໂຄວິດ-19 ຜ່ອນຄາຍລົງ.


ສໍາລັບຕາຕະລາງການບິນໃຫ້ບໍລິການຂອງສາຍການບິນລາວແມ່ນໃຫ້ບໍລິການ 3 ຖ້ຽວ/ອາທິດຄື: ຈັນ, ພຸດ ແລະ ສຸກ. ບິນຈາກຫຼວງພະບາງ ສູ່ບາງກອກປະເທດໄທແມ່ນຖ້ຽວບິນ QV633 ອອກເວລາ 10:00 ໂມງ – 12:00 ໂມງ ເຖິງບາງກອກ ແລະ ບິນຈາກບາງກອກ-ຫຼວງພະບາງ ຖ້ຽວບິນ QV634 ອອກເວລາ 13:00ໂມງ – 15:00 ໂມງ ເຖິງສະໜາມບິນສາກົນຫຼວງພະບາງ.

ນີ້ຖືເປັນຂ່າວດີອີກທາງໜຶ່ງທີ່ຈະສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ຜູ້ໂດຍສານທີ່ຈະເດີນທາງໄປໄທ ແລະ ຈາກໄທມາທ່ຽວຫຼວງພະບາງ ສະດວກສະບາຍໄປດ້ວຍສາຍການບິນລາວ ສາຍການບິນແຫ່ງຊາດ. ສໍາລັບແຜນໃນຕໍ່ໜ້າ ແມ່ນປະມານໃນເດືອນ 10 ຈະໄດ້ເພີ່ມຖ້ຽວບິນ ຫຼວງພະບາງ-ກຸງເທບ-ຫຼວງພະບາງ (ບິນທຸກໆມື້) ແລະຫຼວງພະບາງ-ຊຽງໃໝ່-ຫຼວງພະບາງ (3 ຖ້ຽວ/ອາທິດ) ຫຼວງພະບາງ -ຮາໂນຍ – ຫຼວງພະບາງ (4ຖ້ຽວ/ອາທິດ) ຫຼວງພະບາງ-ສຽມຣຽບ-ຫຼວງພະບາງ (3 ຖ້ຽວ/ອາທິດ).

ຂ່າວ: ສີສຸວັນ ພາບ: ເພັດສາຄອນ ສິມມະວົງ