ໄທຍົກເລີກ ລະບົບໄທແລນພັດແລ້ວ ກະຕຸ້ນນັກທ່ອງທ່ຽວໄປມາສະດວກສະບາຍ

2539

ລັດຖະມົນຕີວ່າການກະຊວງການທ່ອງທ່ຽວ ແລະ ກິລາ ປະເທດໄທ ໄດ້ກ່າວ ໃນວັນທີ 17 ມິຖຸນາ 2022 ເມື່ອເວລາ 11:20 ນາທີ ໃນກອງປະຊຸມສູນບໍລິຫານສະຖານະການໂຄວິດ-19 ມີມະຕິຜ່ອນຜັນມາດຕະການຕ່າງໆ ທີ່ກ່ຽວຂ້ອງກັບການເດີນທາງ ແລະ ທ່ອງທ່ຽວ ເຊິ່ງມີຜົນຕັ້ງແຕ່ 1 ກໍລະກົດ ເປັນຕົ້ນໄປ ເພື່ອກະຕຸ້ນຈຳນວນນັກທ່ອງທ່ຽວຕ່າງປະເທດ ຄື:


1. ຍົກເລີກລະບົບໄທແລນພັດ (Thailand Pass) ບໍ່ບັງຄັບໃຫ້ນັກທ່ອງທ່ຽວຊື້ ຫຼື ສະແດງເອະສານປະກັນສຸຂະພາບ ສ່ວນໃບຮັບຮອງການສັກວັກຊີນ ຍັງຕ້ອງໄດ້ສະແດງຄືເກົ່າຢູ່.


2. ຍົກເລີກຄຳສັ່ງໃຫ້ໃສ່ໜ້າກາກອະນາໄມ ປະຊາຊົນໄທ ແລະ ນັກທ່ອງທ່ຽວສາມາດໃສ່ໜ້າກາກໄດ້ຕາມຄວາມສະໝັກໃຈ ແຕ່ຍັງມີການແນະນຳໃຫ້ໃສ່ເມື່ອຢູ່ໃນສະຖານທີ່ແອອັດ ຕົວຢ່າງ ໃນງານທີ່ມີຜູ້ຮ່ວມງານກາຍ 2000 ຄົນຂຶ້ນໄປ ເຊັ່ນ ຄອນເສີດ ແມ່ນຍັງແນະນຳວ່າ ຄວນໃສ່ໜ້າກາກ ເພື່ອເຝົ້າລະວັງການລະບາດຂອງໂຄວິດ-19

3. ຍົກເລີກການຕື່ມສຳເນົາໃບ ຕມ.6 ສຳລັບນັກທ່ອງທ່ຽວທີ່ເດີນທາງ ທາງອາກາດ.

ໃບ ຕມ.6

ອ້າງອີງ: Khaosod, ກຸງເທບທຸລະກິດ