ລົງນາມແລ້ວ ຈະຂາຍພະລັງງານໄຟຟ້າໃຫ້ສິງກະໂປ

194

ມາຮອດມື້ງາມຍາມດີ ລາວຈະໄດ້ສົ່ງຂາຍໄຟຟ້າໃຫ້ປະເທດສີງກະໂປ ພາຍຫຼັງທີ່ທັງສອງຝ່າຍໄດ້ປຶກສາຫາລື ແລະມີແຜນຮ່ວມກັນມາດົນ ພາຍໃຕ້ໂຄງການຮ່ວມມືລາວ-ໄທ-ມາເລເຊຍ-ສິງກະໂປ.


ໃນວັນທີ 17 ມິຖຸນາ 2022 ຢູ່ທີ່ ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ມີພິທີລົງນາມເຊັນສັນຍາ ຊື້-ຂາຍ ພະລັງງານໄຟຟ້າ ລະຫວ່າງ ສປປລາວ ແລະ ປະເທດສິງກະໂປ ພາຍໃຕ້ໂຄງການຮ່ວມມື ລາວ-ໄທ-ມາເລເຊຍ-ສິງກະໂປ (LTMS-PIP) ເວົ້າລວມ ໂດຍສະເພາະ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ Keppel Pte.Ltd ໂດຍໃຫ້ກຽດເປັນສັກຂີພະຍານຂອງ ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່, ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີ ກະຊວງການເງິນ.

ໂດຍການ ລົງນາມຝ່າຍລາວ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ແລະ ຝ່າຍປະເທດສິງກະໂປ ທ່ານ ນາງ ເຈນິດ ບ່ອງ ປະທານຜູ້ບໍລິຫານ ບໍລິສັດ ເກັບພິວ ເອເລັກທິດ ແລະ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການຊື້-ຂາຍ ພະລັງງານໄຟຟ້າ ຮ່ວມກັນລະຫວ່າງ ລາວ-ສິງກະໂປ ແມ່ນນອນໃນໂຄງການຮ່ວມມື ລາວ-ໄທ-ມາເລເຊຍ-ສິງກະໂປ ເປັນໂຄງການແລກປ່ຽນດ້ານພະລັງງານໄຟຟ້າຂອງບັນດາປະເທດສະມາຊິກອາຊຽນ ເຊິ່ງເລີ່ມຈັດຕັ້ງ ໄລຍະທີ 1 ໃນປີ 2018-2019 ເປັນຕົ້ນມາ.

ການລົງນາມໃນຄັ້ງນີ້ ທາງ ລັດວິສາຫະກິດໄຟຟ້າລາວ ຈະໄດ້ນໍາສົ່ງໄຟຟ້າໃຫ້ກັບປະເທດສິງກະໂປ ຢູ່ 2 ລະດູ ຄື: ລະດູແລ້ງຈະສົ່ງພະລັງງານໃຫ້ 30 MW ແລະ ລະດູຝົນແມ່ນ 100 MW ເປັນໄລຍະ ເວລາ 2 ປີ ຄື ປີ 2022 ຫາ 2023.