ບໍລິສັດຊິໂນ-ອາກຮີ ໂປຕາສ ຈຳກັດຕ້ອງການແຮງງານ 3 ພັນຄົນ ເຂົ້າສູ່ຕຳແໜ່ງງານ ພາຍໃນ 5 ປີ.

465

ໃນລະຫວ່າງວັນທີ 16 – 17 ມີຖຸນາ 2022 ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ພ້ອມຄະນະ,ໄດ້ເຄື່ອນໄຫວຊຸກຍູ້ວຽກງານ ຮສສ ຢູ່ແຂວງຄຳມ່ວນ ໂດຍມີ ທ່ານ ສີໄຮ ແກ້ວໄກຖິ່ນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ພ້ອມດ້ວຍຫົວໜ້າຂະແໜງ ແລະ ພະນັກງານວິຊາການ ຮ່ວມຕ້ອນຮັບ.

ໂອກາດນີ້ ທ່ານ ລັດຖະມົນຕີໄດ້ເຄື່ອນໄຫວຢ້ຽມຢາມຊີ້ນຳວຽກງານຢູ່ບໍລິສັດ ຊິໂນ – ອາກຮີ ໂປຕາສ ຈຳກັດ ໂດຍໄດ້ຮັບຟັງການລາຍງານຫຍໍ້ຈາກທ່ານ ອາຍຢອງຊູນ (AiYongJun) ຮອງຫົວໜ້າບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ເຊິ່ງບໍລິສັດດັ່ງກ່າວ ໄດ້ຈົດທະບຽນສ້າງຕັ້ງຂຶ້ນຢູ່ນະຄອນຫຼວງວຽງຈັນໃນເດືອນ 5/2009, ເປັນບໍລິສັດລະດັບສາກົນທີ່ດໍາເນີນການຂຸດຄົ້ນແຮ່ເກືອໂປຕາສ, ຜະລິດເກືອໂປຕາສ(ປຸ໋ຍໂຕາສ) ແລະ ຈໍາໜ່າຍເກືອໂປຕາສ.

ໂດຍອາໃສເຂດສໍາປະທານເກືອໂປຕາສດົງໃຕ້ເນື້ອທີ່ 35ກມ2, ຊີໂນ-ອາກຣີ ໂປຕາສ ຜ່ານການບຸກເບີກໃນຂະແໜງການເກືອໂປຕາສຂອງລາວ ສິບກວ່າປີໄດ້ສໍາເລັດການກໍ່ສ້າງໂຄງການເກືອໂປຕາສແຫ່ງທໍາອິດຂອງລາວ ທີ່ສາມາດຜະລິດແບບອຸດສາ ຫະກໍາ ແລະ ປະສົບຜົນສໍາເລັດບຸກທະລຸສໍາຄັນ, ໃນປີທ້າຍປີ 2021 ສໍາເລັດການກໍ່ສ້າງ ແລະ ທົດລອງຜະລິດໂຄງການເກືອໂປຕາສ 1 ລ້ານໂຕນທໍາອິດ, ເຊິ່ງໄດ້ກາຍເປັນໂຄງການເກືອໂປຕາສລະດັບ 1 ລ້ານໂຕນທໍາອິດໃນຂົງເຂດໃໝ່ຂອງການຜະລິດເກືອໂປຕາສໃນໂລກ, ປະຈຸບັນ ຊີໂນ-ອາກຣີ ໂປຕາສ ມີພຽບພ້ອມເຕັກນິກການຂຸດຄົ້ນ, ການປຸງແຕ່ງແຮ່ທີ່ທັນສະໄໝ, ການຈັດຕັ້ງການຜະລິດທີ່ເປັນລະບົບ, ທີມງານຊ່ຽວຊານວິຊາການທີ່ມີປະສິດທິພາບສູງ, ປະສົບການດໍາເນີນງານທີ່ອຸດົມສົມບູນ.

ຜະລິດຕະພັນເກືອໂປຕາສຂອງບໍລິສັດສົ່ງອອກຈໍາໜ່າຍຢູ່ຫຼາຍເຂດປະເທດເຊັ່ນ: ຈີນ, ຫວຽດນາມ, ອິນໂດເນເຊຍ, ໄທ, ມາເລເຊຍ, ອິນເດຍ, ນິວຊີແລນ, ຍີ່ປຸ່ນເປັນຕົ້ນ. ໄດ້ສ້າງອິດທິພົນທີ່ພົ້ນເດັ່ນໃນຕະຫຼາດສາກົນ ໂດຍສະເພາະແມ່ນໃນຕະຫຼາດຂົງເຂດເອເຊຍຕາເວັນອອກສ່ຽງໃຕ້. ອີງຕາມແຜນຢຸດທະສາດຂອງວິຫາຫະກິດ, ພາຍຫຼັງສໍາເລັດໂຄງການເກືອໂປຕາສ 1 ລ້ານໂຕນທໍາອິດແລ້ວ, ບໍລິສັດວາງແຜນໃນປີ 2022 ສືບຕໍ່ລົງທຶນຕື່ມອີກ 350 ລ້ານໂດລາ ກໍ່ສ້າງຂະຫຍາຍໂຄງການເກືອໂປຕາສ 2 ລ້ານໂຕນຕໍ່ປີ, ໃນອະນາຄົດ 3-5 ປີ ຈະບັນລຸການຜະລິດເກືອໂປຕາສລະດັບ 3-5 ລ້ານໂຕນຕໍ່ປີ, ພັດທະນາເປັນຜູ້ສະໜອງເກືອໂປຕາສລະດັບສາກົນ, ເພື່ອສະໜອງເກືອໂປຕາສຄຸນະພາບສູງໃຫ້ແກ່ການຜະລິດກະເສດຂອງເອເຊຍ ແລະ ຂອງໂລກ.

ຮອດທ້າຍປີ 2021, ຊີໂນ-ອາກຣີ ໂປຕາສ ມອບພັນທະພາສີອາກອນໃຫ້ລັດຖະບານລາວທັງໝົດ 48 ລ້ານໂດລາ, ພ້ອມທັງຊ່ວຍເຫຼືອພັດທະນາຊຸມຊົນທ້ອງຖິ່ນເຊັ່ນ: ສ້າງໂຮງຮຽນ, ເສັ້ນທາງ, ວັດວາອາຮາມເປັນຕົ້ນລວມມູນຄ່າ 1,12 ລ້ານໂດລາ. ປະຈຸບັນບໍລິສັດມີພະນັກງານທັງໝົດ 1,857ຄົນ, ຍິງ 156ຄົນ, ຄົນງານລາວ 1,252ຄົນ, ຍິງ 113ຄົນ, ກວມອັດຕາສ່ວນຄົນງານທັງໝົດປະມານ 67%, ແລະ ຄາດຄະເນຄວາມຕ້ອງການໃນໄລຍະ 5 ປີ ມີຄວາມຕ້ອງການແຮງງານປະກອບເຂົ້າໃນຕຳແໜ່ງງານ ຈຳນວນ 3000 ຄົນ. ພ້ອມນີ້, ບໍລິສັດ ຍັງໄດ້ຊຸກຍູ້ການສ້າງວຽກເຮັດງານທໍາແກ່ທ້ອງຖິ່ນ ແລະ ໄດ້ຈັດຕັ້ງຫຼາກຫຼາຍກິດຈະກໍາວັດທະນະທໍາວິສາຫະກິດ, ເພື່ອເສີມສ້າງທີມງານທີ່ສາມັກຄີກົມກຽວ, ເພື່ອພ້ອມກັນພະຍາຍາມສູ້ຊົນບັນລຸຄາດໝາຍໂຄງການປອດໄພ, ສີຂຽວ, ເປັນມິດກັບສິ່ງແວດລ້ອມແລະພັດທະນາຍືນຍົງ.

ໃນໂອກາດດຽວກັນ ທ່ານ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຍັງໄດ້ສະແດງຄວາມຄິດເຫັນ ໂດຍໄດ້ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວ ດໍາເນີນທຸລະກິດຂອງບໍລິສັດໃນໄລຍະຜ່ານມາ ໂດຍສະເພາະແມ່ນການຊຸກຍູ້ສົງ່ເສີມໃນການສ້າງວຽກເຮັດງານທໍາ ໃຫ້ແກ່ແຮງງານລາວ ພາຍໃນຊຸມຊົນທ້ອງຖິ່ນ ໄປຄຽງຄູ່ກັບການພັດທະນາກໍາລັງແຮງງານລາວ ໃຫ້ມີຄຸນນະພາບ ລວມເຖິງການປະກອບສ່ວນທາງດ້ານສາທາ ລະນະປະໂຫຍດໃຫ້ແກ່ສັງຄົມ ພາຍໃນທ້ອງຖິ່ນ ໃຫ້ນັບມື້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ພ້ອມນັ້ນ ທ່ານພ້ອມຄະນະຍັງໄດ້ທ່ຽວຊົມບໍລິສັດຕື່ມອີກ./
(ຂ່າວສານຮສສ)