ເຟດ ປັບຂຶ້ນອັດຕາດອກເບ້ຍ 0,75% ສູງສຸດໃນຮອບ 28 ປີ

141

ຄະນະກຳມະການກຳນົດນະໂຍບາຍການເງິນ ( FOMC ) ຂອງທະນາຄານກາງສະຫະລັດອາເມຣິກາ ( ເຟດ ) ໄດ້ມີມະຕິເມື່ອວັນທີ 15 ມິຖຸນາ 2022 ຕາມເວລາທ້ອງຖິ່ນ

ປັບຂຶ້ນອັດຕາດອກເບ້ຍນະໂຍບາຍ 0,75% ສູ່ລະດັບ 1,5% – 1,75% ສູງທີ່ສຸດໃນຮອບ 28 ປີ ໂດຍມີເປົ້າໝາຍ ເພື່ອສະກັດອັດຕາເງິນເຟີ້ທີ່ເພີ່ມຂຶ້ນຈຸລະດັບ 8,6% ສູງສຸດໃນຮອບ 40 ປີ, ສົ່ງສັນຍານການປັບຂຶ້ນອັດຕາດອກເບ້ຍໃນລະດັບສູງ ເຊິ່ງເພີ່ມຄວາມສ່ຽງທີ່ຈະເຮັດໃຫ້ເສດຖະກິດທົດຖອຍ.

ທ່ານ ເຈີໂຣມ ພາວເວລ ປະທານທະນາຄານກາງສະຫະລັດ ກ່າວວ່າ: ການປັບຂຶ້ນອັດຕາດອກເບ້ຍສູງກວ່າທີ່ຄາດການໄວ້ໃນຄັ້ງນີ້ ອາດຈະເຮັດໃຫ້ອັດຕາເງິນເຟີ້ຄ່ອຍຫຼຸດລົງ ຫຼັງຈາກທີ່ເພີ່ມຂຶ້ນຢ່າງກ້າວກະໂດດຕະຫຼອດໄລຍະຜ່ານມາ.

ພ້ອມທັງຄາດວ່າເສດຖະກິດສະຫະລັດອາເມຣິກາ ຈະຂະຫຍາຍຕົວຊ້າລົງເລັກໜ້ອຍ ແຕ່ບໍ່ເຖິງຂັ້ນເກີດສະພາວະທົດຖອຍຢ່າງແນ່ນອນ.